ສາລະໜ້າຮູ້

ທີ່ມາ ແລະ ການກຳເນີດເວັບໄຊແຫຼ່ງທຳອິດຂອງໂລກ

ທີ່ມາ ແລະ ການກຳເນີດເວັບໄຊແຫຼ່ງທຳອິດຂອງໂລກ ເວັບໄຊທຳອິດຂອງໂລກມີຊື່ວ່າ http: info.cern.ch. ໄດ້ປະກົດຕົວເປັນຄັ້ງທຳອິດໃນໂລກໄຊເບີໃນວັນທີ 6 ສິງຫາ 1991, ສ້າງໂດຍນັກຟີຊິກສາດອັງກິດ ທີມ ເບີເນີ ລີ(Tim Berners Lee). ເຊິ່ງເຮັດວຽກເປັນທີ່ປຶກສາໃຫ້ແກ່ອົງການເອີຣົບເພື່ອການຄົ້ນຄວ້ານິວເຄຼຍ(European Organization for Nuclear Research) ຫຼື ຕົວຫຍໍ້ CERN, ສ້າງຕັ້ງຂື້ນໃນເດືອນມີນາ ປີ1989 ແລະ ມີສຳນັກງານໃຫຍ່ຢູ່ເຈນີວາປະເທດສະວິດເຊີແລນ. ທີມ ເບີເນີ ລີ(Berners Lee) ໄດ້ມີແນວຄວາມຄິດໃນການສ້າງເວັບໄຊຫລັງຈາກ ວີນເຕີ້ເຊີບ(Winterserv) ແລະ ບ໋ອບຄານ(Bob Kahn) ສ້າງເຄືອຂ່າຍເຊື່ອມຕໍ່ໃຊ້ໃນການສົ່ງຂໍ້ມູນເປັນກຸ່ມ. ຈາກຄອມພິວເຕີ້ຜ່ານສາຍໄຟໄປຍັງຄອມພິວເຕີ້ເຄື່ອງອື່ນໆ ຫຼື ດັ່ງທີ່ພວກເຮົາຮູ້ກັນດີ “ອິນເຕີເນັດ”. ຈຸດປະສົງຂອງການສ້າງເວັບໄຊ ທີມ ເບີເນີ ລີ(Tim Berners Lee)ແມ່ນເພື່ອໃຫ້ປະຊາຊົນແບ່ງປັນຂໍ້ມູນ ເຊິ່ງສາມາດແບ່ງປັນກັນໄດ້ໂດຍທາງອິນເຕີເນັດ. ເວົ້າອີກຢ່າງໜຶ່ງ ແທນທີ່ຈະຕ້ອງສົ່ງຂໍ້ມູນຢູ່ໃນມືໃຫ້ຄົນອື່ນປ່ຽນເປັນ ພວກເຮົາສາມາດນັ່ງເບິ່ງ ແລະ ອ່ານຂໍ້ມູນດັ່ງກ່າວໃນເວລາດຽວກັນ ແລະ […]

1 6 7 8