ຊາວໝຸ່ມຄະນະໂຄສະນາອົບຮົມສູນກາງພັກ ໄປທັດສະນະສຶກສາຢ້ຽມຊົມເຂດອະນຸສອນສະຖານ ປະທານໄກສອນ ພົມວິຫານ(ຫຼັກ 6)

ຊາວໝຸ່ມຄະນະໂຄສະນາອົບຮົມສູນກາງພັກໄປທັດສະນະສຶກສາຢ້ຽມຊົມເຂດອະນຸສອນສະຖານ ປະທານໄກສອນ ພົມວິຫານ(ຫຼັກ 6)

ໃນຕອນເຊົ້າວັນທີ 29 ທັນວາ 2019 ທີ່ຜ່ານມາ ຊາວໝຸ່ມຄະນະໂຄສະນາອົບຮົມສູນກາງພັກ ໄປທັດສະນະສຶກສາຢ້ຽມຊົມເຂດອະນຸສອນສະຖານ ປະທານໄກສອນ ພົມວິຫານ(ຫຼັກ 6) ເພື່ອຕ້ອນຮັບວັນຊາດ 2 ທັນວາ ຄົບຮອບ 44 ປີ ແລະ ລະນຶກເຖີງວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ ເຊີ່ງນຳໂດຍ ສະຫາຍ ສະບາຍດີ ຄູນທະວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍສະມາຊິກຊາວໝຸ່ມແຕ່ລະກົມທັງໝົດຈຳນວນ 50 ສະຫາຍ, ຍິງ 24 ສະຫາຍ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດັ່ງກ່າວໄດ້ມີການວາງກະຕ່າດອກໄມ້ ເພື່ອໄວ້ອາໄລ ແລະ ຈາລຶກຜົນງານ, ຄຸນງາມຄວາມດີ ຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ. ຈຸດປະສົງເພື່ອໃຫ້ຊາວໜຸ່ມ, ນັກຮຽນ, ນັກສຶກສາຕະຫຼອດຮອດປະຊາຊົນບັນດາເຜົ່າຮູ້ ແລະ ເຂົ້າໃຈປະຫວັດຄວາມເປັນມາ, ການກຳເນີດຂອງພັກປະຊາຊົນປະຕິວັດລາວ, ການຕໍ່ສູ້ກູ້ຊາດ ແລະ ການເສຍສະຫຼະອັນໃຫຍ່ຫຼວງເພື່ອຊາດເພື່ອແຜ່ນດິນ, ເພື່ອເອກະລາດຂອງຊາດລາວ.

ນອກນັ້ນຍັງຍົກໃຫ້ເຫັນເຖີງຜົນງານ ແລະ ຄຸນງາມຄວາມດີ, ແບບແຜນການດຳລົງຊີວິດຂອງປະທານ ໄກສອນ ພົມວິຫານ ເພື່ອນຳມາເປັນແນວທາງໃນການດຳລົງຊີວິດຂອງພວກເຮົາ. ປະທານ ໄກສອນ ພົມວິຫານ ກໍແມ່ນລູກຮັກຫຼານແພງຂອງປະຊາຊົນລາວບັນດາເຜົ່າ, ແມ່ນຜູ້ຮັກຊາດ, ນັກປະຕິວັດທີ່ຍິ່ງໃຫຍ່ຂອງຊາດ, ວິລະບູລຸດ, ຜູ້ນຳຂອງພັກ-ລັດທີ່ປີຊາສາມາດສະຫຼາດສ່ອງໃສ, ເພີ່ນທັງເປັນນັກທິດສະດີ ແລະ ພຶດຕິກຳ, ເປັນນັກປຸກລະດົມຂົນຂວາຍເຕັມໄປດ້ວຍຄວາມສາມາດ ເປັນນັກໂຄສະນາປາຖະກະຖາທີ່ດີເລີດ, ເປັນນັກຍຸດທະສາດທີ່ປີຊາສາມາດ ແລະ ເປັນແກ່ນສານຂອງຄວາມສາມັກຄີພາຍໃນຊາດ ຍາມໃດເພີ່ນກໍ່ເອົາໃຈໃສ່ສ້າງ ແລະ ເພີ່ມທະວີສ້າງຄວາມສາມັກຄີປອງດອງລະຫວ່າງປະຊາຊົນບັນດາເຜົ່າ, ມີຄວາມເປັນເອກະພາບພາຍໃນຊາດ, ທ່ານເປັນຜູ້ນຳທີ່ມີຄຸນສົມບັດສີນທຳປະຕິວັດອັນສູງສົ່ງ, ມີທັດສະນະມະຫາຊົນກ້ວາງຂວາງ, ເປັນຜູ້ນຳທີ່ດຸໝັ່ນ, ດຳລົງຊີວິດແບບງ່າຍດາຍປະຢັດ ແລະ ບໍລິສຸດປອດໃສ. ໃນຕະຫຼອດຊີວິດການປະຕິວັດພາລະກິດຂອງເພິ່ນບໍ່ວ່າຈະຢູ່ໃນຕຳແໜ່ງໃດ ໃນຄວາມຮັບຜິດຊອບອັນໃດ ເພິ່ນກໍໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ໝົດຈິດໝົດໃຈດ້ວຍຫົວຄິດປະດິດສ້າງຂອງຕົນເອງໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.