ກົມຂໍ້ມູນຂ່າວສານຈັດຝຶກອົບຮົມວຽກງານໄມໂຄຼຊອບທີມ (Microsoft teams) ແລະ ໂປຼແກຼມນັບຄະແນນສຽງ.

ກົມຂໍ້ມູນຂ່າວສານຈັດຝຶກອົບຮົມວຽກງານໄມໂຄຼຊອບທີມ (Microsoft teams) ແລະ ໂປຼແກຼມນັບຄະແນນສຽງ.

     ໃນລະຫວ່າງວັນທີ 27-28 ກໍລະກົດ 2020 ກົມຂໍ້ມູນຂ່າວສານຈັດຝຶກອົບຮົມວຽກງານໄມໂຄຼຊອບທີມ ແລະ ໂປຼແກຼມນັບຄະແນນສຽງເຊິ່ງໄດ້ຈັດຂຶ້ນທີ່ຫ້ອງອິນເຕີເນັດຊັ້ນ 3 ກົມຂໍ້ມູນຂ່າວສານ. ໃຫ້ກຽດເປັນປະ ທານ ແລະ ກ່າວເປີດພິທີໂດຍທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານ ມີ: ພະນັກງານພາຍ ໃນກົມຂໍ້ມູນຂ່າວສານທັງໝົດ ແລະ ຄະນະຮັບຜິດຊອບປ່ອນບັດເລືອກຕັ້ງກອງປະຊຸມເຂົ້າຮ່ວມ.

     ໃນພິທີທ່ານ ວັນຕຸລາ ຣັກນຸດວ່າການຫົວໜ້າກົມຂໍ້ມູນຂ່າວສານ ​ໄດ້ມີຄໍາເຫັນເຊິ່ງໄດ້ເນັ້ນໜັກ ຄວາມໝາຍຄວາມສຳຄັນຂອງ ການນໍາໃຊ້ໂປຼແກຼມ ເຂົ້າໃນການເຮັດວຽກແບບອອນລາຍໃນປັດຈຸບັນຂອງທຸກຂົງ ເຂດໃນໂລກທີ່ມີການລະບາດຂອງ ພະຍາດໂຄວິດ19, ສະນັ້ນ ການພັດທະນາ ແລະ ນຳໃຊ້ເຄື່ອງເອເລັກໂຕຼນິກເຂົ້າໃນການເຮັດວຽກແບບອອນລາຍຈຶ່ງມີຄວາມສໍາຄັນໃນການເຄື່ອນໄຫວປະຕິບັດວຽກງານ ໃຫ້ມີຄວາມວ່ອງໄວມາ  ແລະ ມີປະສິດທິພາບສູງ. ນອກນັ້ນທ່ານຍັງໄດ້​ຮຽກຮ້ອງ​ໃຫ້​ບັນດານັກຝຶກອົບຮົມ ​ຈົ່ງ​ຕັ້ງໜ້າຄົ້ນຄວ້າ ແລະ ກຳແໜ້ນບົດຮຽນເພື່ອໜູນໃຊ້ເຂົ້າໃນ​ວຽກງານ​ວິຊາ​ສະ​ເພາະ​ຂອງ​ຕົນ​ໃຫ້​ນັບ​ມື້​ດີ​ຂຶ້ນສ້າງຄວາມສະ ດວກໃນການຕິດຕໍ່ປະສານງານໃຫ້ມີຄວາມວ່ອງໄວ ເພື່ອປັບປຸງໜ້າທີ່ວິຊາສະເພາະຂອງຕົນໃຫ້ມີການຫັນປ່ຽນຂື້ນຢ່າງຈະແຈ້ງ.

      ຫຼັງຈາກນັ້ນພະແນກໂຄສະນາຜ່ານສື່ເອເລັກໂຕຼນິກໄດ້ຂຶ້ນບັນຍາຍກ່ຽວກັບການນຳໃຊ້ໄມໂຄຼຊອບທີມໃຫ້ແກ່ພະນັກງານພາຍໃນກົມຈຸດປະສົງ​ ​ແມ່ນ​ເພື່ອ​​ຍົກ​ລະດັບ​ຄວາມ​ຮູ້​, ຄວາມ​ສາມາດ​ໃຫ້​ແກ່ພະນັກງານ ກົມຂໍ້ມູນຂ່າວສານ ຮຽນຮູ້ໃນການສົ່ງເອກະສານ, ການສ້າງກຸ່ມເຮັດວຽກ, ການໂທວິດີໂອເຮັດວຽກຮ່ວມກັນຜ່ານທາງອອນລາຍໃຫ້ນັບມື້ນັບຫຼາຍຂຶ້ນ  ແລະ ທັນກັບຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ວຽກງານໃນຍຸກປັດຈຸບັນ. ຈາກນັ້ນກໍໄດ້ສືບຕໍ່ບັນຍາຍ ແລະ ແນະນຳກ່ຽວກັບການນຳໃຊ້ໂປຼແກຼມນັບຄະແນນສຽງໃຫ້ແກ່ຄະນະຮັບຜິດ ຊອບປ່ອນບັດເລືອກຕັ້ງກອງປະຊຸມໃຫຍ່ສະຫະພັນກຳມະບານ ຄອສພ ທີ່ຈະຈັດຂື້ນໃນໄວໆນີ້. ຈຸດປະສົງເພື່ອນໍາໃຊ້ລະບົບໄອທີ ທີ່ທັນສະໄໝເຂົ້າໃນການນັບຄະແນນສຽງ ເພື່ອເປັນການປະຫຍັດເວລາ, ມີຄວາມວ່ອງໄວ ແລະ ຊັດເຈນກວ່າພວກເຮົານໍາໃຊ້ຄົນໃນໄລຍະຜ່ານມາ ຊັກຊ້າ, ເສຍເວລາ ແລະ ບໍ່ຊັດເຈນ.