ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ VIII ຂອງໜ່ວຍພັກກົມໂຄສະນາ

ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ VIII ຂອງໜ່ວຍພັກກົມໂຄສະນາ
ຂ່າວ: ສິນທະວົງ ນາກກາລະສິນ

ເພື່ອເປັນການກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄະນະ ໂຄສະນາອົບຮົມສູນກາງພັກ ແລະ ສັງເກດຕີລາຄາການເຄື່ອນໄຫວຊີ້ນຳ-ນຳພາ ຂອງໜ່ວຍພັກກົມໂຄສະ ນາ ຕະຫຼອດໄລຍະ 5 ປີຜ່ານມາ (2015-2020). ໃນຕອນເຊົ້າ ຂອງວັນທີ 23 ມີນາ 2021 ທີ່ຫ້ອງປະຊຸມຊັ້ນ 5 ຂອງ ຄະນະໂຄສະນາອົບຮົມສູນກາງພັກ. ໜ່ວຍພັກກົມໂຄສະນາໄດ້ເປີດກອງປະຊູມໃຫຍ່ ຄັ້ງທີ VIII ຂອງຕົນຂຶ້ນ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກ, ມີບັນດາຕາງໜ້າຄະນະໜ່ວຍພັກອ້ອມຂ້າງ ແລະ ສະມາຊິກພັກໜ່ວຍກົມໂຄສະນາ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດດັ່ງກ່າວ ສະຫາຍ ນາງ ບົວລີ ບັນຊາລິດ ຄະນະພັກ, ເລຂາໜ່ວຍພັກ ຫົວໜ້າກົມໂຄສະ ນາ ໄດ້ຂຶ້ນຜ່ານບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງໜ່ວຍພັກກົມໂຄສະນາ. ເຊິ່ງໃນຕະຫຼອດໄລຍະ 5 ປີຜ່ານມາ (2015-2020) ໜ່ວຍພັກໄດ້ປະຕິບັດພາລະບົດບາດ ເປັນເສ ນາທິການໃຫ້ແກ່ຄະນະໂຄສະນາອົບຮົມສູນກາງພັກ ໃນການຄົ້ນຄວ້າສ້າງແຜນການ, ໂຄງການກ່ຽວກັບວຽກງານໂຄສະນາ-ປາຖະກະຖາ, ໂຄສະນາຜ່ານສື່, ໂຄສະນາເຄື່ອນທີ່ ແລະ ຈັດຕັ້ງການຝຶກອົບ ຮົມໃຫ້ສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງ, ນະໂຍບາຍ, ມະຕິ, ຄຳສັ່ງ ແລະ ລະບຽບກົດໝາຍຂອງລັດ ເຊິ່ງຜ່ານການຊີ້ນຳ-ນຳພາ ໃນຕະຫຼອດໄລ ຍະທີ່ຜ່ານມາ ໜ່ວຍພັກກົມໂຄສະນາ ສາມາດຍາດໄດ້ຜົນງານຫຼາຍດ້ານ ແລະ ມີບາງບັນຫາທີ່ຈະຕ້ອງ ໄດ້ສືບຕໍ່ປັບປຸງໃນຕໍ່ໜ້າ.
ກອງປະຊຸມຄັ້ງນີ້ ມີສະມາຊິກພັກສົມບູນ 21 ສະຫາຍ, ຍິງ 10 ສະຫາຍ, ສະມາຊິກພັກສຳ ຮອງ 2 ສະຫາຍ, ຍິງ 1 ສະຫາຍ. ມີສະມາຊິກພັກຜູ້ມີສິດປ່ອນບັດໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດ ຄັດເລືອກເອົາ ຄະນະໜ່ວຍພັກກົມໂຄສະນາຊຸດໃໝ່ ເຊິ່ງມີຜູ່ລົງສະໝັກທັງໝົດ 5 ສະຫາຍ ໃນນັ້ນ, ເລືອກເອົາ 3 ສະຫາຍ ເພື່ອສືບຕໍ່ຊີ້ນໍາ-ນຳພາ ສະມາຊິກພັກໜ່ວຍກົມໂຄສະນາຕໍ່ໄປ ໂດຍອີງຕາມ ກອງປະຊຸມຄັ້ງປະຖົມມະລຶກ ຂອງສະມາຊິກພັກໜ່ວຍກົມໂຄສະນາ ສະໄໝທີ VIII ໄດ້ເປັນເອກະສັນຢ່າງສົມບູນ ເລືອກໄດ້ດັ່ງນີ້:
1. ສະຫາຍ ນາງ ພວງມະລີ ອັກຄະມຸນຕີ ເປັນເລຂາໜ່ວຍພັກກົມໂຄສະນາ.
2. ສະຫາຍ ລີຈາວ ໄຊເຍ່ຍຊ່າງ ເປັນຮອງເລຂາໜ່ວຍພັກ.
3. ສະຫາຍ ໄກສະຫວັດ ເຊ່ຍຢິ້ງຢ່າງ ເປັນຄະນະ ແລະ ເປັນປະທານກວດກາໜ່ວຍພັກ.

ໃນຕອນທ້າຍກອງປະຊຸມ ຍັງໄດ້ຮັບການຟັງການໂອ້ລົມ ຂອງສະຫາຍ ຄຳພັນ ເຜີຍຍະວົງ ເລຂາ ທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງທ່ານ ໄດ້ກ່າວ ຍ້ອງຍໍຊົມເຊີຍຜົນງານ ທີ່ໜ່ວຍພັກກົມໂຄສະນາຍາດມາໄດ້ຕະຫຼອດໄລຍະ 5 ປີຜ່ານມາ ໂດຍສະເພາະແມ່ນການປະກອບສ່ວນຢ່າງຫ້າວຫັນ ຂອງສະມາຊິກພັກໜ່ວຍກົມໂຄສະນາ ເຂົ້າໃນການປະຕິບັດໜ້າທີ່ວຽກ ສາມາດຍາດໄດ້ ຜົນງານທີ່ໂດດເດັ່ນຫຼາຍດ້ານ ເປັນຕົ້ນ: ເປັນໃຈກາງໃນການເຮັດແຈ້ງການແນະນຳແລະ ປັບປຸງເນື້ອໃນຂອງເອກະສານ ເພື່ອນຳໃຊ້ເຂົ້າໃນການໂຄສະນາ-ປາຖະກະຖາ ເນື່ອງໃນໂອກາດວັນສຳຄັນຕ່າງໆຂອງຊາດ, ຂອງພັກ ແລະ ສາກົນ, ຈັດຝຶກອົບຮົມວຽກງານໂຄສະນາ ໃຫ້ບັນດາກະ ຊວງ, ອົງການ ແລະ ທ້ອງຖິ່ນ, ໄດ້ຂຽນບົດລົງໜັງສືພິມ, ຂຽນບົດວິທະຍຸ ກະຈ່າຍສຽງອອກທາງວິ ທະຍຸກະຈາຍສຽງແຫ່ງຊາດ ແລະ ວິທະຍຸກະຈາຍສຽງກອງທັບ; ລົງໂຄສະນາ-ສາຍສາລະຄະດີຢູ່ ທ້ອງຖິ່ນ, ຖ່າຍທຳ-ເກັບກຳຂໍ້ມູນ ມາສ້າງເປັນສາລະຄະດີ, ແຈກຢາຍແຜ່ນສາລະຄະດີ ໃຫ້ທ້ອງຖິ່ນ ແລະ ປະກອບສ່ວນຢ່າງຕັ້ງໜ້າ ໃນການຄົ້ນຄວ້າຂຽນມະຕິ ກ່ຽວກັບວຽກງານແນວຄິດ ຂອງພັກໃນໄລຍະໃໝ່. ພ້ອມນັ້ນ, ສະຫາຍ ເລຂາຄະນະພັກ ຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ ຍັງໄດ້ໃຫ້ທິດຊີ້ນຳຕໍ່ກອງປະຊຸມຕື່ມອີກວ່າ: ຄະນະໜ່ວຍພັກກົມໂຄ ສະນາຊຸດໃໝ່ຕ້ອງສຸມສະຕິປັນຍາ, ເຮື່ອແຮງເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະ ໃຫ້ສຳເລັດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ V ວາງອອກ; ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ແລະ ປະຕິບັດລະບຽບຂອງພັກ, ກົດໝາຍຂອງລັດ ຢ່າງເຂັ້ມງວດ ແລະ ເຊື່ອໝັ້ນວ່າ ກອງປະຊຸມໃນຄັ້ງນີ້ຈະເປັນຂີດໝາຍໃໝ່ທີ່ສຳຄັນແຫ່ງ ການປັບປຸງ ແລະ ຍົກສູງຄວາມສາມາດນຳພາຂອງຄະນະໜ່ວຍພັກກົມໂຄສະນາໃນການຊີ້ນໍາ-ນໍາພາ ພັດທະນາວຽກງານໂຄສະນາ ຂອງພັກໄປສູ່ຄຸນນະພາບໃໝ່ປະກອບສ່ວນເຂົ້າໃນ ການສ້າງບາດກ້າວບຸກທະລຸ 4 ດ້ານໃຫ້ເປັນຈິງ ເພື່ອໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ ປະຊາຊົນຮັ່ງມີ ຜາສຸກ ສັງຄົມມີຄວາມສາມັກຄີປອງດອງ ປະຊາທິປະໄຕຍຸຕິທຳ ແລະ ສີວິໄລ.