ຂະບວນການສັກຢາເພື່ອສ້າງຄວາມຄຸ້ມກັນໝູ່ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ທີ່ຄະນະໂຄສະນາອົບຮົມສູນກາງພັກ ຮອບທີ 2

ໃນຕອນເຊົ້າວັນທີ 03 ມິຖຸນາ 2021 ຢູ່ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂະບວນການສັກຢາເພື່ອສ້າງຄວາມຄຸ້ມກັນໝູ່ຈາກການແຜ່ລະບາດຂອງພະຍາດໂຄວິດ-19     ຮອບທີ 2 ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມສູນກາງພັກໃຫ້ກຽດເຂົ້າຮ່ວມ ແລະຕ້ອນຮັບ ໂດຍ ທ່ານ ນ. ສົມພອຍ ພົມມະຈັກ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງກ່ອນອື່ນ ທ່ານໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ທີມງານແພດທີ່ມາຈາກ ໂຮງໝໍມິດຕະພາບ150 ຕຽງພະແນກປະສູດ-ພະຍາດຍິງແມ່ ແລະ ເດັກ  ກະຊວງສາທາລະນະສຸກ ທີ່ໄດ້ປະຕິບັດໜ້າທີ່ອັນໜັກໜ່ວງເພື່ອພາລະກິດອັນໃຫຍ່ຫຼວງ ໃນການປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ ການແຜ່ລະບາດ ຂອງເຊື້ອພະຍາດ COVID-19 ທີ່ລັດຖະບານວາງອອກ ຊຶ່ງສະແດງໃຫ້ເຫັນເຖິງ ຄວາມຮັບຜິດຊອບ, ຄວາມເປັນຫ່ວງເປັນໄຍ ຕໍ່ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນ ທີ່ໄດ້ຮັບຜົນຈາກການແຜ່ລະບາດ ຂອງເຊື້ອພະຍາດ COVID-19.  ນອກຈາກນັ້ນທ່ານ ໄດ້ເນັ້ນໜັກໃຫ້ພະນັກງານທຸກຄົນ ຈົ່ງມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຄວາມອົດທົນພະຍາຍາມ, ຕັດສິນໃຈຢ່າງເດັດດ່ຽວເຂົ້າຮ່ວມຂະບວນການສັກຢາ ແລະ ໃຫ້ການຮ່ວມມື ປະຕິບັດຄຳແນະນຳຂອງເຈົ້າໜ້າທີ່ ໜ່ວຍສະເພາະກິດຢ່າງເຂັ້ມງວດ.