ຂ່າວສານ ຄອສພ

ກອງປະຊຸມສະຫຼຸບວຽກງານກວດກາປະຈໍາປີ 2022 ແລະ ແຜນ ການປະຈໍາປີ 2023 ຂອງຄະນະໂຄສະນາອົບຮົມສູນກາງພັກ.

ກອງປະຊຸມສະຫຼຸບວຽກງານກວດກາປະຈໍາປີ 2022 ແລະ ແຜນການປະຈໍາປີ 2023 ຂອງຄະນະໂຄສະນາອົບຮົມສູນກາງພັກ. ໃນຕອນເຊົ້າຂອງວັນທີ 29 ມິຖຸນາ 2023 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາປະຈໍາປີ 2022 ແລະ ແຜນການປະຈໍາປີ 2023 ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຫຼັກ6 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ປະທານກວດກາ ຄອສພ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ເຂົ້າຮ່ວມມີ: ຄະນະພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານທົ່ວ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ທ່ານ ອານົງສັກ ອິນທະວົງ ຄະນະພັກ ຮອງປະທານກວດກາຄະນະພັກ ຫົວໜ້າກົມຈັດຕັ້ງພະນັກງານ ໄດ້ຂຶ້ນຜ່ານບົດແນະນໍາ ສະບັບເລກທີ 192/ຄກສພ, […]

ພິທີເປີດຝຶກອົບຮົມວຽກງານໂຄສະນາອົບຮົມ 7 ແຂວງພາກເໜືອປະຈໍາປີ 2023.

ພິທີເປີດຝຶກອົບຮົມວຽກງານໂຄສະນາອົບຮົມ 7 ແຂວງພາກເໜືອປະຈໍາປີ 2023. ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດຝຶກອົບຮົມວຽກງານໂຄສະນາອົບຮົມ 7 ແຂວງພາກເໜືອປະຈໍາປີ 2023 ຂຶ້ນໃນຕອນເຊົ້າຂອງວັນທີ 19 ມິຖຸນາ 2023, ທີ່ ແຂວງ ອຸດົມໄຊ ໂດຍໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ, ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສະຫາຍ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ວຽກງານພັກ-ພະນັກງານ, ມີພະນັກງານຈາກສູນກາງ, ຄູອາ ຈານ ແລະ ບັນດາພະນັກງານໂຄສະນາອົບຮົມ ທີ່ມາຈາກແຂວງ ແລະ ເມືອງໃນ 7 ແຂວງພາກເໜືອ. ຈຸດປະສົງເພື່ອຍົກລະດັບຄວາມຮູ້ ຄວາມສາມາດທາງດ້ານວຽກວິຊາສະເພາະໃຫ້ແກ່ພະນັກງານໂຄສະນາອົບຮົມທົ່ວປະເທດເພື່ອ “ສ້າງການຫັນປ່ຽນດ້ານຈິນຕະ ນາການ, […]

ພິທີສະຫຼຸບການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ ພະນັກ ງານ-ລັດຖະກອນ ຄະນະໂຄສະນາອົບຮົມສູນກາງພັກ ປະຈໍາປີ 2022.

ພິທີສະຫຼຸບການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ ພະນັກງານ-ລັດຖະກອນ ຄະນະໂຄສະນາອົບຮົມສູນກາງພັກ ປະຈໍາປີ 2022. ໃນຕອນເຊົ້າຂອງວັນທີ 14 ມິຖຸນາ 2023 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີສະຫຼຸບການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ ພະນັກງານ-ລັດຖະກອນ ປະຈໍາປີ 2022 ຂຶ້ນທີ່ ສະໂມສອນໃຫຍ່ ຫຼັກ 6. ພາຍໃຕ້ການເປັນປະທານຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ເຂົ້າຮ່ວມມີ: ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຄະນະພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານທົ່ວ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ທ່ານອານົງສັກ ອິນທະວົງ ຄະນະພັກ ຫົວຫນ້າກົມຈັດຕັ້ງພະນັກງານ ໄດ້ຂຶ້ນຜ່ານບົດສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ ພະນັກງານລັດຖະກອນ ປະຈໍາປີ 2022 ແລະ ທີດທາງແຜນການ ປະຈໍາປີ 2023. ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນໄລຍະ 1 ປີຜ່ານມາສາມາດຄັດເລືອກໄດ້ພະນັກງານ-ລັດຖະກອນ ຜູ້ທີ່ມີຜົນງານດີເດັ່ນປະເພດ I […]

ຄອສພ ເຂົ້າຮ່ວມຟັງການເຜີຍແຜ່ແບບອອນລາຍ ຜົນການຈັດຕັ້ງປະຕິບັດແນວຄິດ ສີຈີ້ນຜິງ ວ່າດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ຢູ່ແຂວງຫູເປີຍ

ຄອສພ ເຂົ້າຮ່ວມຟັງການເຜີຍແຜ່ຜົນການຈັດຕັ້ງປະຕິບັດແນວຄິດ ສີຈີ້ນຜິງ ວ່າດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ຢູ່ແຂວງຫູເປີຍແບບອອນລາຍ     ໃນຕອນບ່າຍວັນທີ 30 ພຶດສະພາ 2023 ທີ່ຫ້ອງປະຊຸມທາງໄກ ຄະນະໂຄສະນາອົບຮົມສູນກາງພັກ

ພິທີປາຖະກະຖາສະຖານະການທີ່ພົ້ນເດັ່ນຂອງໂລກ ແລະ ພາກພຶ້ນທີ່ສົ່ງຜົນກະທົບຕໍ່ການພົວພັນຮ່ວມມືລາວ-ຈີນ ໃນເງື່ອນໄຂປັດ ຈຸບັນ.

ພິທີປາຖະກະຖາສະຖານະການທີ່ພົ້ນເດັ່ນຂອງໂລກ ແລະ ພາກພຶ້ນທີ່ສົ່ງຜົນກະທົບຕໍ່ການພົວພັນຮ່ວມມືລາວ-ຈີນ ໃນເງື່ອນໄຂປັດຈຸບັນ. ໃນຕອນເຊົ້າຂອງວັນທີ 24 ພຶດສະພາ 2023 ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ສະຖານທູດແຫ່ງ ສປ ຈີນ ປະຈໍາລາວ ຈັດພິທິປາຖະກະຖາສະ ຖານະການທີ່ພົ້ນເດັ່ນຂອງໂລກ ແລະ ພາກພຶ້ນ ທີ່ສົ່ງຜົນກະທົບຕໍ່ການພົວພັນຮ່ວມມືລາວ-ຈີນ ໃນເງື່ອນໄຂປັດຈຸບັນ; ໃຫ້ກຽດປາຖະກະຖາໂດຍ ສະຫາຍ ຈ່ຽງ ຈ່າຍຕຸງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາລາວ; ເຂົ້າຮ່ວມມີ: ທ່ານ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານທິດສະດີສູນກາງພັກ, ມີ ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ, ຕາງໜ້າຈາກຄະນະພົວພັນຕ່າງປະເທດສູນ ກາງພັກ, ເລຂາ, ຮອງເລຂາ, ຄະນະປະຈໍາພັກ, ຄະນະພັກ, ຮອງລັດຖະມົນຕີ ຜູ້ຊີນໍາວຽກງານພັກ-ພະນັກງານ, ວຽກງານການເມືອງ-ແນວຄິດ ຂອງບັນດາກະຊວງອົງການອ້ອມຂ້າງສູນກາງ, ເຈົ້າເມືອງ, ຮອງເຈົ້າເມືອງ ຈາກ 9 ຕົວເມືອງ ໃນນະຄອນຫຼວງວຽງຈັນ, […]

1 26 27 28 29 30 72