ປັນຍາປະດິດ (AI)

ພະນັກງານຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມຝຶກອົບຮົມ ໃນຫົວຂໍ້”ພັດທະນາຄວາມສາມາດດ້ານການຄຸ້ມຄອງປັນຍາປະດິດ (AI)”

ພະນັກງານຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມຝຶກອົບຮົມ ໃນຫົວຂໍ້”ພັດທະນາຄວາມສາມາດດ້ານການຄຸ້ມຄອງປັນຍາປະດິດ (AI)” ໃນລະຫວ່າງ ວັນທີ 02 – 03 ກັນຍາ 2025, ທີ່ຫ້ອງປະຊຸມ ໂຮງແຮມ Double Tree, ນະຄອນຫຼວງວຽງຈັນໄດ້ຈັດຝຶກອົບຮົມໃນຫົວຂໍ້: ພັດທະນາຄວາມສາມາດ ດ້ານການຄຸ້ມຄອງປັນຍາປະດິດ (AI)”  (National Training on AI Governance), ຈັດໂດຍ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສູນຝຶກອົບຮົມ ເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານ ເພື່ອການພັດທະນາອາຊີປາຊີຟິກ (APCICT/ESCAP). ໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມ ໂດຍ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກຕສ ແລະ Mr. Bakhodir Burkhanov, ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ. ເຂົ້າຮ່ວມມີ: Mr. […]

ຈີນຈັດແຂ່ງຂັນ “World Humanoid Robot Games” ເປີດສັງກາດໃໝ່ໃນໂລກຫຸ່ນຍົນຄ້າຍຄືມະນຸດ

ຈີນຈັດແຂ່ງຂັນ “World Humanoid Robot Games” ເປີດສັງກາດໃໝ່ໃນໂລກຫຸ່ນຍົນຄ້າຍຄືມະນຸດ ຢູ່ທີ່ນະຄອນຫຼວງປັກກິ່ງ – ສປ ຈີນປະສົບຄວາມສຳເລັດໃນການເປັນເຈົ້າພາບຈັດການແຂ່ງຂັນ “World Humanoid Robot Games” ຫຼື ກິລາຫຸ່ນຍົນຄ້າຍຄືມະນຸດ ຈັດຂຶ້ນໃນລະຫວ່າງວັນທີ 15-17 ສິງຫາ ທີ່ຜ່ານມາ. ການຈັດການແຂ່ງຂັນໃນຄັ້ງນີ້ລວມມີ: ການແຂ່ງຂັນບານເຕະ, ການຕີມວຍ, ການແຂ່ງແລ່ນມາລາທອນ ພ້ອມກັບກິດຈະກຳດ້ານທັກສະ ເຊັ່ນ: ການຂົນຍ້າຍວັດຖຸອປຸກອນ, ການຄັດແຍກຢາຊະນິດຕ່າງໆ ແລະ ການເຮັດຄວາມສະອາດ. ການແຂ່ງຂັນຄັ້ງນີ້ ເປັນການສະທ້ອນໃຫ້ເຫັນຄວາມມຸ່ງຫມັ້ນຂອງສປ ຈີນໃນການສົ່ງເສີມເທັກໂນໂລຊີປັນຍາປະດິດ (AI) ແລະ ອຸດສາຫະກຳຫຸ່ນຍົນ. ໃນການຈັດການແຂ່ງຂັນຄັ້ງນີ້ມີ 16 ປະເທດ ແລະ 280 ທີມ ເຂົ້າຮ່ວມ ລະອຽດມີລາຍການດັ່ງນີ້: ການແຂ່ງຂັນບານເຕະຫຸ່ນຍົນ ຫຸ່ນຍົນຮຸ່ນ T1 ຈາກບໍລິສັດ Booster Robotics ເປັນຕົວເອກໃນການແຂ່ງຂັນບານເຕະ. ມີຄວາມສູງ 120 ຊັງຕີແມັດ ນ້ຳໜັກ […]