ພິທີເປີດປື້ມຄວາມຊົງຈຳຂອງ ທ່ານ ເລວັນຫຽນ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ 5 ສະໄໝ(1962-1976)

ພິທີເປີດປື້ມຄວາມຊົງຈຳຂອງ ທ່ານ ເລວັນຫຽນ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ 5 ສະໄໝ(1962-1976)

     ທ້າຍອາທິດຜ່ານມາ, ທີ່ຫໍພິພິທະພັນໄກສອນ ພົມວິຫານ ນະຄອນຫລວງວຽງຈັນ  ທ່ານ ວັນຕຸລາ ຣັກນຸດ ໄດ້ຕາງໜ້າໃຫ້ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມພິທີຖະແຫລງຂ່າວເປີດປື້ມຄວາມຊົງຈຳຂອງ ທ່ານ ເລວັນຫຽນ ເອກອັກຄະລັດຖະທູດຫວຽດນາມ ຜູ້ທຳອິດປະຈຳລາວ, ເຊິ່ງເປັນຄັ້ງທຳອິດທີ່ຈະໄດ້ອອກສູ່ເພື່ອນຜູ້ອ່ານໃນປີ 2021 ທັງເປັນການຄຳນັບຊົມເຊີຍບັນດາວັນບຸນໃຫຍ່ຂອງຊາດລາວເຮົາເຊັ່ນ: ວັນສະຖາປະນາສປປ ລາວ ຄົບຮອບ 45 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົຍຮອບ 100 ປີ…

    ປື້ມມີທັງໝົດ 132 ໜ້າ, ໄດ້ບັນທຶກການເຄື່ອນໄຫວການທູດບາງສ່ວນ ຂອງ ທ່ານ ເລວັນຫຽນ ໃນໄລຍະ 15 ປີ (1962-1976) ຢູ່ສປປ ລາວພວກເຮົາ. ປື້ມຫົວນີ້ເປັນເອກະສານທີ່ລ້ຳຄ່າ, ເປັນບົດບັນທຶກສ່ວນຕົວຂອງທ່ານ ເອກອັກຄະລັດຖະທູດ ເລວັນຫຽນ ກ່ຽວກັບເຫດການທີ່ເກີດຂຶ້ນໃນໄລຍະ 15 ປີ ທີ່ທ່ານໄດ້ເຄື່ອນໄຫວປະຕິບັດວຽກງານການທູດຢູ່ລາວ ເຊິ່ງບໍ່ໄດ້ເຜີຍແຜ່ຢ່າງກວ້າງຂວາງໃນເມື່ອກ່ອນ. ປື້ມດັ່ງກ່າວ, ຍັງໄດ້ບັນທຶກການປະເມີນຜົນ, ຄຳຄິດເຫັນຂອງ ບັນດາຜູ້ນຳ ແລະ ອະດີດຜູ້ນຳຂັ້ນສູງຂອງລາວ ກ່ຽວກັບ ທ່ານ ເລວັນຫຽນ ໂດຍສະເພາະແມ່ນການ ປະກອບສ່ວນຂອງທ່ານ ເຂົ້າໃນການປະຕິວັດລາວ ກໍຄື ຄວາມສຳພັນພິເສດ ລະຫວ່າງ ສອງປະເທດລາວ ແລະ ຫວຽດນາມ.

    ໃນພິທີຖະແຫລງຂ່າວດັ່ງກ່າວ, ທ່ານ ສິງທອງ ສິງຫາປັນຍາ ອະດີດຜູ້ອຳນວຍການຫໍພິພິທະພັນ ໄກສອນ ພົມວິຫານ, ຜູ້ຂຽນປື້ມເຜີຍໃຫ້ຮູ້ວ່າ: ປະທານໂຮ່ຈີມິງ ໄດ້ຕັດສິນໃຈແຕ່ງຕັ້ງ ທ່ານ ເລວັນຫຽນ ເຊິ່ງເປັນນັກປະຕິວັດອາວຸໂສ ຫວຽດນາມ ມາເປັນເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ຜູ້ທຳອິດ ແຫ່ງ ສາທາລະນະລັດ ປະຊາທິປະໄຕຫວຽດນາມ ປະຈຳຣາຊະອານາຈັກລາວ ໃນສະພາບການເມືອງ ທີ່ມີການສັບສົນຫລາຍຢ່າງຢູ່ໃນລາວ ແລະ ພາກພື້ນໃນເວລານັ້ນເຊິ່ງໄດ້ສະແດງໃຫ້ເຫັນເຖິງ ຄວາມສາມາດຂອງທ່ານ ແລະ ຜົນງານໃນຕະຫລອດໄລຍະ 15 ປີ ໃນຖານະເປັນເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ແລະ ໄດ້ພິສູດໃຫ້ເຫັນຄວາມຖືກຕ້ອງ ຂອງການຕັດສິນນັ້ນ.

    ທ່ານ ສິງທອງ ສິງຫາປັນຍາ ໄດ້ເນັ້ນໜັກຕື່ມວ່າ: “ພວກເຮົາພິມປື້ມເຫຼັ້ມນີ້ກໍເພື່ອເຮັດໃຫ້ປະຊາຊົນລາວ ເຂົ້າໃຈຢ່າງເລິກເຊິງໃນການຕໍ່ສູ້ປົດປ່ອຍຊາດ, ມີສິ່ງທີ່ພວກເຮົາ ບໍ່ສາມາດເຮັດໄດ້ດ້ວຍຕົນເອງ, ແຕ່ຕ້ອງມີການຊ່ວຍເຫລືອ ຂອງບັນດາເພື່ອນມິດ ແລະ ບັນດາປະເທດ; ພິເສດ ແມ່ນການຊ່ວຍເຫລືອ ຂອງຫວຽດນາມເຂົ້າໃນ ຂະບວນ ການປົດປ່ອຍຊາດ ຂອງພວກເຮົາໄດ້ຮັບ ໄຊຊະນະຢ່າງສົມບູນ; ເພື່ອເຂົ້າໃຈຢ່າງຈະແຈ້ງຕໍ່ເປົ້າໝາຍຂອງການປະຕິວັດຕາມແບບລັກສະນະພິເສດຂອງລາວທີ່ວ່າ: “ບົວບໍ່ຊຳ, ນ້ຳບໍ່ຂຸ່ນ, ແຕ່ຈັບປາໄດ້ທັງໝົດ”.