ການເມືອງ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສະພາທິດສະດີສູນກາງພັກ 2021-2025 ແລະ ທິດທາງແຜນການ 2026-2030

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສະພາທິດສະດີສູນກາງພັກ 2021-2025 ແລະ ທິດທາງແຜນການ 2026-2030 ໃນຕອນເຊົ້າ ຂອງວັນອັງຄານ, ວັນທີ 8 ກັນຍາ 2026, ເວລາ 8:30 ໂມງ ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມ ເພື່ອສະຫຼຸບການຈັດຕັ້ງປະຕິບັດວຽກງານສະພາທິດສະດີສູນກາງພັກ ໄລຍະ 2021-2025 ແລະ ວາງທິດທາງແຜນການ ໄລຍະ 2026-2030 ທີ່ໂຮງແຮມກຼາວພາຊາ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສຈ. ປອ. ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ປະທານສະພາທິດສະດີສູນກາງພັກ. ເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍສໍາຄັນນີ້ ມີບັນດາສະຫາຍຮອງປະທານ, ຫົວໜ້າຄະນະກໍາມະການດ້ານຕ່າງໆ ແລະ ບັນດາສະມາຊິກສະພາທິດສະດີສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມລະດົມຄວາມຄິດເຫັນໃສ່ເນື້ອໃນໂຄງການ ການເມືອງຂອງພັກປະຊາຊົນປະຕິວັດລາວ

ກອງປະຊຸມລະດົມຄວາມຄິດເຫັນໃສ່ເນື້ອໃນໂຄງການ ການເມືອງຂອງພັກປະຊາຊົນປະຕິວັດລາວ     ໃນຕອນເຊົ້າວັນ 21 ພຶດສະພາ 2024 ຢູ່ທີ່ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດກອງປະຊຸມລະດົມຄວາມຄິດເຫັນໃສ່ເນື້ອໃນໂຄງການ ການເມືອງຂອງພັກປະຊາຊົນປະຕິວັດລາວ ໂດຍການເປັນປະທານ ຂອງສະຫາຍ ສຈ ປອ ກິແກ້ວ ໄຂຄຳພິທູນ

ຄະນະນຳ ຄະນະໂຄສະນາອົບຮົມສູນກາງພັກ ລົງພົບປະໂອ້ລົມພະນັກງານນັກຮົບ-ນັກສຶກສາ ໂຮງຮຽນທິດສະດີການເມືອງກອງທັບ ເນື່່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949 – 20 ມັງກອນ 2023)

ຄະນະນຳ ຄະນະໂຄສະນາອົບຮົມສູນກາງພັກ ລົງພົບປະໂອ້ລົມພະນັກງານນັກຮົບ-ທະຫານ ໂຮງຮຽນທິດສະດີການເມືອງກອງທັບ ເນື່່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949 – 20 ມັງກອນ 2023)              ໃນວັນທີ 19 ມັງກອນ 2023 , ສະຫາຍ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ​ໄດ້ລົງພົບປະໂອ້ລົມ ພະນັກງານ-ນັກຮົບ ໂຮງຮຽນທິດສະດີການເມືອງກອງທັບ ເນື່່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74ປີ ໃນພິທີ ໄດ້ຮັບຟັງການລາຍງານຫຍໍ້ການຈັດຕັ້ງເຄື່ອນໄຫວວຽກງານຮອບດ້ານຂອງ ໂຮງຮຽນທິດສະດີການເມືອງກອງທັບ ໃນໄລຍະ1ປີຜ່ານມາ ຈາກ ສະຫາຍ ພົນຈັດຕະວາ ປອ ຄຳໄພ ຟອງດາລາ  ຮອງເລຂາຄະນະພັກ ຫົວໜ້າການທະຫານໂຮງຮຽນທິດສະດີການເມືອງກອງທັບ ເຊີ່ງສະຫາຍໄດ້ຍົກໃຫ້ເຫັນເຖິງການເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ […]

ພິທີປາຖະກະຖາສະພາບການທີ່ພົ້ນເດັ່ນຂອງພາກພື້ນ ແລະ ສາກົນ

ພິທີປາຖະກະຖາສະພາບການທີ່ພົ້ນເດັ່ນຂອງພາກພື້ນ ແລະ ສາກົນ       ໃນຕອນເຊົ້າວັນທີ 10 ມີນາ 2022 ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ(ຫຼັກ 6)ໄດ້ຈັດພິທີປາຖະກະຖາ ສະພາບການທີ່ພົ້ນເດັ່ນຂອງພາກພື້ນ ແລະ ສາກົນ