ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສະພາທິດສະດີສູນກາງພັກ 2021-2025 ແລະ ທິດທາງແຜນການ 2026-2030

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສະພາທິດສະດີສູນກາງພັກ 2021-2025
ແລະ ທິດທາງແຜນການ 2026-2030
ໃນຕອນເຊົ້າ ຂອງວັນອັງຄານ, ວັນທີ 8 ກັນຍາ 2026, ເວລາ 8:30 ໂມງ ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມ ເພື່ອສະຫຼຸບການຈັດຕັ້ງປະຕິບັດວຽກງານສະພາທິດສະດີສູນກາງພັກ ໄລຍະ 2021-2025 ແລະ ວາງທິດທາງແຜນການ ໄລຍະ 2026-2030 ທີ່ໂຮງແຮມກຼາວພາຊາ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສຈ. ປອ. ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ປະທານສະພາທິດສະດີສູນກາງພັກ. ເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍສໍາຄັນນີ້ ມີບັນດາສະຫາຍຮອງປະທານ, ຫົວໜ້າຄະນະກໍາມະການດ້ານຕ່າງໆ ແລະ ບັນດາສະມາຊິກສະພາທິດສະດີສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຈະໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງສະພາທິດສະດີສູນກາງພັກ ໄລຍະ 2021-2025 ເຊິ່ງສາມາດຢັ້ງຢືນໄດ້ຢ່າງໜັກແໜ້ນວ່າ: ຜ່ານມາສະພາທິດສະດີສູນກາງພັກໄດ້ມີຜົນສຳເລັດໃນການປະຕິບັດບົດບາດໃຫ້ຄຳປຶກສາແກ່ສູນກາງໄດ້ເປັນຢ່າງດີສະແດງອອກພົ້ນເດັ່ນໃນຫຼາຍດ້ານ: ດ້ານການປະຕິບັດນິຕິກຳ ສະພາທິດສະດີໄດ້ອອກນິຕິກຳສະເພາະ ແລະໄດ້ມີການປະຕິບັດຢ່າງເຂັ້ມງວດ; ດ້ານການຮັບຮອງເອົາຫົວຂໍ້ຄົ້ນຄວ້າ, ຜົນການຄົ້ນຄວ້າໃນລະດັບຕ່າງໆ ແລະ ມີຜະລິດຕະພັນອອກມາຮັບໃຊ້ສັງຄົມຢ່າງຕໍ່ເນື່ອງ; ດ້ານການຈັດຕັ້ງສຳມະນາຮ່ວມກັບສອງພັກ, ກັບບັນດາພັກການເມືອງອ້າຍນ້ອງ ແມ່ນໄດ້ຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ, ໝາກຜົນຂອງການຈັດສຳມະນາທິດສະດີ ແມ່ນໄດ້ສະຫຼຸບສັງລວມ ແລະລາຍງານສະໜອງຂໍ້ມູນໃຫ້ສູນກາງພັກໃນບັນຫາຕ່າງໆ ປະຕິບັດໄດ້ເປັນປົກກະຕິ; ດ້ານການຄົ້ນຄວ້າທິດສະດີການເມືອງ, ແນວຄິດທິດສະດີຂອງພັກ ແມ່ນໄດ້ສຳເລັດໃນຫຼາຍຂົງເຂດ ເປັນຕົ້ນການປະກອບສ່ວນໃນການຮ່າງລາຍງານການເມືອງ ຄັ້ງທີ XII ຂອງພັກ; ການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ການຄົ້ນຄວ້າໂຄງການການເມືອງ, ການຈັດຕັ້ງສະຫຼຸບ 40 ປີ ປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກ, ການຄົ້ນຄວ້າສ້າງບັນດາປະຖົມປັດໄຈຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ, ການຄົ້ນຄວ້າວິທະຍາສາດຮັບໃຊ້ວັນສຳຄັນຂອງພັກຂອງຊາດ ແລະ ການຄົ້ນຄວ້າຫົວຂໍ້ລະດັບຊາດທີ່ສູນກາງມອບໝາຍໃຫ້ ໄດ້ຮັບການຈັດຕັ້ງປະຕິບັດໄດ້ຮັບໝາກຜົນຢ່າງຈົບງາມ. ໃນໄລຍະຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ສະພາທິດສະດີສູນກາງພັກ ປະຕິບັດບົດບາດເປັນໃຈກາງໃນການຮ່າງມະຕິຂອງ ຄະນະບໍລິຫານງານສູນກາງພັກ ໄດ້ມີຜົນສຳເລັດໃນເບື້ອງຕົ້ນ ແລະ ກຳລັງຕັ້ງໜ້າເຂົ້າຮ່ວມດ້ວຍຄວາມຮັບຜິດຊອບສູງ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງດ້ວຍຄວາມເປັນເຈົ້າການສູງ. ບັນດາຜົນງານ ແລະ ຜົນສໍາເລັດຂອງການຈັດຕັ້ງປະຕິບັດວຽກງານຂອງສະພາທິດສະດີສູນກາງພັກ ທີ່ຍາດມາໄດ້ແມ່ນການປະກອບສ່ວນ ດ້ວຍຄວາມຮັບຜິດຊອບສູງທາງດ້ານສະຕິປັນຍາ ຂອງບັນດາສະຫາຍສະມາຊິກສະພາທິດສະດີສູນກາງພັກ.
ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການແຫ່ງການຄົ້ນຄວ້າທິດສະດີ ແລະ ພຶດຕິກຳໃນເງື່ອນໄຂໃໝ່ ແລະ ເພື່ອສະໜອງຂໍ້ມູນໃຫ້ສູນກາງພັກ ມີຄວາມຮັບປະກັນນັ້ນ ສະພາທິດສະດີສູນກາງພັກ ໄດ້ມີແຕ່ງຕັ້ງກົງຈັກສະພາທິດສະດີສູນກາງພັກ ຊຸຸດໃໝ່ຂຶ້ນ. ໃນໂອກາດນີ້ ສະຫາຍ ດອນ ໄພວົງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງ ປະທານ, ຮອງປະທານ ສະພາທິດສະດີສູນກາງພັກ ສະບັບເລກທີ 66/ກມສພ, ລົງວັນທີ 17 ເດືອນ 08 2026 ດັ່ງນີ້: ແຕ່ງຕັ້ງ ສະຫາຍ ສຈ. ປອ. ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ເປັນປະທານສະພາທິດສະດີສູນກາງພັກ; ແຕ່ງຕັ້ງ ສະຫາຍ ປອ. ຄໍາພັນ ເຜີຍຍະວົງ, ສະຫາຍ ປອ. ອານຸພາບ ຕຸນາລົມ, ສະຫາຍ ປອ. ລີເບີ ລີບົວປາວ ແລະ ສະຫາຍ ປອ. ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເປັນຮອງປະທານສະພາທິດສະດີສູນກາງພັກ. ນອກຈາກນັ້ນ, ຍັງໄດ້ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງຫົວໜ້າຄະນະກໍາມະການດ້ານຕ່າງໆ ສະບັບເລກທີ 180/ຄລສພ, ລົງວັນທີ 17 ເດືອນ 08 2026, ແຕ່ງຕັ້ງຫົວໜ້າຄະນະກໍາມະການດ້ານຕ່າງໆ ຈໍານວນ 4 ສະຫາຍ ແລະ ແຕ່ງຕັ້ງສະມາຊິກສະມາຊິກສະພາທິດສະດີສູນກາງພັກ ຈໍານວນ 30 ສະຫາຍ.
ໃນໂອກາດດັ່ງກ່າວ ສະຫາຍ ສຈ. ປອ. ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ປະທານສະພາທິດສະດີສູນກາງພັກ ໄດ້ມີຄໍາເຫັນໂອ້ລົມ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ການປະກອບສ່ວນຂອງບັນດາສະຫາຍສະມາຊິກສະພາທິດສະດີສູນກາງພັກຊຸດຜ່ານມາ ແລະ ເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານ ທີ່ສະພາທິດສະດີສູນກາງພັກ ມອບໝາຍໃຫ້ ດ້ວຍຄວາມຮັບຜິດຊອບສູງ ແລະ ໃຫ້ມີຜົນສໍາເລັດໃໝ່, ຜົນງານໃໝ່ຍິ່ງໃຫຍ່ກວ່າເກົ່າ, ປະກອບສ່ວນເຂົ້າໃນການຄົ້ນຄວ້າທິດສະດີການເມືອງ, ແນວຄິດທິດສະດີຂອງພັກ ແລະ ວິທະຍາສາດສັງຄົມ ໃຫ້ມີຄຸນນະພາບ ແລະ ສະໜອງຂໍ້ມູນໃຫ້ສູນກາງພັກໃນວຽກງານຕ່າງໆ ທີ່ອຸດົມສົມບູນ ແລະ ທັນເວລາ.
ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານສະພາທິດສະດີສູນກາງພັກ ດໍາເນີນໄປເປັນເວລາ 1 ຄາບ ແລະ ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ.
ແຫລ່ງຂ່າວ: ຫ້ອງການ​ສະພາທິດສະດີສູນກາງພັກ