ໜ່ວຍພັກກົມສັງລວມ, ໜ່ວຍພັກກົມອົບຮົມ ແລະ ໜ່ວຍພັກກົມຂໍ້ມູນຂ່າວສານ  ຄະນະໂຄສະນາອົບຮົມສູນກາງພັກ ສ້າງ…

ໜ່ວຍພັກກົມສັງລວມ, ໜ່ວຍພັກກົມອົບຮົມ ແລະ ໜ່ວຍພັກກົມຂໍ້ມູນຂ່າວສານ  ຄະນະໂຄສະນາອົບຮົມສູນກາງພັກ ສ້າງຂະບວນການຈັດກິດຈະກຳແຂ່ງຂັນກິລາເປຕັ້ງເພື່ອຕ້ອນຮັບກອງປະຊຸມໃຫຍ່ຂອງໜ່ວຍພັກ

    ໃນວັນທີ 26 ກຸມພາ 2021 ໜ່ວຍພັກກົມສັງລວມ, ໜ່ວຍພັກກົມອົບຮົມ ແລະ ໜ່ວຍພັກກົມຂໍ້ມູນຂ່າວສານໄດ້ສ້າງຂະບວນການ ຈັດກິດຈະກຳເພື່ອຕ້ອນຮັບກອງປະຊຸມຂອງໜ່ວຍພັກແຕ່ລະໜ່ວຍ  ເຂົ້າຮ່ວມມີ: ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ, ສະມາຊິກພັກສົມບຸນ, ສຳຮອງ, ພ້ອມດ້ວຍແຂກທີ່ຖືກເຊີນ ແລະ ພະນັກງານ-ລັດຖະກອນທັງ 3 ກົມເຂົ້າຮ່ວມຢ່າງພ້ອມພຽງ

ຈຸດປະສົງຂອງການຈັດກິດຈະກຳຄັ້ງນີ້ເພື່ອເປັນການສ້າງຂະບວນການກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ໜ່ວຍພັກ ທີ່ຈະເປີດຂື້ນໃນຕໍ່ໜ້ານີ້ທັງເປັນການສ້າງຄວາມສາມັກຄີຮັກແພງ ແລະ ສ້າງມິດຕະພາບລະຫວ່າງສະມາຊິກພັກ, ພະນັກງານໃຫ້ແໜ້ນແຟ້ນເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກໃຫ້ປະສົບຜົນສຳເລັດຕາມຈຸດປະສົງຄາດໝາຍທີ່ວາງໄວ້.

ໃນພິທີທ່ານ ນາງ ແສງຕານ ແກ້ວອິນດາປິງ ເລຂາໜ່ວຍພັກກົມສັງລວມ ຕາງໜ້າໜ່ວຍພັກກົມອົບຮົມ, ໜ່ວຍພັກກົມຂໍ້ມູນຂ່າວສານ  ໄດ້ໃຫ້ກຽດກ່າວເປີດພິທີ ເຊິ່ງທ່ານໄດ້ເວົ້າເຖິງຄວາມໝາຍຄວາມສຳຄັນ ຂອງກອງປະຊຸມ ຂອງແຕ່ລະໜ່ວຍທີ່ຈະໄດ້ຈັດຂຶ້ນໃນຕໍ່ໜ້ານີ້ ແລະ ຄາດໝາຍ, ເນື້ອໃນ, ຮູບການ ແລະ ການສ້າງຂະບວນການ ເປັນຕົ້ນແມ່ນ ການກະກຽມ ແລະ ດຳເນີນກອງປະຊຸມໃຫ່ຍດັ່ງກ່າວ ໃຫ້ສຳເລັດຕາມກຳນົດເວລາ ແລະ ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້, ໃຫ້ຖືກຕ້ອງຕາມກົດລະບຽບຂອງພັກ ທີ່ກຳນົດໄວ້ ໂດຍຖືເອົາເນື້ອໃນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດພັນກັບຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ, ການຈັດຕັ້ງເຜີຍແຜ່ແນວທາງນະໂຍບາຍຂອງພັກ, ການເລົ່າມູນເຊື້ອການຊີ້ນຳ-ນຳພາ ຂອງພັກປະຊາຊົນປະຕິວັດລາວ ແລະ ວັນສຳຄັນຕ່າງໆ ຂອງພັກ, ຂອງຊາດ.