ກົມສັງລວມ ຄະນະໂຄສະນາອົບຮົມສູນກາງພັກ ລົງເຄື່ອນໄຫວຝຶກ​ອົບ​ຮົມວຽກງານ​ສັງ​ລວມ-ຫາງ​ສຽງ​ສັງ​ຄົມ ທີ່​ເມືອງ​ຕົ້ນເຜິ້ງ ແຂວງ​ບໍ່ແກ້ວ.

ກົມສັງລວມ ຄະນະໂຄສະນາອົບຮົມສູນກາງພັກ ລົງເຄື່ອນໄຫວຝຶກ​ອົບ​ຮົມວຽກງານ​ສັງ​ລວມ-ຫາງ​ສຽງ​ສັງ​ຄົມ ທີ່​ເມືອງ​ຕົ້ນເຜິ້ງ ແຂວງ​ບໍ່ແກ້ວ.

    ໃນລະຫວ່າງວັນທີ 11-19 ກໍລະກົດ 2020 ກົມສັງລວມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົບທົບກັບ​ຄະ​ນະໂຄສະນາອົບຮົມແຂວງ ແລະ ​ຄະ​ນະໂຄສະນາອົບຮົມເມືອງຕົ້ນເຜິ້ງ ຈັດຕັ້ງການຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ຊຸດທີ II ທີ່ສະໂມສອນຫ້ອງວ່າ​ການ​ເມືອງຕົ້ນເຜິ້ງ​​ ພາຍໃຕ້ເປັນປະທານຮ່ວມ ແລະ ກ່າວເປີດຂອງທ່ານ ເຄື່ອນເພັດ ວົງຈັນ ກໍາມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງຕົ້ນເຜິ້ງ ແລະ ທ່ານ ນາງ ແສງຕານ ແກ້ວອິນດາປີງ, ຫົວໜ້າກົມສັງລວມ ຄະນະໂຄສະນາອົບຮົມສູນກາງພັກ ຊຶ່ງມີນັກສໍາມະນາກອນທີ່ມາ​ຈາກບັນດາ​ຫ້ອງ​ການ ແລະ ບ້ານ ທົ່ວ​ເມືອງ​ຕົ້ນເຜິ້ງ ໂດຍ​ແມ່ນ​​ບັນ​ດາຄະ​ນະ​ພັກ-ຫົວ​ໜ້າ​ຫ້ອງ​ການ, ເລ​ຂາ​ພັກ-ນາຍ​ບ້ານ ແລະ ຄະນະໂຄສະນາອົບຮົມເມືອງ  ເຂົ້າຮ່ວມທັງໝົດ 55 ສະ​ຫາຍ, ຍິງ 13 ສະຫາຍ.

    ການຈັດຝຶກອົບຮົມໃນຄັ້ງນີ້ ໄດ້ນໍາໃຊ້ເອກະສານ 4 ບົດ ຄື: ບົດທີ1 ບັນຫາພື້ນຖານກ່ຽວກັບວຽກງານຫາງສຽງສັງ ຄົມ; ບົດທີ2 ວິທີການເກັບກໍາ ແລະ ການນໍາໃຊ້ຫາງສຽງສັງຄົມເຂົ້າໃນວຽກງານການເມືອງ-ແນວຄິດ; ບົດທີ3 ຕາໜ່າງເພື່ອນຮ່ວມງານ ແລະ ບົດທີ 4 ວຽກງານຄົ້ນຄວ້າສັງລວມ. ການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ພະນັກງານຜູ້ທີ່ເຮັດວຽກງານຄົ້ນຄວ້າສັງລວມ-ເກັບກໍາຫາງສຽງສັງຄົມ ກໍ​ຄື​ພະ​ນັກ​ງານ​ການ​ນຳຫຼັກ​ແຫຼ່ງ​ທົ່ວ​ເມືອງ ມີຄວາມຮັບຮູ້ເຂົ້າໃຈ ແລະ ກໍາໄດ້ຄວາມໝາຍຄວາມສໍາຄັນ, ພາລະບົດບາດ, ໜ້າທີ່ຂອງພະນັກງານ ທີ່ເຮັດວຽກງານຄົ້ນຄວ້າສັງລວມ-ຫາງສຽງສັງຄົມ.

    ພາຍຫຼັງສຳເລັດພິທີຝຶກອົບຮົມແລ້ວ ໃນພິທີກ່າວປິດໃຫ້ກຽດໂອ້​ລົມ  ແລະ ມອບໃບຢັ້ງຢືນການ​ຝຶກ​ອົບຮົມໂດຍ ທ່ານ ເຄື່ອນເພັດ ວົງຈັນ ກໍາມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງຕົ້ນເຜິ້ງ.