ຄະນະຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກໄດ້ເຂົ້າຮ່ວມພິທີໂຮມຊຸມນຸມປະກາດການສ້າງຕັ້ງສະຫະພັນຊາວໜຸ່ມລາວ

ຄະນະຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກໄດ້ເຂົ້າຮ່ວມພິທີໂຮມຊຸມນຸມປະກາດການສ້າງຕັ້ງສະຫະພັນຊາວໜຸ່ມລາວ

    ໃນ​ວັນ​ທີວັນທີ 25 ສິງຫາ​ຜ່ານ​ມາ ຄະ​ນະ​ຊາວ​ໜຸ່ມ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກໄດ້ເຂົ້າ​ຮ່ວມ​ພິ​ທີໂຮມຊຸມນຸມປະກາດການສ້າງຕັ້ງສະຫະພັນຊາວໜຸ່ມລາວ ທີ່ຫໍວັດທະນະທຳແຫ່ງຊາດ ນຳ​ພາໂດຍ​ທ່ານ​ ນາງ​ສົມ​ພອຍ ພົມ​ມະ​ຈັກ ຄະ​ນະ​ພັກ, ຮ​ອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ​ພ້ອມ​ດ້ວຍ​ອ້າຍ​ນ້ອງ​ບັນ​ດາ​ສະ​ມາ​ຊິກ​ຊາວ​ໜຸ່ມ​ຈຳ​ນວນ 5 ສະ​ຫາຍ​ ພິທີດັ່ງກ່າວໃຫ້ກຽດ ​ເປັນ​ປະ​ທານຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ເຊິ່ງມີຄະນະນໍາບັນດາກະຊວງ-ອົງການ, ຄະນະບໍລິຫານງານຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ.

    ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວໄດ້ລາຍງານກ່ຽວກັບການສ້າງຕັ້ງສະຫະພັນຊາວໜຸ່ມລາວໂດຍໄດ້ຍົກໃຫ້ເຫັນວ່າ: ການສ້າງຕັ້ງສະຫະພັນຊາວໜຸ່ມລາວ ແມ່ນຄວາມຈຳເປັນ ແລະ ແມ່ນຄວາມຮຽກຮ້ອງຕ້ອງການໃນສະພາບການປັດຈຸບັນ, ຈະສ້າງເງື່ອນໄຂອັນດີໃຫ້ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວສາມາດເຂົ້າເຖິງຊາວໜຸ່ມທຸກຂົງເຂດ, ທຸກສາຂາອາຊີບໄດ້, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຈະມີໂອກາດກຳເອົາກຳລັງຊາວໜຸ່ມ ແລະ ສາມາດເຮັດວຽກງານສຶກສາອົບຮົມ, ຈັດຕັ້ງ ແລະ ນຳພາເຂົາເຈົ້າເຂົ້າຮ່ວມຂະບວນການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ຕ້ານບັນດາປະກົດການ ຫຍໍ້ທໍ້ໃນຖັນແຖວຊາວໜຸ່ມ, ກຳລັງແຮງງານທີ່ບົ່ມຊ້ອນຢູ່ນຳຊາວໜຸ່ມຈະໄດ້ຂຸດຄົ້ນອອກມານຳໃຊ້ໃນວຽກງານຕົວຈິງ, ຮູບການເຄື່ອນໄຫວຂອງຊາວໜຸ່ມຈະອຸດົມສົມບູນຂຶ້ນຕື່ມ, ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຈະສາມາດຜ່ານຜ່າຂອດຈຳກັດການເຄື່ອນໄຫວແຕ່ພາຍໃນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວໄປສູ່ມະຫາຊົນໄດ້ກວ້າງຂວາງກວ່າເກົ່າ. ການພົວພັນລະຫວ່າງຊາວໜຸ່ມລາວກັບຊາວໜຸ່ມຂົງເຂດ, ພາກພື້ນ ແລະ ສາກົນໃຫ້ກວ້າງຂວາງໃຫ້ມີປະສິດທິຜົນກວ່າເກົ່າ.

   ໃນພິທີໂຮມຊຸມນຸມຄັ້ງນີ້ ທ່ານໄຊສົມພອນ ພົມວິຫານ ໄດ້ໃຫ້ກຽດໂອ້ລົມ ເຊິ່ງໄດ້ເນັ້ນໃຫ້ ສະຫະພັນຊາວໜຸ່ມໃຫ້ຮີບຮ້ອນກະກຽມນຳສະເໜີບຸກຄະລາກອນທີ່ຈະປະກອບເຂົ້າໃນໂຄງປະກອບບຸກຄະລາກອນຂອງສະຫະພັນຊາວໜຸ່ມລາວ ເພື່ອໃຫ້ໄດ້ເຄື່ອນໄຫວ ຕາມພາລະບົດບາດ ເຕົ້າໂຮມຄຸ້ມຄອງບັນດາສະມາຄົມ ທີ່ເຄື່ອນໄຫວພົວພັນກ່ຽວກັບຊາວໜຸ່ມ ແລະ ບຸກຄົນທີ່ມີຄວາມມັກ ຮັກໃນວຽກງານຊາວໜຸ່ມ ຄະນະພັກ ແລະ ຄະນະຊາວໜຸ່ມແຕ່ລະ ຂັ້ນ ຕ້ອງນຳເອົາເນື້ອໃນ ທີ່ຕັ້ງພາລະບົດບາດຂອງສະ ຫະພັນຊາວໜຸ່ມລາວໄປເຜີຍແຜ່ໃນສະມາຊິກຊາວໜຸ່ມ ແລະ ການຈັດຕັ້ງທາງສັງຄົມ ໄດ້ຮັບຮູ້ ແລະ ເຂົ້າໃຈພ້ອມທັງພິຈາລະນາກະກຽມສ້າງຕັ້ງສະຫະພັນຊາວໜຸ່ມຂັ້ນແຂວງ, ນະຄອນຫຼວງ, ກະຊວງ ແລະ ອົງການພ້ອມນັ້ນ ສ້າງໃຫ້ພະນັກງານຊາວໜຸ່ມທີ່ມີຄວາມໜັກແໝ້ນເປັນແບບຢ່າງນຳໜ້າໃນດ້ານຕ່າງໆ ປະກອບສ່ວນໃນການພັດທະນາຕົນເອງ, ການຈັດຕັ້ງ ແລະ ປະເທດຊາດ, ກະກຽມແຜນການໄລຍະສັ້ນ ແລະ ໄລຍະຍາວ ລວມທັງຍຸດທະສາດ ຫຼື ແຜນພັດທະນາສະຫະພັນຊາວໜຸ່ມລາວ, ໂຄສະນາສຶກສາອົບຮົມເຕົ້າໂຮມສະມາຊິກເພື່ອມາ ເຂົ້າຮ່ວມເປັນສະມາຊິກ ຂອງສະຫະພັນໃຫ້ໄດ້ຫຼາຍທີ່ສຸດ, ສ້າງກົນໄກໃນການປົກປ້ອງສິດ ຜົນປະໂຫຍດອັນຊອບທຳໃຫ້ແກ່ສະມາຊິກຕາມກົດໝາຍ ແລະ ລະບຽບການຂອງລັດ, ເປັນເຈົ້າການການປະສານສົມທົບກັບບັນດາອົງການຈັດຕັ້ງຕ່າງໆທັງພາຍໃນ ແລະ ຕ່າງປະເທດຍາດແຍ່ງການສະໜັບສະໜູນ ແລະ ການຊ່ວຍເຫຼື່ອ ໃຫ້ສະຫະພັນຊາວໜຸ່ມລາວໄດ້ເຄື່ອນໄຫວຕາມພາລະບົດບາດຢ່າງແຂງແຮງ, ສູນກາງຊາວໝຸ່ມ ສືບຕໍ່ຮັກສາມູນເຊື້ອຄວາມເປັນແບບຢ່າງນຳໜ້າ ເປັນຄັນທຸງຂອງຊາວໜຸ່ມທົ່ວປະເທດພ້ອມກັບໜູ່ຄະນະໃນການເຮັດສຳເລັດທຸກໜ້າທີ່ທີ່ພັກ-ລັດ ແລະ ມອບໝາຍໃຫ້.