ຊຸດຝຶກອົບຮົມການເມືອງ-ແນວຄິດໃຫ້ແກ່ຜູ້ຊົງຄຸນວຸດທິບັນດາເຜົ່າຢູ່ກຸ່ມບຸນຖິ່ນ, ເມືອງຄຳ, ແຂວງຊຽງຂວາງ.


ຊຸດຝຶກອົບຮົມການເມືອງ-ແນວຄິດໃຫ້ແກ່ຜູ້ຊົງຄຸນວຸດທິບັນດາເຜົ່າຢູ່ກຸ່ມບຸນຖິ່ນ, ເມືອງຄຳ, ແຂວງຊຽງຂວາງ.
ວັນທີ 15/3/2021 ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ຄະນະໂຄສະນາອົບຮົມແຂວງ ຊຽງຂວາງ ແລະ ຄະນະໂຄສະນາອົບຮົມເມືອງຄໍາ ໄດ້ສົບທົບກັນຈັດຊຸດອົບຮົມຂຶ້ນຢູ່ສະໂມສອນກຸ່ມບ້ານບຸນຖິ່ນເປົ້າໝາຍເຂົ້າຮ່ວມ ປະກອບມີ 10 ບ້ານ ຄື: ບ້ານ ແທ່ນຈອງ, ບ້ານແທນໂທ້, ບ້ານພຽງໂຄ້ງ, ບ້ານພຽງດ້າງ, ບ້ານສົບທ້າງ, ບ້ານສົບນາ, ບ້ານສົບເປິນ, ບ້ານພຽງພ່າງ ແລະ ບ້ານສັນແກ້ວ.
ພາຍໃຕ້ການເປັນປະທານ ສະຫາຍ ຄໍາຟອງ ໄຊຍະແສງ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ແລະ ວຽກພັກ-ພະນັກງານ, ສະຫາຍ ສີວັນໄຊ ເພັງສັນຕິ ກໍາມະການພັກເມືອງ ເລຂາຄະນະພັກຮາກຖານກຸ່ມບຸນຖິ່ນ ແລະ ສະຫາຍ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ, ຊຸດອົບຮົມຄັ້ງນີ້ມີນັກຝຶກອົບຮົມເຂົ້າຮ່ວມທັງໝົດ ຈຳນວນ 40 ສະຫາຍ, ຍິງ 2 ສະຫາຍ.
ເອກະສານຝຶກອົບຮົມອົບຮົມລວມມີ 3 ບົດ:
ບົດທີ 1: ເສີມຂະຫຍາຍມູນເຊື້ອອັນດງາມຂອງປະຊາຊົນບັນດາເຜົ່າຢູ່ປະເທດເຮົາໃນໄລຍະໃໝ່ (ສະ
ເໜີໂດຍ ສະຫາຍ ຄໍາຟອງ ໄຊຍະແສງ).
ບົດທີ 2: ບົດບາດ ແລະໜ້າທີ່ຂອງເຈົ້າກົກ, ເຈົ້າເຫຼົ່າ, ຫົວໜ້າຊິ່ງຊາວ ( ສະເໜີໂດຍ ສະຫາຍ ບຸນມາ ເສັງວິໄຊ)
ບົດທີ 3: ເພີ່ມທະວີຄວາມສາມັກຄີ ແລະ ຄວາມສະເໜໝີພາບຂອງບັນດາເຜົ່າ (ສະເໜີໂດຍ ສະຫາຍ
ນ ສຸກສະຫວັນ ອິນຄະວິໄລ)
ພາຍຫຼັງສໍາເລັດການຝຶກອົບຮົມແລ້ວ ກໍໄດ້ມີການສະຫຼຸບຖອນບົດຮຽນ ລະຫວ່າງກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ໂຄສະນາອົບຮົມແຂວງ ແລະ ຫ້ອງການໂຄສະນາອົບຮົມເມືອງຄໍາ ເພື່ອສືບຕໍ່ປັບປຸງວຽກງານຝຶກອົບຮົມ ຂອງພວກເຮົາໃຫ້ນັບມື້ນັບດີຂຶ້ນ.