ຫ້ອງການ ສະພາທິດສະດີ

ກອງປະຊຸມແລກປ່ຽນບົດຮຽນ ລະຫວ່າງ ສະພາທິດສະດີສູນກາງພັກ ແລະ ຄະນະຊ່ຽວຊານຂອງພັກກອມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລາ 2026, ເວລາ 8:30 ໂມງ ສະພາທິດສະດີສູນກາພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນ ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 2 ຕຶກສະພາທິດສະດີສູນກາງພັກ (ຫຼັກ6). ຄະນະຝ່າຍລາວນໍາໂດຍ ສະຫາຍ ປອ. ຄໍາມອນ ຈັນທະຈິດ, ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ, ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ.ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ, ນັກຄົ້ນຄວ້າສະຖາບັນລັດທິມາກ ສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍສໍາຄັນນີ້: ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້, ໄດ້ດໍາເນີນດ້ວຍບັນຍາກາດດີ, ມີເນື້ອໃນອຸດົມສົມບູນ ບົດຝ່າຍລາວປະກອບມີ […]

 ສະຫາຍ ປອ. ຄໍາມອນ ຈັນທະຈິດ, ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານຜູ້ປະຈໍາການ ສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ລົງເຄື່ອນໄຫວ ແລະ ເຮັດວຽກຢູ່ ແຂວງສະຫວັນນະເຂດ.

  ສະຫາຍ ປອ. ຄໍາມອນ ຈັນທະຈິດ, ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານຜູ້ປະຈໍາການ ສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ລົງເຄື່ອນໄຫວ ແລະ ເຮັດວຽກຢູ່ ແຂວງສະຫວັນນະເຂດ.   ໃນວັນທີ 18 ກັນຍາ 2026, ສະຫາຍ ປອ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,

ສະຫາຍ ປອ. ຄໍາມອນ ຈັນທະຈິດ, ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານຜູ້ປະຈໍາການ ສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ລົງເຄື່ອນໄຫວ ແລະ ເຮັດວຽກຢູ່ ແຂວງຈໍາປາສັກ.

ສະຫາຍ ປອ. ຄໍາມອນ ຈັນທະຈິດ, ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານຜູ້ປະຈໍາການ ສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ລົງເຄື່ອນໄຫວ ແລະ ເຮັດວຽກຢູ່ ແຂວງຈໍາປາສັກ.   ໃນວັນທີ 16 ກັນຍາ 2026, ສະຫາຍ ປອ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສະພາທິດສະດີສູນກາງພັກ 2021-2025 ແລະ ທິດທາງແຜນການ 2026-2030

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສະພາທິດສະດີສູນກາງພັກ 2021-2025 ແລະ ທິດທາງແຜນການ 2026-2030 ໃນຕອນເຊົ້າ ຂອງວັນອັງຄານ, ວັນທີ 8 ກັນຍາ 2026, ເວລາ 8:30 ໂມງ ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມ ເພື່ອສະຫຼຸບການຈັດຕັ້ງປະຕິບັດວຽກງານສະພາທິດສະດີສູນກາງພັກ ໄລຍະ 2021-2025 ແລະ ວາງທິດທາງແຜນການ ໄລຍະ 2026-2030 ທີ່ໂຮງແຮມກຼາວພາຊາ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສຈ. ປອ. ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ປະທານສະພາທິດສະດີສູນກາງພັກ. ເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍສໍາຄັນນີ້ ມີບັນດາສະຫາຍຮອງປະທານ, ຫົວໜ້າຄະນະກໍາມະການດ້ານຕ່າງໆ ແລະ ບັນດາສະມາຊິກສະພາທິດສະດີສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.

ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ລົງເຄື່ອໄຫວວຽກງານຢູ່ແຂວງຫຼວງພະບາງ

ໃນວັນທີ 18-19 ສິງຫາ 2026 ທີ່ຜ່ານມາ ສະຫາຍ ປອ. ຄໍາມອນ ຈັນທະຈິດ, ກຳມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກຜູ້ປະຈຳການ ພ້ອມດ້ວຍຄະນະ ລົງເຄື່ອໄຫວວຽກງານຢູ່ແຂວງຫຼວງພະບາງ ເພື່ອເປັນການເກັບກຳຂໍ້ມູນໃຫ້ແກ່ການກະກຽມເນື້ອໃນ ເພື່ອເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີລະຫວ່າງສອງພັກ ລາວ-ຈີນ ຄັ້ງທີ XIV ທີ່ຈະຈັດຂຶ້ນຢູ່ ສປ. ຈີນ ພາຍໃຕ້ ຫົວຂໍ້: “ບົດຮຽນການຫັນເປັນຕົວເມືອງ ແລະການຄຸ້ມຄອງຕົວເມືອງ ໃນການສ້າງສັງຄົມນິຍົມ ໃຫ້ຫັນເປັນທັນສະໄໝ, ບົດຮຽນ ຂອງລາວ ແລະຈີນ” ໃນທ້າຍເດືອນພະຈິກ 2026 ນີ້ ໃຫ້ຮັບປະກັນທາງດ້ານເນື້ອໃນ, ຂໍ້ມູນ ເພື່ອເປັນບ່ອນອີງໃນການຂຽນບົດໃນຫົວຂໍ້ຍ່ອຍຕ່າງໆ. ນອກຈາກນັ້ນຍັງໄດ້ຮັບຟັ່ງບົດລາຍງານໂດຍສັງເຂບ ກ່ຽວກັບວຽກງານການພັດທະນາຕົວເມືອງຂອງແຂວງຫຼວງພະບາງ ໃນໄລຍະຜ່ານມາ.

ສະພາທິດສະດີສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນ ສະພາທິດສະດີສູນກາງພັກກອມມູນິດຫວຽດນາມ.

ໃນຕອນບ່າຍຂອງວັນທີ 4 ກໍລະກົດ 2026 ທີ່ ສະພາທິດສະດີສູນກາງພັກ, ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານທິດສະດີສູນກາງພັກ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຮສ ປອ ດວານ ມິງ ຮັວນ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ຫົວຫນ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ, ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນມາມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

1 2 3 … 7

ວິດີໂອການເຄື່ອນໄຫວວຽກງານ ສພທ