ຄະນະບໍລິຫານງານສະຫະພັນແມ່ຍິງຄະນະໂຄສະນາອົບຮົມສູນກາງພັກສ້າງ ຂະບວນການແຂ່ງຂັນກິລາ ເພື່ອຕ້ອນຮັບວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 65 ປີ (20/07/1955-20/07/2020).

ຄະນະບໍລິຫານງານສະຫະພັນແມ່ຍິງຄະນະໂຄສະນາອົບຮົມສູນກາງພັກສ້າງ
ຂະບວນການແຂ່ງຂັນກິລາ
ເພື່ອຕ້ອນຮັບວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 65 ປີ (20/07/1955-20/07/2020).

ໃນຕອນບ່າຍວັນທີ 17 ກໍລະກົດ 2020 ຜ່ານມາຄະນະບໍລິຫານງານສະຫະພັນແມ່ຍິງຂອງຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີແຂ່ງຂັນກິລາບານເຕະຍິງ-ຊາຍ ແລະ ອາວຸໂສ ຢູ່ທີ່ເດີນເຕະບານຫຍ້າທຽມ ມຊ, ຂ້າງໂຮງຮຽນມັດທະຍົມສາທິດດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ,ໂດຍໃຫ້ກຽດເປັນປະທານ ແລະ ກ່າວເປີດພິທີ ໂດຍທ່ານ ອານົງສັກ ອິນທະວົງ ຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ເຂົ້າຮ່ວມມີ: 3ອົງການຈັດຕັ້ງມະຫາຊົນ, ສະຫະພັນແມ່ຍິງ, ຊາວໜຸ່ມ ແລະ ສະມາຊິກກຳມະບານບັນດາກົມທົ່ວ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ອານົງສັກ ອິນທະວົງ ຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຕາງໜ້າໃຫ້ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນກ່າວເປີດພິທີເພື່ອຂຳນັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 65 ປີ ແລະ ກອງປະຊຸມໃຫຍ່ກຳມະບານທີ່ຈະມາເຖີງໃນໄວໆນີ້, ທັງເປັນການສ້າງໂອກາດໃຫ້ຊາວໜຸ່ມ, ແມ່ຍິງ, ກຳມະບານທົ່ວ ຄອສພ ໄດ້ແລກປ່ຽນບົດຮຽນ,ສ້າງຄວາມສາມັກຄີດ້ວຍການຫຼິ້ນກິລາ ເຮັດໃຫ້ມີສຸຂະພາບແຂງແຮງ ແລະ ສ້າງມິດຕະພາບ. ນອກນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ນັກກິລາທຸກຄົນ, ມີນ້ຳໃຈນັກກິລາ, ຫຼິ້ນຢ່າງສ້າງສັນຮູ້ໄດ້ຮູ້ເສຍ, ຮູ້ເສຍສະຫຼະໃຫ້ອາໄພເຊິ່ງກັນ ແລະ ກັນ,ເປັນການກະຕຸກຊຸກຍູ້ເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ປະສົບຜົນສຳເລັດເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ.

ນັກກິລາອາວຸໂສຍິງ-ຊາຍ

ນັກກິລາບານເຕະຊາຍ

ນັກກິລາບານເຕະຍິງ

ຂ່າວ: ຄອນສະຫວັນ ເນົາວະລັງສີ