ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກລົງເຄື່ອນໄຫວຮັບສ່ອງແສງວຽກງານແນວຄິດ-ຫາງສຽງສັງຄົມຢູ່ແຂວງໄຊສົມບູນ.

ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກລົງເຄື່ອນໄຫວຮັບສ່ອງແສງວຽກງານແນວຄິດ-ຫາງສຽງສັງຄົມຢູ່ແຂວງໄຊສົມບູນ.

     ໂດຍປະຕິບັດຕາມແຜນງານການປັງປຸງຄຸນນະພາບ ຂອງວຽກງານໂຄສະນາອົບຮົມ ກໍ່ຄືວຽກງານຈຸດສຸມທີ່ໄດ້ກຳນົດໃນແຜນການ ປີ 2020 ຂອງຄະນະໂຄສະນາອົບຮົມສູນກາງພັກ ໃນລະຫວ່າງວັນທີ 6-7 ສິງຫາ 2020 ສະຫາຍ ຄໍາເຈນ ວົງໂພສີ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ ໄດ້ລົງໄປເຄື່ອນໄຫວເຮັດວຽກ ຢູ່ແຂວງ ໄຊສົມບູນ ໂດຍໃຫ້ກຽດຕ້ອນຮັບຂອງສະຫາຍ ພົຕ ຄໍາລຽງ ອຸທະໄກສອນ ເລຂາພັກແຂວງ, ເຈົ້າແຂວງ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ຂອງຄະນະໂຄສະນາອົບຮົມແຂວງ ໄຊສົມບູນ.

ໃນຕອນເຊົ້າຂອງວັນທີ 7 ສິງຫາ 2020 ສະຫາຍຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມສ່ອງແສງວຽກງານໂຄສະນາອົບຮົມ ກໍ່ຄືຫາງສຽງສັງຄົມ ຂອງແຂວງ ໄຊສົມບູນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ໄຊສົມບູນ ໂດຍມີຜູ້ເຂົ້າຮ່ວມຈາກທີມງານຄະນະໂຄສະນາອົບຮົມສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງໄຊສົມບູນຈຳນວນທັງໝົດ ມີ 14 ສະຫາຍ.ໃນກອງປະຊຸມສະຫາຍ ພົຕ ຄໍາລຽງ ອຸທະໄກສອນ ເລຂາພັກແຂວງ ເຈົ້າແຂວງ ໄຊສົມບູນ ໄດ້ລາຍງານສະພາບການທີ່ພົ້ນເດັ່ນ ແລະ ດ້ານຫຍໍ້ທໍ້ຂອງແຂວງ ໄຊສົມບູນ ໂດຍສະເພາະແມ່ນສະພາບທາງດ້ານແນວຄິດຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ນັບທັງຫາງສຽງສັງຄົມທີ່ກະທົບຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ; ສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບສັງຄົມເຊິ່ງສະແດງອອກປະຊາຊົນມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ການຄຸ້ມຄອງຂອງລັດ ແລະ ເຊື່ອໝັ້ນຕໍ່ແນວທາງປ່ຽນແປງໃໝ່ຂອງພັກ ມີຄວາມເປັນເຈົ້າຕົນເອງຕໍ່ການພັດທະນານັບມື້ນັບສູງຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນມີການຫັນປ່ຽນ ແລະ ມີການພັດທະນາຢ່າງຮອບດ້ານ; ນອກນັ້ນຍັງໄດ້ຮັບຟັງການລາຍງານສະພາບການເຄື່ອນ ໄຫວວຽກງານໂຄສະນາອົບຮົມຈາກຄະນະໂຄສະນາອົບຮົມແຂວງ, ເມືອງອະນຸວົງ ແລະ ຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເຫັນວ່າ ໃນໄລຍະຜ່ານມາເຖິງວ່າຈະມີຄວາມ ຫຍຸ້ງຍາກຫຼາຍດ້ານ ໂດຍສະເພາະແມ່ນງົບປະມານຮັບໃຊ້ການເຄື່ອນໄຫວວຽກງານ ຂອງແຕ່ລະພາກສ່ວນ ບໍ່ພຽງພໍຕາມຄວາມຮຽກຮ້ອງຕ້ອງການ, ແຕ່ດ້ວຍການຊີ້ນໍາ-ນໍາພາ ຂອງຄະນະພັກທ້ອງຖິ່ນ, ແຕ່ລະພາກສ່ວນ ກໍ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຕັ້ງຫນ້າ ແລະ ມີຜົນສໍາເລັດໃນຫຼາຍດ້ານ ອັນທີ່ພົ້ນເດັ່ນກວ່າໝູ່ແມ່ນການປະກອບສ່ວນເຂົ້າໃນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ຕາມນະໂຍບາຍ ແລະ ມາດຕະການຕ່າງໆ ທີ່ສູນກາງພັກ, ລັດຖະບານວາງອອກມີຜົນສໍາເລັດດີ, ແຕ່ກໍ່ຍັງມີຫຼາຍດ້ານທີ່ຈະຕ້ອງໄດ້ສືບຕໍ່ພັດທະນາ ເປັນຕົ້ນແມ່ນ ພື້ນຖານໂຄງລ່າງ, ຖະໜົນຖົນທາງ, ໄຟຟ້າ, ໂຮງຫມໍ, ນໍ້າລິນສະອາດ ແລະ ງົບປະມານຮັບໃຊ້ການເຄື່ອນໄຫວ ຂອງການຈັດຕັ້ງແຕ່ລະພາກສ່ວນ. ໄປພ້ອມກັບຜົນງານທີ່ຍາດມາໄດ້ນັ້ນກໍຍັງມີປະກົດການຫຍໍ້ທໍ້ຈຳນວນໜື່ງເກີດຂື້ນເຊັ່ນ: ຄວາມຮັບຮູ້ເຂົ້າ ໃຈຕໍ່ແນວທາງ, ນະໂຍບາຍຂອງພັກ-ລັດ ຂອງປະຊາຊົນບັນດາເຜົ່າຈໍານວນໜຶ່ງ ຍັງບໍ່ເລິກເຊິ່ງມີສະ ພາບແນວຄິດຄອງເດີມ, ປຽບທຽບສັ່ງຊາ, ບໍ່ເປັນເຈົ້າຕົນເອງໃນການສ້າງສາພັດທະນາ, ການປະຕິບັດລະບຽບກົດຫມາຍບໍ່ທັນເຂັ້ມງວດ, ບັນຫາສິ່ງເສບຕິດທີ່ແຜ່ລາມຢ່າງກວ້າງຂວາງ ແລະ ອື່ນໆ. ສໍາລັບໃນຖັນແຖວພະນັກງານ, ນັກຮົບຈໍານວນໜຶ່ງຢູ່ບາງກົມກອງ ຍັງບໍ່ທັນເປັນແບບຢ່າງທີ່ດີໃນການປະຕິບັດໜ້າທີ່ ຮັບໃຊ້ປະຊາຊົນ; ເຊິ່ງບັນຫາເຫຼົ່ານີ້ເປັນສິ່ງທ້າທາຍຕໍ່ການນໍາພາຂອງຄະນະພັກແຕ່ລະຂັ້ນຂອງແຂວງທີ່ຈະຕ້ອງສຸມໃສ່ແກ້ໄຂ.

ຕອນທ້າຍກອງປະຊຸມ ສະຫາຍ ຄໍາເຈນ ວົງໂພສີ ໄດ້ມີຄໍາເຫັນ ເຊິ່ງກ່ອນອຶ່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານແຫ່ງການຊີ້ນໍາ-ນໍາພາຂອງຄະນະພັກ-ຄະນະນໍາ ກໍ່ຄືການປະຕິບັດໜ້າທີ່ການເມືອງຂອງແຕ່ລະພາກສ່ວນຂອງແຂວງ ໄຊສົມບູນ ໃນຕະຫຼອດໄລຍະຜ່ານມາ ອັນໄດ້ເຮັດໃຫ້ແຂວງ ໄຊສົມບູນ ສືບຕໍ່ມີຄວາມສະຖຽນລະພາບທາງດ້ານເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດ-ສັງຄົມມີການພັດທະນາ ແລະ ຫັນປ່ຽນທີ່ຕັ້ງໜ້າຫຼາຍຂຶ້ນ ໃນທຸກດ້ານເມື່ອທຽບໃສ່ເມື່ອກ່ອນບໍ່ທັນສ້າງຕັ້ງເປັນແຂວງ ພ້ອມທັງແລກປ່ຽນຄວາມເຫັນໃນບັນຫາຕ່າງໆ ທີ່ຕັ້ງຂຶ້ນໃນກອງປະຊຸມຄັ້ງນີ້, ໂດຍສະເພາະແມ່ນບັນຫາສະພາບແນວຄິດ-ຫາງສຽງສັງຄົມ ທີ່ພົ້ນເດັ່ນໃນປັດຈຸບັນ ຜ່ານລະບົບສື່ສັງຄົມອອນລາຍ ເຊິ່ງມີທັງດ້ານບວກ, ດ້ານລົບ, ເລື່ອງຈິງ ແລະ ການໃສ່ຮ້າຍປ້າຍສີ. ບັນຫາດັ່ງກ່າວຖ້າພວກເຮົາບໍ່ສຸ່ມໃສ່ແກ້ໄຂດ້ວຍໃຊ້ມາດຕະການ ແລະ ວິທີການອັນເຫມາະສົມ ຈະສົ່ງຜົນກະທົບ ຕໍ່ບົດບາດການນໍາພາຂອງພັກ ກໍ່ຄືຄະນະພັກແຕ່ລະຂັ້ນ ຂອງພວກເຮົາ; ສະນັ້ນ ຈິ່ງສະເໜີໃຫ້ຄະນະພັກ ກໍໍ່ຄືຄະນະໂຄສະ ນາອົບຮົມແຂວງ ແລະ ເມືອງ ຈົ່ງໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດ້ານດີ, ດ້ວຍການສຸ່ມໃສ່ແກ້ໄຂບັນຫາຫຍໍ້ທໍ້ຢູ່ພາຍໃນພະນັກງານ-ນັກຮົບ ແລະ ປະຊາຊົນບັນດາເຜົ່າຢ່າງເດັດຂາດ ທັງສືບຕໍ່ຍົກສູງຄວາມຮັບຜິດຊອບໃນການກຳສະພາບຫາງສຽງສັງຄົມ, ວິເຄາະ, ວິໄຈລະອຽດ, ອັນໃດແມ່ນຫາງສຽງທີ່ມີຂໍ້ມູນຫຼັກຖານຕົວຈິງ ກໍ່ພ້ອມກັນແກ້ໄຂບົນພື້ນຖານແນວທາງນະໂຍບາຍຂອງພັກ-ລັດ, ຕາມພາລະບົດບາດຂອງແຕ່ລະພາກສ່ວນ ແລະ ຕາມສະພາບຕົວຈິງ. ກົງກັນຂ້າມອັນໃດບໍ່ມີມູນຄວາມຈິງກໍ່ອະທິບາຍ ແລະ ຕອບໂຕ້ດ້ວຍຮູບການຕ່າງໆໃຫ້ທັນການ ພ້ອມດຽວກັນນີ້ກໍສະເໜີໃຫ້ຄະນະພັກທ້ອງຖິ່ນ ສືບຕໍ່ອໍານວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ອົງການເສນາທິການທາງດ້ານແນວຄິດ ເພື່ອໃຫ້ອົງການດັ່ງກ່າວສາມາດເຄື່ອນໄຫວປະຕິບັດວຽກງານຂອງຕົນຢ່າງມີປະສິດພາບ.

ໃນໂອກາດດັ່ງກ່າວ ສະຫາຍ ຄຳເຈນ ວົງໂພສີ ຮອງຫົວໜ້າ ຄອສພ ຍັງໄດ້ໄປຢ້ຽມຢາມພົບປະໂອ້ລົມພະນັກງານໂຄສະນາອົບຮົມແຂວງ, ເມືອງອະນຸວົງ ແລະ ໄດ້ມອບໂນສ໌ບຸກ 1 ເຄື່ອງເພື່ອສ້າງຄວາມສະດວກໃຫ້ແກ່ການປະຕິບັດໜ້າທີ່ວຽກງານຂອງຕົນ.

ຂ່າວ: ທອນ ພົມທິກອນ