ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກຈັດຊຸດອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງແລະການສ້າງບ້ານພັດ ທະນາ, ອົບຮົມປະຊາຊົນບັນດາເຜົ່າລຽບຕາມຊາຍແດນຢູ່ກຸ່ມບ້ານນາດີເມືອງມຸນລະປະໂມກ ແຂວງຈຳປາສັກ.


ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກຈັດຊຸດອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງແລະການສ້າງບ້ານພັດທະນາ, ອົບຮົມປະຊາຊົນບັນດາເຜົ່າລຽບຕາມຊາຍແດນຢູ່ກຸ່ມບ້ານນາດີເມືອງມຸນລະປະໂມກແຂວງຈຳປາສັກ.
ໃນລະຫວ່າງວັນທີ 23-24 ມີນາ 2021 ກົມອົບຮົມຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຊຸດອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງແລະການສ້າງບ້ານພັດທະນາ, ອົບຮົມປະຊາຊົນບັນດາເຜົ່າລຽບ ຕາມຊາຍແດນຢູ່ກຸ່ມບ້ານນາດີ ເມືອງມຸນລະປະໂມກ ແຂວງຈຳປາສັກ ຂຶ້ນທີ່ສະໂມສອນກຸ່ມບ້ານນາດີ, ພາຍໃຕ້ການເປັນປະທານຮ່ວມຂອງສະຫາຍ ປອ ສຸປານີ ສີລິປຸນໂຍ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບ ຮົມແຂວງ,ສະຫາຍ ຄໍາເຄນ ຈັນທະວົງ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຫາຍ ນາງ ລໍາພອນ ພົມມະລີວັນ ຫົວໜ້າໂຄສະນາອົບຮົມເມືອງ; ມີຜູ້ເຂົ້້າຮ່ວມທັງໝົດ44ຄົນ, ຍິງ 4 ຄົນ, ເຊິ່ງມາ ຈາກ 5 ບ້ານກຸ່ມນາດີຊຶ່ງມີຊາຍແດນຕິດກັບຣາຊາອານາຈັກກໍາປູເຈຍ ໃນນັ້ນມີເລຂາໜ່ວຍພັກບ້ານ 5 ສະ ຫາຍ, ຮອງເລຂາຄະນະພັກຮາກຖານ 1ສະຫາຍ, ຮອງເລຂາໜ່ວຍພັກບ້ານ5ສະຫາຍ,ຫົວໜ້າ 5 ໜ່ວຍງານຂອງ 5 ບ້ານ, ປກສ, ປກຊ ປະຈໍາກຸ່ມບ້ານ 2 ຄົນ, ປກສ ບ້ານ 6 ຄົນ, ປກຊ ບ້ານ 6 ຄົນ, ສະຫະພັນແມ່ຍິງບ້ານ 4 ຄົນ, ຊາວໝຸ່ມບ້ານ 3 ຄົນ.
ຊຸດຝຶກອົບຮົມໄດ້ນໍາໃຊ້ເນື້ອໃນເອກະສານຝຶກອົບຮົມທັງໝົດ 5ບົດ ແລະ ເອກະສານຊາຍແດນ 17 ຄໍາຖາມ – ຄໍາຕອບຄື:
+ ບົດທີ 1: ຊາດລາວ,ຄົນລາວແລະມູນເຊື້ອອັນສະຫງ່າລາສີຂອງປະຊາຊົນລາວ;( ບັນຍາຍໂດຍ ສະຫາຍ
ຄໍາເຄນ ຈັນທະວົງ ຫົວໜ້າກົມອົບຮົມ )
+ ບົດທີ 2: ລະບົບການເມືອງແລະການປົກຄອງໃນລະບອບປະຊາທິປະໄຕປະຊາຊົນ(ບັນຍາຍໂດຍ
ສະຫາຍ ນາງ ພອນແສງ ເທບພະວົງ ຫົວໜ້າພະແນກ).
+ ບົດທີ3: ຍົກສູງຄວາມສາມາດນຳພາຂອງໜ່ວຍພັກບ້ານ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງແລະ
ໜັກແໜ້ນ, ( ບັນຍາຍໂດຍ ສະຫາຍ ບຸນປັນ ມະຫາລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ).
+ ບົດທີ 4: ການສ້າງບ້ານເປັນຫົວໜ່ວຍພັດທະນາ ( ບັນຍາຍໂດຍ ສະຫາຍ ນາງ ລຳພອນພົມມະລີວັນ
ຫົວໜ້າຄະນະໂຄສະນາອົບຮົມເມືອງ .
+ ບົດທີ 5: ການແກ້ໄຂຄວາມທຸກຍາກ ແລະ ຜະລິດເປັນສິນຄ້າ,ເອກະສານອົບຮົມປະຊາຊົນລຽບຕາມຊາຍແດນ (ບັນຍາຍໂດຍ ສະຫາຍ ທອງພູນ ເພັງສະຫວັນ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ ແລະ ວຽກພັກພະນັກງານ).
ຊຸດຝຶກອົບຮົມຄັ້ງນີ້ໄດ້ເຮັດໃຫ້ນັກສໍາມະນາກອນ ມີຄວາມຮັບຮູ້ ເຂົ້າໃຈຕໍ່ບັນດາເນື້ອໃນເອກະສານດັ່ງກ່າວເປັນຢ່າງດີແລະມີການສົນທະນາແລກປ່ຽນຄຳເຫັນລະຫວ່າງຜູ້ບັນຍາຍເອກະສານກັບນັກອົບຮົມຢ່າງຟົດຟື້ນ, ພ້ອມນັ້ນ ຊຸດຝຶກອົບຮົມຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ປອ ສຸປານີ ສີລິປຸນໂຍ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ເປັນກຽດມອບໃບຢັ້ງຢືນໃຫ້ເແກ່ນັກສໍາມະນາກອນ.
ຂຽນໂດຍ: ສະຫາຍ ນາງ ຄອນສະຫັວນ ວັນສີລາລົມ