ພິທີເປີດຊຸດຝຶກອົບຮົມວິທີການຂຽນບົດຂ່າວ, ບົດຄວາມລົງເຜິຍແຜ່ໃນສື່ເອເລັກໂຕຣນິກ ໃຫ້ແກ່ພະນັກງານ ຄະນະໂຄສະນາອົບຮົມແຂວງ ທົ່ວປະເທດ.
ໃນຕອນເຊົ້າຂອງ ວັນທີ 4 ພະຈິກ 2024 ກົມຂໍ້່ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຈັດພິທີເປີດຊຸດຝຶກອົບຮົມວິທີການຂຽນຂ່າວ, ບົດຄວາມລົງເຜິຍແຜ່ໃນສື່ເອເລັກໂຕຣນິກ ໃຫ້ແກ່ພະນັກງານ ຄະນະໂຄສະນາອົບຮົມແຂວງ ທົ່ວປະເທດ ຂຶ້ນທີ່ຫ້ອງປະຊຸມທາງໄກ (ຊັ້ນ4) ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາວຽກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ. ເຂົ້າຮ່ວມມີ: ທ່ານ ວັນຕຸລາ ຮັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ທ່ານ ຄໍາວິສັນ ແກ້ວສຸວັນ ອະດີດຜູ້ຊ່ວຍຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ບັນດານັກສໍາມະກອນ ຈາກໂຄສະນາອົບຮົມແຂວງ ທົ່ວປະເທດ ຈໍານວນ 134 ສະຫາຍ, ຍິງ 55 […]
