ເມືອງກວັນສ້າງຄວາມຮັບຮູ້ໃຫ້ແກ່ພະນັກ ງານຫຼັກແຫຼ່ງຜູ້ທີ່ເຮັດວຽກງານໂຄສະນາ-ປາຖະກະຖາ

ເມືອງກວັນສ້າງຄວາມຮັບຮູ້ໃຫ້ແກ່ພະນັກງານຫຼັກແຫຼ່ງຜູ້ທີ່ເຮັດວຽກງານໂຄສະນາ-ປາຖະກະຖາ.

ວັນທີ 30 ມີນາ 2021 ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບຄະນະໂຄສະນາອົບ ຮົມແຂວງຫົວພັນ ແລະ ຫ້ອງການໂຄສະນາເມືອງກວັນ ໄດ້ເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານ ກ່ຽວກັບວຽກ ງານໂຄສະນາ-ປາຖະກະຖາ ຄັ້ງທີ I ຂຶ້ນ ຢູ່ທີ່ຫ້ອງການຖະແຫລງຂ່າວວັດ ທະນະທຳ ແລະ ສະຫວັດດີການສັງຄົມເມືອງກວັນ ໂດຍການເປັນປະທານ ຂອງ ທ່ານ ອຳພອນ ສອນວິໄລ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານແນວຄິດ-ທິດສະດີການເມືອງ ແລະ ເປັນປະທານຮ່ວມ ຂອງ ທ່ານ ນ. ບົວລີ ບັນຊາລິດ ຄະນະພັກ, ຫົວໜ້າກົມໂຄ ສະນາ ຄະນະໂຄສະນາອົບຮົມສູນກາງພັກ; ມີຄູອາຈານ ພ້ອມດ້ວຍຜູ້ເຂົ້າຝຶກອົບຮົມທັງໝົດ 30 ສະຫາຍ, ຍິງ 9 ສະຫາຍ.
ຊຸດຝຶກອົບຮົມຄັ້ງນີ້ ດຳເນີນເປັນເວລາ 3 ວັນ, (ແຕ່ວັນທີ 30 ມີນາ ຫາ 1 ເມສາ 2021) ເຊິ່ງໄດ້ນຳໃຊ້ເນື້ອໃນເອກະສານຝຶກອົບຮົມທັງໝົດ 3 ບົດ: ກ່ຽວກັບບັນຫາພື້ນຖານຂອງວຽກງານໂຄສະນາ, ຝຶກຝົນຄວາມສາມາດໃນການຂຽນເອກະສານ ແລະ ຄຸນລັກສະນະ,ສີລະປະໃນການປາກ ເວົ້າ ແລະ ບາງບົດຮຽນໃນການເຄື່ອນໄຫວ ວຽກງານໂຄສະນາ. ຈຸດປະສົງໃນການເປີດ ຊຸດອົບຮົມວຽກງານໂຄສະນາ-ປາຖະກະຖາ ໃນຄັ້ງນີ້ ແມ່ນແນ່ໃສ່ບຸກທະລຸທາງດ້ານຈິນຕະນາການຂອງວຽກງານແນວຄິດ ເພື່ອຍົກລະດັບຄວາມຮູ້ວິທີການໂຄສະນາດ້ວຍປາກໃຫ້ບັນດາພະນັກງານຫຼັກແຫຼ່ງຂອງເມືອງ, ສ້າງຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ວຽກງານໂຄສະນາ-ປາຖະກະຖາ ໃຫ້ມີຄວາມເອກະພາບກັນ ແລະ ພ້ອມກັນຈັດຕັ້ງປະຕິບັດວຽກງານໂຄສະນາ-ປາຖະກະຖາ ໃຫ້ມີຄວາມເຂັ້ມແຂງ ແລະ ໄດ້ຮັບຜົນດີໃນຕໍ່ໜ້າ.
ໃນໂອກາດດັ່ງກ່າວ ຍັງໄດ້ຟັງຄຳໂອ້ລົມ ຂອງທ່ານ ອຳພອນ ສອນວິໄລ ຮອງເລຂາພັກເມືອງ ເຊິ່ງໄດ້ກ່າວໃນບາງຕອນວ່າ: ການຝຶກອົບຮົມຄວາມຮູ້ພື້ນຖານວຽກງານໂຄສະນາ-ປາຖະກະຖາ ແມ່ນມີຄວາມສຳຄັນ ແລະ ຈຳເປັນສຳລັບສະມາຊິກພັກ, ພະນັກງານຫຼັກ ແຫຼ່ງຂອງເມືອງ ເພື່ອເປັນການຍົກລະດັບ ຄວາມຮູ້ຄວາມສາມາດທາງດ້ານວິທີການໂຄສະນາ-ປາຖະກະຖາ ກໍ່ຄືໂຄສະນາດ້ວຍປາກໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງ, ຕອບສະ ໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ເປັນຕົ້ນແມ່ນ ເພື່ອໃຫ້ສະມາຊິກພັກ, ພະນັກງານມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລີກເຊິ່ງຕໍ່ແນວທາງການເມືອງ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຂອງພັກແຕ່ລະຄັ້ງ ໃຫ້ເປັນຂະບວນການ ອັນກ້ວາງຂວາງ ໂດຍການໂຄສະນາປຸກລະດົມໃຫ້ມະຫາ ຊົນເປັນກຳລັງແຮງເຂົ້າຮ່ວມໃນການສ້າງສາພັດທະນາບ້ານເມືອງຂອງຕົນ ແນ່ໃສ່ເພື່ອເຮັດໃຫ້ແນວທາງປ່ຽນ ແປງໃໝ່ຂອງພັກເຮົາ ສືບຕໍ່ດຳເນີນໄປຢ່າງມີປະສິດທິຜົນ, ເລີກເຊິ່ງ, ຮອບດ້ານ ແລະ ມີຜົນສຳເລັດໃຫຍ່ຫຼວງກວ່າເກົ່າ, ນຳເອົາຜົນປະໂຫຍດຕົວຈິງ ມາໃຫ້ແກ່ປະເທດຊາດ ແລະ ປະຊາຊົນ.
ໃນຕອນທ້າຍຂອງການໂອ້ລົມ ທ່ານ ຍັງໄດ້ຮຽກຮ້ອງໃຫ້ນັກສຳມະນາກອນທຸກສະຫາຍ ຈົ່ງເພີ່ມຄວາມຮັບຜິດຊອບຂອງຕົນ ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ.