ສາລະໜ້າຮູ້

ຫຼັກການກ່ຽວກັບການແກ້ໄຂຂໍ້ພິພາດໂດຍທາງສັນຕິວິທີ

ຫຼັກການກ່ຽວກັບການແກ້ໄຂຂໍ້ພິພາດໂດຍທາງສັນຕິວິທີ ໂດຍ:ຄຳວອນ ພານຸວົງ ການພັດທະນາກົນໄກ ຂອງການແກ້ໄຂຂໍ້ພິພາດລະຫວ່າງປະເທດ ໂດຍທາງສັນຕິວິທີດ້ວຍສົນທິສັນຍາຫຼາຍສະບັບເຊິ່ງ ໄດ້ລິເລີ່ມປະຕິບັດມາຕັ້ງແຕ່ຍຸກຂອງຈັກກະພັດໂຣມັນ ເປັນຕົ້ນມາຄື:

ນິທານເລື່ອງ: “ເກີບຄູ່ສຸດທ້າຍ”

ນິທານເລື່ອງ: “ເກີບຄູ່ສຸດທ້າຍ” ຢູ່​ໃນບ້ານ​ນ້ອຍໆ​ແຫ່ງ​ໜຶ່ງ, ມີ​ພໍ່ລຸງຄົນ​ໜຶ່ງ​ຊື່ວ່າ “ລຸງ​ເຕ້ຍ”. ລາວເປັນພຽງຊ່າງຫຍິບເກີບທຳມະດາ. ທຸກໆມື້ລາວມັກນັ່ງຫຍີບເກີບຢູ່ກ້ອງຕົ້ນໄມ້ໃຫຍ່ແຖວຕະຫຼາດ. ລາວບໍ່ເຄີຍເອີ້ນຄ່າຫຍິບເກີບໃນລາຄາທີ່ແພງ ແລະ ລາວກໍບໍ່ເຄີຍປະຕິເສດໃຜ. ມື້ໜຶ່ງ, ໄດ້ມີເດັກນ້ອຍຜູ້ຊາຍຄົນໜຶ່ງຊື່ວ່າ “ສົມໝາຍ” ໄດ້ຍ່າງຕີນເປົ່າໄປຫາລຸງເຕ້ຍ. ຕີນຂອງລາວດຳ ແລະ ເປື້ອນເຕັມໄປດ້ວຍບາດແຜ. ລາວ​ໄດ້​ເອົາ​ເກີບ​ເກົ່າ​ທີ່​ຈີກ​ຂາດ​ທີ່ເກັບມາ​ຈາກ​ຖັງ​ຂີ້​ເຫຍື້ອ ເພື່ອຂໍໃຫ້ລຸງເຕ້ຍຊ່າງຫຍິບເກີບຊ່ວຍຊ້ອມແປງ. ລາວເວົ້າຢ່າງອ່ອນໂຍນວ່າ, “… ລຸງ “ຫຼານຢາກໃສ່ເກີບໄປໂຮງຮຽນ ແມ່ບໍ່ມີເງິນຊື້ເກີບໃໝ່ໃຫ້ຫຼານ.” ລຸງຊ່ວຍແປງໃຫ້ຫຼານໄດ້ບໍ? ເມື່ອລຸງເຕ້ຍໄດ້ຍິນ ແລະ ເຫັນແນວນັ້ນກໍໄດ້ມິດງຽບໄປຊົ່ວຄາວ…… ກ່ອນ​ຈະ​ລຸກ​ຂຶ້ນ, ລຸງ​ໄດ້​ຈັບເອົາ​ກ່ອງ​ໄມ້​​ທີ່​ລາວ​ເກັບ​ໄວ້​ກ້ອງ​ໂຕະ. ພາຍໃນກ່ອງມີເກີບໜັງສີດໍາຄູ່ໜຶ່ງ – ຍີ່ຫໍ້ໃໝ່. ລຸງຄ່ອຍໆຈັບມັນ ແລະ ຍື່ນເກີບໃຫ້ ທ. ສົມໝາຍ. ແລະ ລຸງໄດ້ເວົ້າວ່າ: “ເກີບຄູ່ນີ້ແມ່ນຂອງຂວັນທີ່ລຸງຕັ້ງໃຈເຮັດໃຫ້ລູກຊາຍຂອງລຸງ ແຕ່ຕອນນີ້ລາວບໍ່ຢູ່ແລ້ວ” ສົມໝາຍໄດ້ຂອບໃຈ ແລະ ຮູ້ສຶກດີໃຈຈົນນ້ຳຕາໄຫຼອາບໜ້າ.ມື້ຕໍ່ມາ… ສົມໝາຍໃສ່ເກີບໄປໂຮງຮຽນດ້ວຍຄວາມຍິ້ມແຍ້ມແຈ່ມໃສ, ໃນຂະນະທີ່ລຸງເຕ້ຍໄດ້ແຕ່ຍັງນັ່ງຍິ້ມແບບມີຄວາມສຸກ… ຂໍ້ຄິດ: “ຄົນດີ ອາດບໍ່ໄດ້ມີຊື່ສຽງທີ່ໂດ່ງດັງ ແຕ່ຫົວໃຈຂອງພວກເຂົາ ສ່ອງແສງໄດ້ໄກກວ່າດວງດາວ” ແລະ ບາງຄັ້ງ… ຂອງຂັວນທີ່ມີຄ່າທີ່ສຸດ […]

ການເພີ່ມທັກສະຄວາມຮູ້ທາງດ້ານ AI ເປັນສິ່ງທີ່ຍອດຍິ່ງໃນຍຸກ 4.0

ເປັນຫຍັງເຮົາຈຶ່ງຍົກເອົາເລື່ອງນີ້ມາເວົ້າ? ນັ້ນກໍເພາະວ່າໃນປີທີ່ຜ່ານມາ ເຮົາໄດ້ເຫັນການປ່ຽນແປງ ແລະ ການພັດທະນາທີ່ວ່ອງໄວຂອງ AI ຢ່າງກ້າວກະໂດດເຊິ່ງເປັນສັນຍານວ່າ ໃນອະນາຄົດອັນໃກ້ນີ້ມັນຈະສົ່ງຜົນກະທົບຫຼາຍຢ່າງຕໍ່ການດໍາລົງຊີວິດ ແລະ ການເຮັດວຽກຂອງຄົນເຮົາ. ປັດຈຸບັນການນໍາໃຊ້ AI ເຂົ້າມາຊ່ວຍໃນເລື່ອງຕ່າງໆ ແລະ ການຊອກຂໍ້ມູນແມ່ນມີຄວາມວ່ອງໄວຫຼາຍ. ສະນັ້ນ ການນໍາໃຊ້ AI ຈຶ່ງເປັນໜຶ່ງໃນທັກສະທີ່ເຮົາຄວນຮຽນຮູ້ໄວ້ໃນໂລກຍຸກ AI” ພວມເຂົ້າມາເພີ່ມເຕີມການດຮັດວຽກແບບວິທະຍາສາດ.

ຫລັກການພື້ນຖານຂອງອາຊຽນ:

ຫລັກການພື້ນຖານຂອງອາຊຽນ ອາຊຽນຖືວ່າເປັນອົງການຈັດຕັ້ງທີ່ຢຶດຫມັ້ນໃນຫລັກການຂອງຄວາມ ປານີປານອມ, ການຜ່ອນສັ້ນຜ່ອນຍາວ ແລະ ດວ້ຍຄວາມສະຫມັກໃຈຂອງບັນດາ ປະເທດສະມາຊິກເປັນຕົ້ນຕໍ, ໃນການຕັດສິນໃຈ ຫລື ການຕົກລົງບັນຫາໃດຫນຶ່ງແມ່ນ ອີງໃສ່ຫລັກການຂອງການປຶກສາຫາລືລະຫວ່າງປະເທດສະມາຊິກເພື່ອໃຫ້ບັນລຸໄດ້ ເຖິງຄວາມເປັນເອກະສັນ, ສິ່ງສໍາຄັນທີ່ສຸດແມ່ນການຫລີກລຽງການອ້າງສິດ ຫລື ການແຊກແຊງເຂົ້າໃນກິດຈະການພາຍໃນຂອງກັນ ແລະ ກັນ ໂດຍສະເພາະແມ່ນ ທາງດ້ານການເມືອງ ແລະ ຄວາມຫມັ້ນຄົງເຊິ່ງຮູ້ກັນໂດຍທົ່ວໄປກໍ່ຄື: ວິຖີທາງອາ ຊຽນ ຫລື ASEAN WAY ຫມາຍຄວາມວ່າ ຮ່ວມມືກັນໂດຍປັດສະຈາກການໃຊ້ ຄວາມຮຸນແຮງຕໍ່ກັນ, ເຖິງແມ່ນວ່າ ແຕ່ລະປະເທດສະມາຊິກອາຊຽນຈະມີຄວາມ ແຕກຕ່າງກັນໃນດ້ານໂຄງສ້າງທາງການເມືອງ, ເສດຖະກິດ, ສັງຄົມ ແລະ ວັດທະນະທຳກໍຕາມ. ສະນັ້ນ, ເພື່ອເຮັດໃຫ້ວັດຖຸປະສົງທີ່ກ່າວມາຂ້າງເທິງຖືກ ນໍາໄປຈັດຕັ້ງຜັນຂະຫຍາຍຢ່າງເປັນຮູບປະທຳ, ບັນດາປະເທດສະມາຊິກອາຊຽນ ຈິ່ງໄດ້ຢືນຢັນ ແລະ ຢຶດໝັ້ນໃນຫລັກການດັ່ງຕໍ່ໄປນີ້: ການເຄົາລົບເອກະລາດ, ອະທິປະໄຕ, ຄວາມສະເຫມີພາບ, ຜືນແຜ່ນດີນ ອັນຄົບຖວັນ ແລະ ເອກະລັກຂອງປະເທດສະມາຊິກອາຊຽນທັງປວງ. ມີຄວາມຜູກພັນ ແລະ ມີຄວາມຮັບຜິດຊອບຮວມກັນໃນການປົກປັກຮັກສາ ສັນຕິພາບ, ຄວາມ […]

ປະຫວັດມູນເຊື້ອການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ( 20 ກໍລະກົດ 1955 – 20 ກໍລະກົດ 2025)

ນັບແຕ່ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງ (22 ມີນາ 1955), ພັກໄດ້ເອົາໃຈໃສ່ຢ່າງຈົດຈໍ່ໃນການປຸກລະດົມຂົນຂວາຍ, ກໍ່ສ້າງແມ່ຍິງ ໃຫ້ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນພາລະກິດປະຕິວັດ ແລະຖື ແມ່ຍິງເປັນພາກສ່ວນໜຶ່ງ ໃນກຳລັງແຮງທີ່ສໍາຄັນ ຂອງພັກ. ພາຍໃຕ້ຄັນທຸງຂອງແນວໂຮມປົດປ່ອຍຊາດ, ສູນກາງ ແນວລາວອິດສະຫຼະ ກໍ່ຄືສູນກາງພັກປະຊາຊົນລາວ ໄດ້ປະກາດສ້າງຕັ້ງ: ໜ່ວຍຄົ້ນຄວ້າວຽກງານແມ່ຍິງ ຂັ້ນສູນກາງຢ່າງເປັນທາງການໃນວັນທີ 20 / 7 / 1955 ຢູ່ທີ່ສໍານັກງານສູນກາງແນວລາວອິດສະຫຼະ ຊຶ່ງໃນເວລານັ້ນຕັ້ງຢູ່ ແຄມຫ້ວຍນໍ້າໂສຍ, ເມືອງວຽງໄຊ, ແຂວງຫົວພັນ (ຕົ້ນກຳເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວປັດຈຸບັນ). ໃນໄລຍະນັ້ນການຈັດຕັ້ງແມ່ຍິງຢູ່ທ້ອງຖິ່ນຮາກຖານຍັງແມ່ນໜ່ວຍຍຸວັນນະລີ, ໜ່ວຍແມ່ນັກຮົບ ແລະ ໜ່ວຍເອື້ອຍນັກຮົບ.

1 2 3 4 11