ກົມຄຸ້ມຊັບສິນຂອງລັດກະຊວງການເງິນຈັດປາຖະກະຖາວັນຊາດ 2 ທັນວາ….

ກົມຄຸ້ມຊັບສິນຂອງລັດກະຊວງການເງິນຈັດປາຖະກະຖາວັນຊາດ 2 ທັນວາ ຄົບຮອບ 44 ປີ ແລະ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 99 ປີທີ່ກົມຄຸ້ມຊັບສິນຂອງລັດກະຊວງການເງິນ.

ໃນວັນທີ່ 29 ພະຈິກ 2019 ກົມຄຸ້ມຊັບສິນຂອງລັດກະຊວງການເງິນໄດ້ຈັດປາຖະກະຖາ ວັນຊາດ 2 ທັນວາ ຄົບຮອບ 44 ປີ ແລະ ວັນຄ້າຍວັນເກີດປະທານ

ໄກສອນ ພົມວິຫານ ຄົບຮອບ 99 ປີ ໃຫ້ກຽດປາຖະກະຖາ ທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ, ຫົວໜ້າ ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຮັບຟັງມີຄະນະກົມ, ພະນັກງານຫຼັກແຫລ່ງກົມຄຸ້ມຊັບສິນຂອງລັດເຂົ້າຮ່ວມຢ່າງພ້ອມພຽງ.

ການປາຖະກະຖາຄັ້ງນີ້ ທ່ານໄດ້ຍົກໃຫ້ເຫັນປະຫວັດມູນເຊື້ອຂອງຊາດລາວ ໃນໄລຍະຕໍ່ສູ້ກູ້ຊາດ ຕ້ານພວກຈັກກະພັດລ່າເມືອງຂື້ນແບບເກົ່າ ແລະ ແບບໃໝ່ ພາຍໃຕ້ ການຊີ້ນຳ-ນຳພາຂອງພັກອມມູນນິດອິນດູຈີນ ກໍຄືພັກປະຊາຊົນປະຕິວັດລາວຈົນສາມາດຍາດໄດ້ໄຊຊະນະຢ່າງສົມບູນ ແລະ ສາຖາປະນາເປັນປະເທດສາທາລະນະລັດປະຊາທິປະໄຕ ປະຊາຊົນລາວວັນຊາດ 2 ທັນວາ ປີ1975. ຫຼັງຈາກນັ້ນໄດ້ສືບຕໍ່ປາຖະກະຖາກ່ຽວກັບຊີວິດການເຄື່ອນໄຫວພາລະກິດປະຕິວັດຂອງທ່ານ ປະທານ ໄກສອນພົມວິຫານຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ນັກປະຕິວັດທີ່ຍິ່ງໃຫຍ່ຂອງຊາດ, ວິລະບຸລຸດ, ເປັນນັກທິດສະດີ, ເປັນນັກໂຄສະນາປາຖະກະຖາທີ່ດີເລີດ, ເປັນຜູ້ວາງຍຸດທະສາດຍຸດໂທບາຍ ແລະ ວິທີປະຕິວັດທີ່ສະຫຼາດຄ່ອງແຄ້ວ, ເປັນຜູ້ນໍາທີ່ມີຄຸນສົມບັດສິນທໍາປະຕິວັດສູງສົ່ງ, ມີທັດສະນະມະຫາຊົນກວ້າງຂວາງ, ເປັນຜູ້ນໍາທີ່ດຸໝັ່ນ, ແລະ ເປັນແກ່ນສານແຫ່ງການເຕົ້າໂຮມຄວາມສາມັກຄີພາຍໃນພັກ-ຊາດ ແລະ ເພື່ອນມິດສາກົນ.

ໃນໂອກາດດັ່ງກ່າວ ທ່ານ ຍັງໄດ້ຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກ ຈົ່ງໄດ້ຮໍ່າຮຽນເອົາແບບຢ່າງນໍ້າໃຈຮັກຊາດອັນດູດດື່ມ, ຈິດໃຈຕໍ່ສູ້ພິລະອຽດຫານກ້າແກ່ນ, ທັດສະນະຫຼັກໝັ້ນອັນໜັກແໜ້ນ, ແບບຢ່າງຄຸນສົມບັດສິນທໍາປະຕິວັດແລະ ນໍ້າໃຈເສຍສະຫຼະອັນສູງສົ່ງ ເພື່ອຊາດເພື່ອປະຊາຊົນ ພ້ອມກັນນັ້ນ ພວກເຮົາຕ້ອງສືບຕໍ່ເສີມຂະຫຍາຍ, ປົກປັກຮັກສາມໍລະດົກອັນລໍ້າຄ່າ ທີ່ປະທານ ໄກສອນ ພົມວິຫານ ທີ່ໄດ້ສ້າງປະໄວ້ໃຫ້ນັ້ນ ຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານ ກໍຄືພາລະກິດ ສ້າງສາພັດທະນາປະເທດໃຫ້ມີຄວາມຮຸ່ງເຮືອງສິວິໄລ.