ຂະບວນການສັກຢາເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19

ຂະບວນການສັກຢາເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19

    ໃນວັນທີ 05 ພຶດສະພາ 2021 ຄະນະໂຄສະນາອົບຮົມສູນກາງພັກ ແລະ ໂຮງໝໍມິດຕະພາບໄດ້ຮ່ວມກັນຈັດຂະບວນການສັກຢາເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຂື້ນຢູ່ທີ່ ຫ້ອງສະໂມສອນໃຫຍ່ຄະນະໂຄສະນາອົບຮົມສູນກາງພັກໃຫ້ກຽດນຳພາ ໂດຍ ທ່ານ ດຣ ຫວັງນະຄອນ ພ້ອມດ້ວຍທີມແພດ ແລະ ຄະນະພັກຄະນະນຳພ້ອມດ້ວຍພະນັກງານ ຄອສພ ເຂົ້າຮ່ວມສັກຢາວັກຊີນໂຄວິດ-19ຢ່າງພ້ອມພຽງ.

    ໃນພິທີທີມແພດໄດ້ລາຍງານໃຫ້ຮູ້ວ່າ ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຜົນກະທົບຕໍ່ຊີວິດ, ສັງຄົມເສດຖະກິດຂອງໂລກ. ທີມແພດໄດ້ເນັ້ນຕື່ມວ່າໜຶ່ງໃນກຸ່ມບູລິມະສິດທີ່ຕ້ອງໄດ້ຮີບຮ້ອນມາຮັບວັກຊີນກັນພະຍາດໂຄວິດ-19 ແມ່ນ ຜູ້ທີ່ເປັນພະຍາດຊໍາເຮື້ອ ເພາະກຸ່ມດັ່ງກ່າວເມື່ອມີການຕິດເຊື້ອໂຄວິດ-19 ແລ້ວອາການຈະຮຸນແຮງ ແລະ ອາດເຖິງແກ່ຊີວິດໄດ້. ສໍາລັບທ່ານທີ່ມີຜົນກວດເປັນບວກກໍ່ຍິ່ງຕ້ອງມີການໃຫ້ຄວາມຮ່ວມມືກັບແພດໝໍເຂົ້າຮັບການປິ່ນປົວແຕ່ຫົວທີ ເພື່ອຫຼີກລ່ຽງຄວາມຮ້າຍແຮງທີ່ຈະເກີດຈາກພະຍາດດັ່ງກ່າວ.ທຸກໆວັກຊີນທີ່ຖືກນໍາໃຊ້ໃນ ສປປ ລາວ ແມ່ນມີຄວາມປອດໄພ ແລະ ມີປະສິດທິພາບ. ເຊິ່ງກ່ອນທີ່ຈະຖືກນໍາໃຊ້ໃຫ້ບໍລິການແກ່ປະຊາຊົນໃນ ສປປ ລາວ ແມ່ນໄດ້ມີການຜ່ານຂະບວນການອະນຸມັດນໍາໃຊ້ສຸກເສີນຈາກ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ແລະ ການຮັບຮອງຂຶ້ນທະບຽນນໍາໃຊ້ສຸກເສີນຈາກ ອົງການອະນາໄມໂລກ (WHO) ເຊິ່ງໃນປັດຈຸບັນ, ວັກຊີນ Astra Zeneca ແລະ ວັກຊີນ Sinopharm ທີ່ຖືກນໍາໃຊ້ໃນ ສປປ ລາວ ກໍ່ລ້ວນແຕ່ໄດ້ຮັບການຂຶ້ນທະບຽນນຳໃຊ້ສຸກເສີນຂອງກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ແລະ ອົງການອະນາໄມໂລກ.

    ໃນທ້າຍພິທີ ທ່ານ ນ. ສົມພອຍ ພົມມະຈັກ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ມີຄຳເຫັນເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຂອບໃຈມາຍັງທີມແພດໂຮງໝໍມິດຕະພາບ150ຕຽງໝົດທຸກຄົນທີ່ໄດ້ເສຍສະຫຼະທຸກທີ່ທຸກຢ່າງເພື່ອພາລະກິດອັນໃຫຍ່ຫຼວງດັ່ງກ່າວນີ້. ທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ໂຄສະນາອົບຮົມ ປູກຈິດສຳນຶກ ໃຫ້ສະມາຊິກພັກ, ພະນັກງານ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນບັນດາເຜົ່າທົ່ວປະເທດໃຫ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ວຽກງານຕ້ານສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19, ສ້າງໂອກາດ ແລະ ເງື່ອນໄຂໃຫ້ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນລາວບັນດາເຜົ່າເຂົ້າຮ່ວມຂະບວນການສັກຢາວັກຊີນໂຄວິດ-19, ເພີ່ມທະວີການພົວພັນຮ່ວມມືກັບແພດໝໍ ແລະ ຮຽກຮ້ອງໃຫ້ໝົດທຸກຄົນຜູ້ທີ່ມີໂອກາດ ແລະ ມີເງື່ອນໄຂພຽບພ້ອມປະກອບສ່ວນທາງດ້ານເຮື່ອແຮງ, ສະຕິປັນຍາ, ວັດຖຸສິ່ງຂອງ ແລະ ອຶ່ນໆ ເພື່ອຊ່ວຍເຫຼືອແພດໝໍ ແລະ ສັງຄົມໃນຍາມບ້ານເມືອງ ແລະ ປະເທດຊາດວິກິດ.