ຂ່າວສານ ຄອສພ

ກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານການຫັນເປັນດິຈີຕອນພາຍໃຕ້ບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ຄະນະຫັນເປັນລັດດິຈີຕອນ 252 ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະຄະນະໂຄສະນາອົບຮົມສູນກາງພັກ.

ໃນຕອນເຊົ້າວັນທີ 24 ກັນຍາ 2025 ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານການຫັນເປັນລັດດິຈີຕອນພາຍໃຕ້ບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ຄະນະຫັນເປັນດິຈີຕອນ 252 ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຄະນະໂຄສະນາອົບຮົມສູນກາງພັກ; ເຂົ້າຮ່ວມມີ: ທ່ານ ປອ ທະວີສຸກ ມະໂນທັມ ຄະນະປະຈໍາພັກ ຫົວໜ້າສູນບໍລິຫານລັດດິຈີຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ, ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພ້ອມດ້ວຍຄະນະຮັບຜິດຊອບແຕ່ລະວຽກຂອງ ຄອສພ.

ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປະກາດກົງຈັກການຈັດຕັ້ງ.

ໃນຕອນບ່າຍຂອງວັນທີ 12 ກັນຍາ 2025 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປະກາດກົງຈັກການຈັດຕັ້ງ ຢູ່ທີ່ ຫ້ອງປະຊຸມໃຫຍ່ ຄອສພ; ໃຫ້ກຽດເປັນປະທານໂດຍ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ເຂົ້າຮ່ວມມີ: ຄະນະປະຈໍາພັກ, ຄະນະບໍລິຫານງານພັກ, ຄະນະໂຄສະນາອົບຮົມສູນກາງພັກ, ບັນດາຫົວໜ້າກົມ, ທຽບເທົ່າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ.

ພິທີປາຖະກະຖາວັນຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມຄົບຮອບ 80 ປີ(02/09/1945-02/09-2025)

ພິທີປາຖະກະຖາວັນຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມຄົບຮອບ 80 ປີ(02/09/1945-02/09-2025) ໃນຕອນເຊົ້າວັນທີ 27 ສິງຫາ 2025 ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປາຖະກະຖາ ວັນຊາດແຫ່ງ

ສະພາທິດສະດີສູນກາງພັກ ຮ່ວມກັບສະຖານທູດ ສປຈີນ ປະຈຳ ສປປ ລາວ ແລະວິທະຍຸ-ໂທລະພາບສູນກາງພັກກອມມູນິດຈີນ (CMG) ປະຈໍາລາວ ຮ່ວມກັນຈັດຕັ້ງກອງປະຊຸມສຳມະນາວິທະຍາສາດໃນຫົວຂໍ້: “ຮ່ວມກັນກ້າວເດີນຕາມເສັ້ນທາງສັນຕິພາບ”

  ສະພາທິດສະດີສູນກາງພັກ ຮ່ວມກັບສະຖານທູດ ສປຈີນ ປະຈຳ ສປປ ລາວ ແລະວິທະຍຸ-ໂທລະພາບສູນກາງພັກກອມມູນິດຈີນ (CMG) ປະຈໍາລາວ ຮ່ວມກັນຈັດຕັ້ງກອງປະຊຸມສຳມະນາວິທະຍາສາດໃນຫົວຂໍ້: “ຮ່ວມກັນກ້າວເດີນຕາມເສັ້ນທາງສັນຕິພາບ” ​ໃນ​ທ່າມກາງ​ບັນຍາ​ກາດ​ ທີ່ທົ່ວ​ພັກ-ທົ່ວ​ລັດ ​ແລະທົ່ວ​ປວງຊົນ​ລາວ​ທັງ​ຊາດພວມສຸມໃສ່ຈັດຕັ້ງປະຕິບັດ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ XI ຂອງພັກໃນທ້າຍສະໄໝ,

ປາຖະກະຖາ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ, ວັນລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 34ປີ,  ວັນຍຶດອໍານາດທົ່ວປະເທດ23 ສິງຫາ 1945 ຄົບຮອບ 80ປີ ແລະ 23 ສິງຫາ 1975 ຄົບຮອບ 50ປີ.

ປາຖະກະຖາ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ, ວັນລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 34ປີ,  ວັນຍຶດອໍານາດທົ່ວປະເທດ23 ສິງຫາ 1945 ຄົບຮອບ 80ປີ ແລະ 23 ສິງຫາ 1975 ຄົບຮອບ 50ປີ.      ໃນຕອນເຊົ້າຂອງວັນທີ 21 ສິງຫາ 2025 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປາຖະກະຖາ 4 ວັນປະຫວັດສາດຂຶ້ນຢູ່ທີ່ ຫ້ອງປະຊຸມໃຫຍ່ ຄອສພ;

1 2 3 76