ຂ່າວສານ ຄອສພ

ພິທີເປີດຊຸດຝຶກອົບຮົມເຜີຍແຜ່ການນໍາໃຊ້ລະບົບທັນສະໄໝເຂົ້າໃນວຽກງານໃນໄລຍະໃໝ່ ຢູ່ພາຍໃນຄະນະໂຄສະນາອົບຮົມສູນກາງພັກ.

ໃນຕອນເຊົ້າຂອງວັນທີ 26 ມັງກອນ 2026 ທີ່ ຫ້ອງປະຊຸມໃຫຍ່ ຄອສພ (ຫຼັກ6) ກົມຂໍ້ມູນຂ່າວສານ ໄດ້ຈັດຊຸດຝຶກອົບຮົມເຜີຍແຜ່ການນໍາໃຊ້ລະບົບທັນສະໄໝເຂົ້າໃນວຽກງານໃນໄລຍະໃໝ່ ໃຫ້ແກ່ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ນ. ວິລະວອນ ພັນທະວົງ ກໍາມະການປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາວຽກງານກົມຂໍ້ມູນຂ່າວສານ ເຂົ້າຮ່ວມມີ: ທ່ານ ສົມປະສົງ ພົງປະເສີດ ຫົວໜ້າກົມຂໍ້ມູນຂ່າວສານ, ທ່ານ ຄໍາຜາຍ ອິນທະຣາ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ ທີ່ຂຶ້ນກັບ ຄະນະໂຄສະນາອົບຮົມສູນກາງພັກ ແລະ ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 53 ສະຫາຍ.

ກອງປະຊຸມເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ສະໄໝທີ IX ແລະ ປະກາດການຈັດຕັ້ງຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ V.

ໃນຕອນບ່າຍຂອງວັນທີ 22 ມັງກອນ 2026 ຄະນະບໍລິຫານງານຊາວຫນຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ສະໄໝທີ IX ແລະ ປະກາດກົງຈັກການຈັດຕັ້ງຂອງຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະ ນາອົບຮົມສູນກາງພັກ ສະໄໝທີ V

ກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “ທິດສະດີ-ພຶດຕິກຳໃນການປະຕິບັດບົດບາດໂຄສະນາອົບຮົມ ເປັນກະບອກສຽງໃຫ້ແກ່ພັກ”

ໃນຕອນເຊົ້າວັນທີ 20 ມັງກອນ 2026, ຫ້ອງການສະພາທິດສະດີສູນກາງພັກ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ຂຶ້ນທີ່ຫ້ອງປະຊຸມໃຫຍ່ ຄອສພ (ຫຼັກ 6) ພາຍໃຕ້ຫົວຂໍ້: “ທິດສະດີ-ພຶດຕິກຳໃນການປະຕິບັດບົດບາດໂຄສະນາອົບຮົມເປັນກະບອກສຽງໃຫ້ແກ່ພັກ”ກອງປະຊຸມໄດ້ຮັບກຽດເປັນປະທານໂດຍ ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ປະທານສະພາທິດສະດີສູນກາງພັກ; ເຂົ້າຮ່ວມມີ ສະຫາຍ ປອ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ ພ້ອມດ້ວຍບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ ແລະ ຮອງພະແນກ ເຂົ້າຮ່ວມຢ່າງພ້ອມພຽງ.

ພິທີເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ໃຫ້ສະມາຊິກພັກ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ

ພິທີເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ໃຫ້ສະມາຊິກພັກ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ໃນວັນທີ 12 ມັງກອນ​ 2026​ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບກັບ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ເປີດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ລະບົບ 03 ເດືອນ ຊຸດທີ III ໃຫ້ແກ່ສະມາຊິກພັກ, ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ, ພາຍໃຕ້ການເປັນປະທານຮ່ວມ​ ແລະ​ ໃຫ້ກຽດກ່າວເປີດໂດຍ ສະຫາຍ ນ.​ວິລະວອນ​ ພັນທະວົງ ຄະນະປະຈຳພັກ,​ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,​ ສະຫາຍ​ ນ.​ ບຸນມີ​ ຈຸນລະຈັກ​ ຮອງຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ສະຫາຍ ຄະນະບໍລິຫານງານພັກ, ບັນດາສະຫາຍຫົວໜ້າກົມ, ຮອງຫົວໜ້າກົມ, ທຽບເທົ່າກົມ, ບັນດາສະຫາຍຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ນັກຝຶກອົບຮົມທັງໝົດ. ໃນພິທີ ສະຫາຍ ອານົງສັກ ອິນທະວົງ ກຳມະການຄະນະພັກ ຫົວຫນ້າກົມຈັດຕັ້ງພະນັກງານ ໄດ້ຂຶ້ນຜ່ານ 3 ເອກະສານຄື: ຂໍ້ຕົກລົງຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວ່າດ້ວຍການອະນຸມັດເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ […]

ຄວາມສຳຄັນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.

ໃນວັນທີ 2 ມັງກອນ ຜ່ານມານີ້ ທີ່ຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຕາງໜ້າກອງເລຂາກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໄດ້ໃຫ້ສໍາພາດ ຕໍ່ສື່ມວນຊົນ ກ່ຽວກັບຄວາມໝາຍຄວາມສຳຄັນ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແມ່ນເປັນເຫດການທາງປະຫວັດສາດສໍາຄັນຂອງພັກ ແລະ ຂອງຊາດ, ມີຄວາມໝາຍສຳຄັນພິເສດ, ກອງປະຊຸມໃຫຍ່ເປັນອົງການນຳພາສູງສຸດຂອງພັກ, ຕັດສິນບັນຫາຍຸດທະສາດ, ພື້ນຖານ ແລະ ຍາວນານ ຂອງການປະຕິວັດແຫ່ງການພັດທະນາປະເທດຊາດໃນແຕ່ລະໄລຍະ.

1 2 3 4 81