ຄະນະຊາວໜຸ່ມ ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ​ຮ່ວມກັບ ຊາວໜຸ່ມ 6 ອົງການຈັດຕັ້ງພັກ ຈັດຕັ້ງພິທີລະນຶກວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ97 ປີ.

ໃນຕອນ​ເຊົ້າ​ວັນ​ທີ 13 ທັນວາ​ 2017 ຜ່ານມາ. ຄະນະຊາວໜຸ່ມ ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ​ຮ່ວມກັບ ຊາວໜຸ່ມ 6 ອົງການຈັດຕັ້ງພັກ​​​ໄດ້ຈັດຕັ້ງພິທີລະນຶກວັນຄ້າຍວັນເກີດ ປະທານ ໄກສອນ

ພົມວິຫານ ຄົບຮອບ97 ປີ ຢູ່​ທີ່ ຫໍພິພິທະ​ພັນ ໄກສອນ ພົມວິຫານ. ​ເຊິ່ງນຳ​ໂດຍ​ເລຂາ​ຊາວໜຸ່ມ​ ພ້ອມ​ດ້ວຍ​ສະມາຊິກ​ຊາວໜຸ່ມແຕ່​ລະ​ອົງການ ​ເຂົ້າຮ່ວມ​ຢ່າງ​ພ້ອມພຽງ.

​ໃນ​ພິທີ​ໄດ້​ມີ​ການວາງ​ກະຕ່າ​ດອກ​ໄມ້ ​ເພື່ອ​​ໄວ້ອາ​ໄລ ​ແລະ ຈາລຶກ​ຜົນງານ, ຄຸນງາມຄວາມດີ ຂອງ​ປະທານ​ໄກສອນ ພົມວິຫານ ຜູ້ນຳ​ທີ່​ແສນ​ເຄົາລົບ​ຮັກ ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ. ຫຼັງຈາກ​ນັ້ນຂະ​ບວນຊາວໜຸ່ມ​ໄດ້​ພ້ອມ​ກັນ​​​ມາ​ອອກ​ແຮງ​ງານ ອະນາ​ໄມ​ສະຖານ​ທີ່​ເຂດ​ອະນຸສອນ​ສະ ຖານ ປະທາ​ນ ​ໄກສອນ ພົມວິຫານ ​(ໃນຫຼັກ 6 ) ຢ່າງ​ເປັນ​ຂະ​ບວນຟົດ​ຟື້ນ, ພ້ອມ​ນັ້ນຍັງ​ໄດ້​​ເຂົ້າຢ້ຽມ ຊົມ ທັດສະນະ​ສຶກສາ​ ອານຸສອນສະຖານ ຂອງປະທານໄກສອນ ພົມວິຫານ ​ເພື່ອສ້າງ​ຄວາມ​ຮັບ​ຮູ້ ​ແລະ ຮໍ່າຮຽນເອົາແບບ​ແຜນ​ດຳລົງ​ຊີວິດ​, ພາລະກິດການເຄື່ອນໄຫວ, ອຸດົມ​ການຂອງ​ເພິ່ນທີ່​ມີ​ຕໍ່ປະ ເທດຊາດ, ຕໍ່ປະຊາຊົນ​. ປະທານ ໄກສອນ ພົມວິຫານ ເປັນຜູ້ນຳທີ່ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດຢ່າງເດັດຂາດ ຕໍ່ສູ້ຢ່າງອົງອາດກ້າແກ່ນ ແລະ ພິລະອາດຫານ, ເດັດດ່ຽວໜ້ຽວແໜ້ນ ຍາມໃດກໍຍົກສູງສະຕິລະບຽບວິໄນຕໍ່ການຈັດຕັ້ງ, ນັບຖືໝູ່ຄະນະມີຄວາມສາມັກຄີຮັກແພງເພື່ອນມິດສະຫາຍດ້ວຍຄວາມຈິງຈັງ ແລະ ຈິງໃຈ, ມີແບບແຜນການດຳລົງຊີວິດແບບລຽບງ່າຍ ແລະ ຊື່ສັດສຸດຈະລິດ, ເປັນນັກປັນຍາຊົນຜູ້ຍິ່ງໃຫຍ່ ທີ່ມີຄວາມມານະອົດທົນ ທັດສະນະຫຼັກໝັ້ນ ແລະ ນ້ຳໃຈຮັກຊາດອັນດູດດື່ມ, ມີຈິດໃຈຕໍ່ສູ້ຢ່າງອົງອາດກ້າຫານ, ມີນ້ຳໃຈເສຍສະລະອັນສູງສົ່ງເພື່ອປະເທດຊາດ ແລະ ປະ ຊາຊົນ, ປະທານ ໄກສອນ ພົມວິຫານ ເປັນນັກປະຕິວັດ ນັກຮັກຊາດທີ່ແທ້ຈິງ ເປັນໜຶ່ງໃນຜູ້ນຳທີ່ດີເດັ່ນຂອງປະຊາຊົນລາວບັນດາເຜົ່າ. ໃນຕະຫຼອດຊີວິດການປະຕິວັດພາລະກິດຂອງເພິ່ນບໍ່ວ່າຈະຢູ່ໃນຕຳແໜ່ງໃດ ໃນຄວາມຮັບຜິດຊອບອັນໃດ ເພິ່ນກໍໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ໝົດຈິດໝົດໃຈດ້ວຍຫົວຄິດປະດິດສ້າງຂອງຕົນເອງໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອເອກະລາດອະທິປະໄຕຂອງຊາດ ແລະ ຄວາມອຸດົມ ສົມບູນພູນສຸກຂອງປະຊາຊົນລາວ.