ກົມຂໍ້ມູນຂ່າວສານຈັດພິທີມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານ.

ກົມຂໍ້ມູນຂ່າວສານຈັດພິທີມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານ.

      ໃນຕອນບ່າຍວັນທີ 22 ເມສາ 2021 ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານຈຳນວນ 4 ນ້ອງ, ຍິງ 2 ທີ່ຫ້ອງອິນເຕີເນັດຊັ້ນ 3 ຂອງຄະນະໂຄສະນາອົບຮົມສູນກາງພັກ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ, ເຂົ້າຮ່ວມມີ: ຮອງຫົວໜ້າກົມ, ຮອງຫົວໜ້າພະແນກ, ພະນັກງານວິຊາການຂອງກົມຂໍ້ມູນຂ່າວສານທັງໝົດເຂົ້າຮ່ວມ.

       ໃນພິທີທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ໄດ້ໃຫ້ຮູ້ວ່າອີງຕາມສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນໂລກເວົ້າລວມເວົ້າສະເພາະຢູ່ ສປປລາວ ກຳລັງຮັບມືກັບການແຜ່ລະບາດຂອງພະຍາດດັ່ງກ່າວໂດຍເນັ້ນໃສ່ການປະຕິບັດຄຳສັ່ງເລກທີ15/ນຍ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ,ຄວບຄຸມແລະກຽມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19 ສະນັ້ນ,ຈື່ງເຮັດໃຫ້ພິທີມອບ-ຮັບໃບຢັ້ງຢືນໃຫ້ນັກສຶກສາຝຶກງານໃນຄັ້ງນີ້ຖືກຈັດຂື້ນຢູ່ໃນວົງແຄບລະດັບກົມເທົ່ານັ້ນ ໄລຍະຝຶກງານຂອງນັກສຶກສາແມ່ນ 2 ເດືອນ ຢູ່ກົມຂໍ້ມູນຂ່າວສານ(ພະແນກໂຄສະນາຜ່ານສື່ເອເລັກໂຕຣນິກ, ພະແນກເຄືອຂ່າຍເອເລັກໂຕຣນິກ ແລະ ພະແນກຫ້ອງສະໝຸດ ແລະ ສໍາເນົາ) ໂດຍນໍາໃຊ້ທິດສະດີທີ່ຮຽນມາເຂົ້າສູ່ການປະຕິບັດຕົວຈິງ ເຊັ່ນ: ວຽກງານການສ້າງເວັບໄຊນຳໃຊ້ wordpress, ການນຳໃຊ້ໂປຣແກຣມ Photoshop ແລະ Indesign, ວຽກງານປະຈຳວັນແຕ່ລະມື້ກວດສອບເວັບໄຊ, ແປງຄອມພີວເຕີ ແລະ ກວດກາອິນເຕີເນັດ ແລະ ແຈກຢາຍໜັງສືພິມ, ເອກະສານຕ່າງໆໃຫ້ແກ່ແຕ່ລະກົມ.

ໃນທ້າຍພິທີ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ພິທີ ເຊີ່ງກ່ອນອຶ່ນທ່ານໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ຄະນະຮັບຜິດຊອບແຕ່ລະພະແນກທີ່ໄດ້ເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດໃນການລົງພາກປະຕິບັດຕົວຈິງຢູ່ແຕ່ລະພະແນກກ່ຽວກັບການສອນຮຽນຮູ້ ແລະ ນຳໃຊ້ເຂົ້າໃນວຽກງານຕົວຈິງ.

ນອກນັ້ນທ່ານຍັງໄດ້ເນັ້ນໜັກໃຫ້ ບັນດານັກສຶກສາຝຶກງານຈົ່ງນໍາເອົາບົດຮຽນ, ຄວາມຮູ້ທີ່ໄດ້ມາຈາກການຝຶກງານຢູ່ ກົມຂໍ້ມູນຂ່າວສານ ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ປະສົບຜົນສໍາເລັດ.