ພິທີປິດຊຸດຝຶກອົບຮົມວຽກງານກວດກາປະຈໍາປີ 2020.


ພິທີປິດຊຸດຝຶກອົບຮົມວຽກງານກວດ ກາປະຈໍາປີ 2020.
ໃນຕອນບ່າຍຂອງ ວັນທີ 14 ທັນວາ 2020, ກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາ ປະຈໍາປີ 2020 ຂຶ້ນທີ່ ຫ້ອງປະຊຸມ ຊັ້ນ5, ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 5 ວັນ ແຕ່ວັນທີ 8-14 ທັນວາ 2020; ໂດຍການເປັນປະທານຂອງ ທ່ານ ອານົງສັກ ອິນທະວົງ ຄະນະພັກ, ປະທານກວດກາ, ຫົວໜ້າກົມຈັດຕັ້ງ-ພະນັກງານ; ເຂົ້າຮ່ວມມີ: ບັນດາຄະນະກວດກາໜ່ວຍພັກ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ແລະ ຕາງໜ້າບັນດາກົມເຂົ້າຮ່ວມທັງໝົດ 19 ທ່ານ, ຍິງ 11 ທ່ານ.

ໃນພິທີ ທ່ານ ອານົງສັກ ອິນທະວົງ ໄດ້ໃຫ້ກຽດມີຄໍາເຫັນ ແລະ ໂອ້ລົມຕໍ່ຊຸດຝຶກອົບ ເຊິ່ງກ່ອນອື່ນທ່ານ ໄດ້ຍ້ອງຍໍຊົມເຊີຍຕໍ່ນັກສໍາມະນາກອນທັງໝົດ ທີ່ມີຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງໃນການຄົ້ນຄວ້າ, ຮໍ່າຮຽນ ຖອດຖອນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນໄລຍະຝຶກອົບຮົມ 5 ວັນ ທີ່ຜ່ານມາ, ການຝຶກອົບຮົມໃນຄັ້ງນີ້ ແມ່ນເປັນການປັບປຸງຍົກລະດັບຄວາມຮູ້ ຄວາມສາມາດ ກ່ຽວກັບວຽກງານຕິດຕາມ, ກວດກາ, ວິທີການ ແລະ ມາດຕະການໃຫ້ສະມາຊິກພັກ-ພະນັກງານ ຜູ້ທີ່ເຮັດວຽກງານກວດກາ ຂອງຄະນະໂຄສະນາອົບຮົມສູນກາງ. ການຝຶກອົບຮົມຄັ້ງນີ້ ເປັນຜົນສໍາເລັດ ແລະ ຂີດໝາຍເບື້ອງຕົ້ນ ຂອງການຄົ້ນຄວ້າຮໍ່າຮຽນ, ທັງເປັນການປັບປຸງຄວາມຮູ້ພຶ້ນຖານກ່ຽວກັບວຽກງານກວດກາ ເປັນຕົ້ນແມ່ນ ວິທີດໍາເນີນວຽກງານກວດກາ, ວິທີຫາຄວາມຈິງ ສ່ວນການຈະນໍາໄປໝູນໃຊ້ໃຫ້ເກີດດອກອອກຜົນຕົວຈິງນັ້ນ ຍັງເປັນສິ່ງທີ່ທ້າທາຍ ແລະ ກ່ຽວພັນກັບຫຼາຍດ້ານ ທີ່ຈະຕ້ອງໄດ້ສືບຕໍ່ຄົ້ນຄວ້າ ແລະ ຝຶກອົບຮົມໃນຂັ້ນຕໍ່ໄປ; ພ້ອມນັ້ນ ທ່ານຍັງໄດ້ເນັ້ນ ໜັກໃຫ້ນັກສໍາມະກອນທີ່ເຂົ້າຮ່ວມໃນຊຸດຝຶກອົບຮົມຄັ້ງນີ້ ຈົ່ງພ້ອມກັນສືບຕໍ່ຄົ້ນຄວ້າ, ກໍາແໜ້ນບັນຫາທີ່ພົວ ພັນກັບວຽກງານກວດກາ ແລະ ບັນດາເນື້ອໃນເອກະສານ ທີ່ຄະນະກວດກາມອບໃຫ້ນັ້ນຢ່າງເລິກເຊິ່ງ, ສືບຕໍ່ປະ ຕິບັດວຽກງານຈຸດສຸມ ຂອງວຽກງານກວດກາໃນຕໍ່ໜ້າໃຫ້ມີບາດກ້າວຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.