ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານ

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານ

    ໃນຕອນເຊົ້າວັນທີ 12 ຕຸລາ 2020 ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານຂື້ນທີ່ຫ້ອງປະຊຸມຊັ້ນ 5 ຂອງຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເປັນປະທານໂດຍ ທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານ. ເຂົ້າຮ່ວມມີ: ຕາງໜ້າຫ້ອງການ, ຕາງໜ້າກົມຈັດຕັ້ງພະນັກງານ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພະນັກງານວິຊາການຂອງກົມຂໍ້ມູນຂ່າວສານທັງໝົດ ແລະ ພ້ອມດ້ວຍນັກສຶກສາຝຶກງານ.
    ໃນພິທີຕາງໜ້າໃຫ້ຄະນະຜິດຊອບຊຸດຝຶກງານຂອງກົມຂໍ້ມູນຂ່າວສານຂື້ນຜ່ານບົດສະຫຼຸບຜົນສຳເລັດການລົງຝຶກງານຂອງສຶກສາໃນໄລຍະ 1 ເດືອນ ແຕ່ວັນທີ 14 ກັນຍາ ຫາ 9 ຕຸລາ 2020 ທີ່ມາຈາກມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາດທຳມະຊາດ ສາຂາພັດທະນາໂປຼແກຼມຄອມພິວເຕີຈຳນວນ 7 ທ່ານ ເຊິ່ງໄດ້ລົງມາເຄື່ອນໄຫວຕົວຈິງຢູ່ພະແນກເຄື່ອຂ່າຍເອເລັກໂຕຼນິກ ແລະ ພະແນກໂຄສະນາຜ່ານສື່ເອເລັກໂຕຼນິກ ໂດຍໄດ້ນຳໃຊ້ທິດສະດີທີ່ຮຽນມາເຂົ້າສູ່ການປະຕິບັດວຽກງານຕົວຈິງເຊັ່ນ:ວຽກງານໄອທີຕ່າງໆ, ການສ້ອມແປງຄອມພິວເຕີ, ລະບົບເຄື່ອຂ່າຍ ໂດຍສະເພາະການກວດກາອິນເຕີເນັດ ແລະ ກວດກາຄອມພິວເຕີ, ການອອກແບບໜ້າປົກວາລະສານດ້ວຍໂປຼແກຼມ Indesign ແລະ Photoshop, ຮຽນຮູ້ພາສາ HTML, CSS ເຂົ້າໃນການອອກແບບເວັບໄຊ, ເຊີເວີຈຳລອງ ແລະ ການຕິດຕັ້ງເວັບຈຳລອງ. ໃນບົດສະຫຼຸບຍັງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນຄົງຄ້າງໃນໄລຍະຝຶກງານ 1 ເດືອນຜ່ານມາ ພ້ອມທັງທິດທາງປັບປຸງແກ້ໄຂໃນຕໍ່ໜ້າເພື່ອໃຫ້ບັນດານັກສຶກສາຝຶກງານນຳໄປປັບປຸງໃນຕໍ່ໜ້າ. ຫຼັງຈາກນັ້ນ ທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານຈຳນວນ 7 ທ່ານ ແລະ ມີຄຳເຫັນໂອ້ລົມກ່ອນອຶ່ນໝົດທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຄູອາຈານທີ່ເປັນພະນັກງານຢູ່ໃນກົມຂໍ້ມູນຂ່າວສານ ແລະ ນັກສຶກສາທີ່ໄດ້ຮຽນຮູ້ເຊິ່ງກັນ ແລະ ກັນກ່ຽວກັບວຽກງານຂໍ້ມູນຂ່າວສານ ແລະ ພ້ອມກັນເອົາໃຈໃສ່ລົງພາກປະຕິບັດຕົວຈິງຈົນປະສົບຜົນສຳເລັດ ແລະ ໄດ້ເນັ້ນໜັກໃຫ້ນັກສຶກສາຝຶກງານຈົ່ງນຳເອົາບົດຮຽນ, ຄວາມຮູ້ທີ່ໄດ້ມາຝຶກງານຢູ່ກົມຂໍ້ມູນຂ່າວສານໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ປະສົບຜົນສຳເລັດເປັນກ້າວໆ.
    ພ້ອມນັ້ນ ຕາງໜ້ານັກສຶກສາໄດ້ຂື້ນກ່າວສະແດງຄວາມຂອບໃຈຕໍ່ການຈັດຕັ້ງທຸກຂັ້ນຂອງ ຄອສພ ທີ່ໃຫ້ຄວາມຮ່ວມມື ແລະ ອຳນວຍຄວາມສະດວກທຸກສິ່ງທຸກຢ່າງໃຫ້ແກ່ເຂົາເຈົ້າເວົ້າລວມ ເວົ້າສະເພາະກໍແມ່ນກົມຂໍ້ມູນຂ່າວສານທີ່ໄດ້ເອົາໃຈໃສ່ໃນການສິດສອນແນະນຳບົດຮຽນດ້ານຕ່າງໆ ແລະ ແບບແຜນການເຮັດວຽກຂອງພະນັກງານເພື່ອຍົກໃຫ້ເຂົາເຈົ້າໄດ້ເຫັນ ແລະ ຮຽນຮູ້. ສຸດທ້າຍຄະນະຈັດຕັ້ງພິທີກໍຂື້ນກ່າວຄວາມຂອບໃຈຕໍ່ປະທານກອງປະຊຸມ ແລະ ກ່າວປິດພິທີຢ່າງເປັນທາງການ.