ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກກົມສັງລວມ

ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກກົມສັງລວມ

    ໃນວັນທີ 05 ມີນາ 2021 ໜ່ວຍພັກກົມສັງລວມຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນຂຶ້ນຢູ່ທີ່ຫ້ອງ​​ປະ​ຊຸມ ຊັ້ນ 5 ຂອ​ງ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ໂດຍການເປັນປະທານຮ່ວມຂອງ ສະຫາຍ ອານົງສັກ ອິນທະວົງ ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍເລຂາ ແລະ ຮອງເລຂາໜ່ວຍພັກກົມສັງລວມ, ມີແຂກຖືກເຊີນ​ຕາງ​ໜ້າ​ໜ່ວຍພັກ​ບັນ​ດາ​ກົມອ້ອມຂ້າງ ຄອສພ ແລະ ບັນດາສະ​ມາ​ຊິກ​ພັກສຳຮອງ-ສົມບູນພາຍໃນກົມສັງລວມເຂົ້າ​ຮ່ວມຢ່າງພ້ອມພຽງ.

ໃນ​ກອງ​ປະ​ຊຸມໄດ້​​ຮັບ​ຟັງ​ບົດ​ລາຍ​ງານ​ການ​ເມືອງ ຕໍ່​ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ II ຂອງ​ໜ່ວຍພັກກົມສັງລວມຄະນະໂຄສະນາອົບຮົມສູນກາງພັກ, ເຊິ່ງ​ໃຫ້ກຽດສະເໜີໂດຍສະຫາຍ ນ. ແສງຕານ ແກ້ວອິນດາປິງ ເລຂາໜ່ວຍກົມສັງລວມເຊິ່ງໄດ້​ສະຫຼູບ​ຕີ​ລາ​ຄາ​ຈຸດ​ດີ, ຈຸດ​ອ່ອນ ແລະ ຂໍ້​ຄົງ​ຄ້າງ ໃນ​ການ​ເຄື່ອນ​ໄຫວ​ປະ​ຕິ​ບັດ​ໜ້າ​ທີ່ເປັນເສນາທິການໃຫ້ແກ່ຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ເວົ້າລວມ, ເວົ້າສະເພາະກໍແມ່ນການເຄື່ອນໄຫວປະຕິບັດໜ້າທີຢູ່ພາຍໃນໜ່ວຍພັກກົມສັງລວມຕະຫຼອດໃນ​ໄລ​ຍະ 5 ປີ​ຜ່ານ​ມາ(2015-2019) ແລະ ວາງທິດ​ທາງວຽກ​ງານ​ຈຸດ​ສຸມ​ໃນ 5 ປີ​ຕໍ່​ໜ້າ; ຈາກນັ້ນ, ຕາງໜ້າ​ຄະ​ນະ​ໜ່ວຍກົມສັງລວມ ຊຸດ​ເກົ່າ ໄດ້ຂື້ນ​ຜ່ານ​ບົດ​ສຳຫຼວດ​ໃນ​ການ​ຊີ້​ນຳ-ນຳ​ພາ ໃນ​ໄລ​ຍະ​ຜ່ານ​ມາ ພ້ອມ​ທັງ​ລາ​ໜ້າ​ທີ່ ແລະ ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະ​ນະ​ໜ່ວຍກົມສັງລວມ ​ຊຸດ​ໃໝ່ ເຊິ່ງ​ມີ​ຜູ້​ລົງ​ສະ​ມັກ​ເລືອກ​ຕັ້ງ​ຈຳນວນ​ 4 ສະ​ຫາຍ, ຍິງ 2 ສະ​ຫາຍ ໃນ​ນັ້ນ​ເລືອກ​ເອົາ​ 3 ສະ​ຫາຍຜ່ານການປ່ອນບັດເລືອກຕັ້ງ ແລະ ກອງປະຊຸມຄັ້ງປະຖົມມະລຶກສາມາດເລືອກໄດ້ 3 ສະຫາຍຄື:

  1. ສະຫາຍ ນ. ແສງຕານ ແກ້ວອິນດາປິງ ເປັນເລຂາໜ່ວຍພັກກົມສັງລວມ
  2. ສະຫາຍ ນ. ບຸນມາລີ ສີລິດາວົງ ເປັນຮອງເລາຂາໜ່ວຍພັກກົມສັງລວມ
  3. ສະຫາຍ ບຸນມີ ຫຼວງປັນຍາ ເປັນຄະນະ, ເປັນຜູ້ກວດກາໜ່ວຍພັກກົມສັງລວມ    ກອງປະຊຸມໄດ້ຮັບຟັງການການໂອ້ລົມຂອງສະຫາຍ ອານົງສັກ ອິນທະວົງ ຄະນະພັກ, ເຊິ່ງກ່ອນ​ອື່ນ​ໝົດ​ທ່ານ​ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ຜົນ​ງານ​ການ​ເຄື່ອນ​ໄຫວ​ໃນ​ໄລ​ຍະ 5 ປີ​ຜ່ານ​ມາ ທີ່​ໜ່ວຍກົມສັງລວມ ຍາດ​ໄດ້​ຜົນ​ງານ​ອັນ​ໃຫຍ່ຫຼວງ ແລະ ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ ເວົ້າລວມ, ເວົ້າສະເພາະກໍຄືວຽກງານວິຊາສະເພາະຂອງຕົນ ແລະ ຜົນງານໃນການປະກອບສ່ວນເຂົ້າໃນກິດຈະກໍາຕ່າງໆຂອງໜ່ວຍກົມສັງລວມ ຄະນະໂຄສະນາອົບຮົມສູນກາງພັກ ​ເຊິ່ງ​ມັນ​ສະ​ແດງ​ອອກ​ໃນ​ຄວາມ​ເປັນ​ເຈົ້າ​ການ​ຕໍ່​ໜ້າ​ທີ່​ວຽກ​ງານ, ສະ​ຕິ​ຕໍ່​ການ​ຈັດ​ຕັ້ງ, ຄວາມ​ຈົ່ງ​ຮັກ​ພັກ​ດີ​ຕໍ່​ພັກ​ຕໍ່​ປະ​ເທດ​ຊາດ, ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ຕົນ​ຢ່າງ​ຕັ້ງ​ໜ້າ. ນອກນັ້ນ, ທ່ານ​ຍັງ​ໄດ້ຮຽກຮ້ອງມາຍັງຄະນະໜ່ວຍ, ສະມາຊິກພັກທຸກສະຫາຍຈົ່ງເພີ່ມທະວີຄວາມສາມັກຄີເປັນເອກະພາບ, ພ້ອມກັນບຸກບືນພັດທະນາຕົນເອງຢ່າງ ຮອບດ້ານ ແລະ ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນທິດສະດີ, ແນວທາງ ແລະ ວຽກງານວິຊາສະເພາະເຊີດຊູນ້ຳໃຈຮັກຊາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີຄວາມຮັບຜິດຊອບເຂົ້າໃນການຈັດຕັ້ງປະຕິບັດທິດທາງໜ້າທີ່ຈຸດສຸມ ທີ່ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ມະຕິກອງປະຊຸມໃຫຍ່ຄັ້ງ II  ຂອງໜ່ວຍກົມສັງລວມໄດ້ຮັບຮອງເອົາ.