ກົມຂໍ້ມູນຂ່າວສານປະກອບສ່ວນສິດສອນນັກສຶກສາປະລິນຍາຕີ ສາຂາໂຄສະນາອົບຮົມທີ່ສະຖາບັນການເມືອງການປົກຄອງແຫ່ງຊາດທ່າງອນສົກປີ 2019-2020

ກົມຂໍ້ມູນຂ່າວສານປະກອບສ່ວນສິດສອນນັກສຶກສາປະລິນຍາຕີ ສາຂາໂຄສະນາອົບຮົມທີ່ສະຖາບັນການເມືອງການປົກຄອງແຫ່ງຊາດທ່າງອນສົກປີ 2019-2020

ອີງຕາມໂຄງການຂື້ນຫ້ອງສິດສອນພາກວິຊາໂຄສະນາອົບຮົມແຕ່ລະປີທີ່ທາງ ຄອສພ ໄດ້ປະກອບສ່ວນເຂົ້າໃນແຜນການຮຽນ ແລະ ການສອນ.

ກົມຂໍ້ມູນຂ່າວສານກໍແມ່ນກົມໜື່ງທີ່ໄດ້ປະກອບສ່ວນເຂົ້າໃນການສິດສອນນັກສຶກສາປະລິນຍາຕີສາຂາໂຄສະນາອົບຮົມທີ່ສະຖາບັນການເມືອງການປົກຄອງແຫ່ງຊາດທ່າງອນໂດຍມີສຶກສາທັງໝົດ 16 ຄົນ, ຍິງ 4 ຄົນ. ເຊິ່ງນຳໂດຍ ອາຈານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານ ເປັນຜູ້ຊີ້ນໍາ ແລະ ຂື້ນຫ້ອງສິດສອນພ້ອມບັນດາຄູອາຈານແຕ່ລະພະແນກ.

ຈຸດປະສົງ​ ​ແມ່ນ​ເພື່ອ​​ຍົກ​ລະດັບ​ຄວາມ​ຮູ້​, ຄວາມ​ສາມາດ​ໃຫ້​ແກ່ນັກສຶກສາກ່ຽວກັບ​ວຽກງານຂໍ້ມູນຂ່າວສານ ໃຫ້ນັບມື້ນັບສູງ ແລະ ທັນກັບຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ວຽກງານ. ບັນດາເອກະສານທີ່ນໍາມາສະເໜີໃນຄັ້ງນີ້ປະກອບມີ 6 ບົດຄື:

ບົດທີ 1: ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ ຂໍ້​ມູນ​ຂ່າວສານ ເຂົ້າ​ໃນ​ວຽກງານ​ໂຄສະນາ​ອົບຮົມໃນໄລຍະໃໝ່.
ບົດທີ 2: ວິທີການນຳໃຊ້ຄອມພິວເຕີ.
ບົດທີ 3: ວິທີການນຳໃຊ້ອິນເຕີເນັດ Internet.
ບົດທີ 4: ຂ່າວສານເອເລັກໂຕຣນິກ(ເວັບໄຊສ).
ບົດທີ 5: ວຽກງານຫ້ອງສະໝຸດ ແລະ ສຳເນົາເອກະສານ.
ບົດທີ 6: ການນຳໃຊ້ລະບົບເຄືອຂ່າຍເອເລັກໂຕຼນິກເຂົ້າໃນການເຄື່ອນໄຫວວຽກງານ.

ນັກສຶກສາໄດ້ຮຽນຮູ້ພື້ນຖານ ວຽກງານໄອທີຂັ້ນຕົ້ນ, ຂັ້ນກາງ ແລະ ຂັ້ນສູງ, ທັງພາກທິດສະດີ ແລະ ພາກປະຕິບັດ ຕົວຈິງ; ໄດ້ຄົ້ນຄ້ວາ, ຮຽນຮູ້ ແລະ ປະດິດສ້າງເຕັກ​ໂນ​ໂລ​ຢີ ຂໍ້​ມູນ​ຂ່າວສານ ເຂົ້າ​ໃນ​ວຽກງານ​ໂຄສະນາ​ອົບຮົມໃນຍຸກປັດຈູບັນເປັນຕົ້ນ ການສ້າງ ແລະ ສົ່ງເມວ, ການອັບຂໍ້ມູນຜ່ານ Google drive, ການເຂົ້າເຖີງສື່ຕ່າງໆ(ເວັບໄຊສ), ການນໍາໃຊ້ໂປຣແກຣມ ອັນຕີໄວຣັດ, ການເກັບຮັກສາເອກະສານເກົ່າມາເປັນອັນໃໝ່, ການສົ່ງຂໍ້ມູນຜ່ານສາຍແລນ ແລະ ອື່ນໆ…

ນອກນັ້ນແລ້ວອາຈານ ວັນຕູລາ ຣັກນຸດວ່າການຫົວໜ້າກົມຂໍ້ມູນຂ່າວສານ ​ຍັງໄດ້​ຮຽກຮ້ອງ​ໃຫ້​ບັນດານັກຝຶກອົບຮົມ ​ຈົ່ງ​ຕັ້ງໜ້າຄົ້ນຄວ້າ, ຍາດ​ແຍ່ງ ເອົາຄວາມຮູ້​ນຳ​ອາຈານ​ເພື່ອນຳ​ໄປ​ພັດທະນາ, ໜູນໃຊ້ເຂົ້າໃນ​ວຽກງານ​ວິຊາ​ສະ​ເພາະ​ຂອງ​ຕົນ​ໃຫ້​ນັບ​ມື້​ດີ​ຂຶ້ນ ສ້າງຄວາມສະດວກໃນການຕິດຕໍ່ ປະສານງານ ລະຫວ່າງເມືອງ ກັບແຂວງ ກໍ່ຄືຂະແໜງການ ທີ່ກ່ຽວຂ້ອງ ໃຫ້ມີຄວາມວ່ອງໄວ ເພື່ອປັບປຸງໜ້າທີ່ວິຊາສະເພາະຂອງຕົນໃຫ້ມີການຫັນປ່ຽນຂື້ນຢ່າງຈະແຈ້ງ.