ກອງປະຊຸມພົບປະທາງໄກ ລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ

 ກອງປະຊຸມພົບປະທາງໄກ ລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ

        ໃນຕອນເຊົ້າວັນທີ 27 ພຶດສະພາ 2021 ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມໄດ້ຈັດກອງປະຊຸມພົບປະທາງໄກ ນຳກັນ (video conference) ເຊິ່ງຝ່າຍລາວເຂົ້າຮ່ວມມີ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ, ມີຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງຫົວໜ້າຄະນະພົວພັນການຕ່າງປະເທດສູນກາງພັກ, ບັນດາຫົວໜ້າກົມ  ແລະ ຝ່າຍ ສສ ຫວຽດນາມມີ ສະຫາຍ ຫງວຽນ ຈ໋ອງ ເຫງ້ຍ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ, ສະຫາຍ ເລ ຫ້າຍ ຈູງ ຫົວໜ້າຄະນະພົວພັນການຕ່າງປະເທດສູນກາງພັກ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກ, ບັນດາຫົວໜ້າກົມ ເຂົ້າຮ່ວມ.

    ໃນກອງປະຊຸມ ສະຫາຍ ຫງວຽນ ຈ໋ອງ ເຫງ້ຍ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ກຽດສະເໜີ ແລະ ສະແດງຄວາມຂອບໃຈຕໍ່ສະຫາຍ ຄຳພັນ ເຜີຍຍະວົງ ທີ່ໄດ້ສົ່ງໂທລະເລກອວຍພອນ ຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ 13 ຂອງຄະນະຜູ້ແທນທົ່ວປະເທດຂອງພັກກອມມູນິດຫວຽດນາມ ແລະ ສະແດງຄວາມຍິນດີນຳສະຫາຍ ຄຳພັນ ເຜີຍຍະວົງ ທີ່ໄດ້ຮັບການມອບໝາຍຈາກກົມການເມືອງໃຫ້ດຳລົງຕຳແໜ່ງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວຜູ້ໃໝ່.

        ຕໍ່ກັບໝາກຜົນການຮ່ວມມືໃນໄລຍະທີ່ຜ່ານມາ ສາມາດຢືນຢັນໄດ້ວ່າ ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມໄດ້ຕັ້ງໜ້າຜັນຂະຫຍາຍ ສັນຍາຮ່ວມມືໄລຍະປີ 2016 – 2021 ທີ່ສອງຄະນະໄດ້ລົງນາມຮ່ວມກັນ. ປີ 2021 ເປັນປີສຸດທ້າຍຂອງການຈັດຕັ້ງປະຕິບັດສັນຍາຮ່ວມມືໄລຍະປີ 2016 – 2021 ສະນັ້ນພວກເຮົາຈະໄດ້ຄົ້ນຄວ້າ ເພື່ອກະກຽມຮ່າງສັນຍາຮ່ວມມືສະບັບໃໝ່ໄລຍະປີ 2022 – 2026 ເພື່ອໃຫ້ມີເນື້ອໃນທີ່ເໝາະສົມ ແລະ ຖືກຕ້ອງຕາມຄວາມຮຽກຮ້ອງຕ້ອງການທັງສອດຄ່ອງກັບ ພາລະໜ້າທີ່ອັນໃໝ່ຂອງສອງພັກ, ພິເສດແມ່ນຕິດພັນກັບມະຕິຂອງກອງປະຊຸມໃຫຍ່ຂອງແຕ່ລະປະເທດ, ເພື່ອຮັບປະກັນຄວາມອາດສາມາດໃນການຈັດຕັ້ງປະຕິບັດ, ແທດເໝາະກັບຕົວຈິງ ແລະ ໄດ້ຮັບຜົນກວ່າເກົ່າ. ໃນປັດຈຸບັນຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ພວມສືບຕໍ່ໂຄສະນາເຜີຍແຜ່, ຄົ້ນຄວ້າ, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ; ເປັນເສນາທິການ ໃນການສະໜອງຂໍ້ມູນອ້າງອີງທິດສະດີວິທະຍາສາດ ແລະ ການປະຕິບັດຕົວຈິງກ່ຽວກັບແນວທາງກ້າວສູ່ສັງຄົມນິຍົມຢູ່ຫວຽດນາມ, ກ່ຽວກັບການກໍ່ສ້າງເສດຖະກິດສັງຄົມນິຍົມ, ການສ້າງສາຟື້ນຖານວັດທະນະທຳຫວຽດນາມ ແລະ ການພັດທະນາຊັບພະຍາກອນມະນຸດຂອງຊາດຫວຽດນາມຢ່າງຮອບດ້ານ; ປົກປັກຮັກສາປະເທດຊາດໃນສະພາບການໃໝ່…; ຊຸກຍູ້ວຽກງານກໍ່ສ້າງພັກທາງດ້ານການເມືອງ, ແນວຄິດ, ຄຸນສົມບັດ, ສ້າງຄວາມເປັນເອກະພາບທົ່ວພັກ, ເຫັນດີເປັນເອກະພາບທົ່ວສັງຄົມ, ຕັດສິນໃຈສ້າງສາພັດທະນາປະເທດຫວຽດນາມໃຫ້ມີຄວາມຈະເລີນກ້າວໜ້າ, ມີຄວາມຜາສຸກ. ຄຽງຄູ່ກັນນັ້ນ, ບັນດາໜ້າທີ່ສຳຄັນອື່ນໆແມ່ນຊີ້ນຳວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕໍ່ຕ່າງປະເທດກ່ຽວກັບໝາກຜົນ ແລະ ບັນດາການເຄື່ອນໄຫວຊົມເຊີຍຜົນສຳເລັດການເລືອກຕັ້ງຜູ້ແທນສະພາແຫ່ງຊາດສະໄໝທີ 15 ແລະ ຜູ້ແທນສະພາປະຊາຊົນຂັ້ນຕ່າງໆ ໄລຍະປີ 2021 – 2026; ກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ – 19 ແລະ ກ່ຽວກັບ ການປະກອບສ່ວນຂອງຫວຽດນາມຕໍ່ສາກົນໃນໄລຍະຜ່ານມາ.

      ຫຼັງຈາກນັ້ນ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນຜົນສໍາເລັດອັນຈົບງາມຂອງການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII  ຂອງພັກກອມມູນິດຫວຽດນາມ ແລະ ຊົມເຊີຍ ສະຫາຍ ຫງວຽນ ຈ໋ອງເຫງ້ຍ ທີ່ໄດ້ຮັບການເລືອກຕັ້ງເປັນເລຂາທິການສູນກາງພັກ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກກົມການເມືອງ ກໍຄື ຄະນະບໍລິຫານງານສູນກາງພັກ ສະໄໝທີ XIII ມອບໝາຍໃຫ້ສະຫາຍມາຮັບໜ້າທີ່ເປັນຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ. ພ້ອມກັນນັ້ນ ກໍຂໍສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດອັນຈົບງາມ ຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດຫວຽດນາມ ຊຸດທີ XV ແລະ ສະພາປະຊາຊົນປະຊາຊົນຂັ້ນຕ່າງໆ.   ຫຼັງຈາກນັ້ນໄດ້ລາຍງານສະພາບການພົວພັນຮ່ວມມື ລະຫວ່າງສອງຄະນະໂຄສະນາ ໃນໄລຍະຜ່ານມາ ແລະ ສະເໜີທິດທາງຮ່ວມມືຕໍ່ໜ້າ ໄລຍະ 2022-2026. ຕະຫຼອດໄລຍະ 5 ປີແຫ່ງການຈັດຕັ້ງຜັນຂະຫຍາຍສັນຍາການຮ່ວມມື ພວກຂ້າພະເຈົ້າເຫັນດີເປັນເອກະພາບຕໍ່ຄຳເຫັນ ຂອງສະຫາຍ ຫງວຽນ ຈ໋ອງເຫງ້ຍ ທີ່ຕີລາຄາສູງຕໍ່ຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມມື ສອງຝ່າຍໃນໄລຍະຜ່ານມາ. ຜ່ານການປະຕິບັດຂໍ້ຕົກລົງຮ່ວມມືດັ່ງ-ກ່າວ ໄດ້ເຮັດໃຫ້ນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ ລະຫວ່າງ ສອງຄະນະໂຄສະນາ ພວກເຮົາ ສືບຕໍ່ໄດ້ຮັບການທະນຸບໍາລຸງ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍ ຢ່າງມີປະສິດທິຜົນ ແລະ ແທດຕົວຈິງຍິ່ງຂຶ້ນ. ສໍາລັບການສືບຕໍ່ຜັນຂະຫຍາຍການຮ່ວມມືໃນຕໍ່ໜ້າ ກໍຄືການກະກຽມລົງນາມຂໍ້ຕົກລົງຮ່ວມມື ລະຫວ່າງສອງຄະນະໂຄສະນາ ສະບັບໃໝ່ 2022-2026 ແມ່ນເຫັນດີເປັນເອກະພາບຕາມທິດທີ່ ສະຫາຍ ຫງວຽນຈ໋ອງເຫງ້ຍ ໄດ້ສະເໜີ.

    ສຳລັບການເຄື່ອນໄຫວວຽກງານຈຸດສຸມ ຂອງຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ພາຍຫຼັງສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ວຽກງານຈຸດສຸມຕົ້ນຕໍແມ່ນການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ XI ຂອງພັກ ໃຫ້ແຕ່ລະເປົ້າໝາຍ, ພ້ອມນັ້ນ ໄດ້ຮ່ວມກັບສະພາທິດສະດີສູນກາງພັກ ຈັດຕັ້ງຄົ້ນຄວ້າບາງບັນຫາກ່ຽວກັບທິດສະດີ ແລະ ພຶດຕິກໍາຂອງພັກ ທີ່ຕິດພັນກັບບາງເນື້ອໃນສໍາຄັນ ຂອງມະຕິກອງປະຊຸມໃຫຍ່.

    ໃນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຂອງພັກ ຢູ່ລາວພວກຂ້າພະເຈົ້າ ຍັງສືບຕໍ່ປະເຊີນກັບຄວາມຫຍຸ້ງຍາກຫຼາຍອັນ ເຊິ່ງບັນຫາໃຫຍ່ກໍແມ່ນ ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ທີ່ແກ່ຍາວມາຫຼາຍປີ, ພ້ອມນັ້ນ ກໍຖືກຜົນກະທົບ ຈາກການລະບາດຂອງພະຍາດໂຄວິດ 19, ໂດຍສະເພາະການລະບາດຮອບທີສອງນີ້ ແມ່ນກະທົບເປັນວົງກວ້າງ, ແກ່ຍາວ ແລະ ໜັກໜ່ວງກວ່າການລະບາດໃນປີ ຜ່ານມາ. ໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ສູນກາງພັກ ໄດ້ຊີ້ນໍາໃຫ້ລັດຖະບານກະກຽມອອກເປັນວາລະແຫ່ງຊາດ ໄລຍະ 2021-2023 ເຊິ່ງຈະໄດ້ຮັບຮອງໃນໄວໆນີ້. ກ່ຽວກັບການລະ ບາດຂອງໂຄວິດ 19 ໃນຊຸມຊົນ, ຜ່ານການປະຕິບັດບັນດາມາດຕະການຕ່າງໆ ມາຮອດປັດຈຸບັນ ແມ່ນສາມາດຄວບຄຸມໄດ້, ໃນນັ້ນ ໄດ້ຮັບການຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການ ຈາກ ສສ ຫວຽດນາມອ້າຍນ້ອງ, ນັບທັງຂັ້ນທ້ອງຖິ່ນ.

ຕໍ່ກັບວຽກງານຈຸດສຸມ ຂອງຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ໃນຕໍ່ໜ້າ:

– ສືບຕໍ່ສ້າງເອກະສານຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ;

– ສືບຕໍ່ຕິດຕາມ ການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງພັກ ຢູ່ແຕ່ລະຂັ້ນ;

– ສືບຕໍ່ປະຕິບັດໜ້າທີ່ໂຄສະນາອົບຮົມ ຕິດພັນກັບຂະບວນການນໍາພາຊີ້ນໍາ ຂອງສູນກາງພັກ;

– ສືບຕໍ່ການກະກຽມວຽກງານຮອບດ້ານໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄອສພ;

– ສືບຕໍ່ເປັນເຈົ້າການເຂົ້າຮ່ວມ ການຄົ້ນຄວ້າທິດສະດີ ແລະ ພຶດຕິກໍາ ຂອງພັກ;

– ສືບຕໍ່ປັບປຸງສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະໂຄສະນາອົບຮົມແຕ່ລະຂັ້ນ;

       ໃນຕອນທ້າຍພິທີ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໃນນາມຕາງໜ້າຄະນະພັກ-ຄະນະນໍາ ແລະ ພະນັກງານ-ລັດຖະກອນ ໃນທົ່ວຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ກໍຄື ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມອ້າຍນ້ອງ ທີ່ຍາມໃດກໍໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນລໍ້າຄ່າ ແລະ ມີປະສິດທິຜົນບົນຈິດໃຈບໍລິສຸດຜຸດຜ່ອງ ແກ່ພັກ-ລັດ ແລະ ປະຊາຊົນລາວ ກໍຄື ຄະນະໂຄສະນາອົບຮົມສູນກາງພັກ  ຕະຫຼອດມາ.