ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

    ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ (ສວສຊ) ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ຂຶ້ນໃນວັນທີ 1 ກໍລະ ກົດ ທີ່ຫ້ອງປະຊຸມສະຖາບັນດັ່ງກ່າວ ໂດຍການເປັນປະທານຮ່ວມ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນຳສະຖາບັນວິທະຍາ ສາດເສດຖະກິດ ແລະ ສັງຄົມ ແລະ ສະຫາຍ ສອນທະນູ ທຳມະວົງ ກຳມະການສູນກາງພັກ ເລຂາຄະນະພັກປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ, ມີຄະນະພັກ, ມີພາກ​ສ່ວນທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມຢ່າງພ້ອມພຽງ.
    ກອງປະຊຸມດັ່ງກ່າວ ບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນ ເຊື່ອມຊຶມ 3 ເອກກະສານ ສຳ​ຄັນຄື: ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ 5 ປີ ຄັ້ງທີ IX ແລະ ກົດລະບຽບພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XI ທັງໝົດນີ້ແມ່ນແນໃສ່ເຮັດໃຫ້ສະມາຊິກພັກທຸກສະຫາຍຕ້ອງໄດ້ຮັບການເຊື່ອມຊຶມກຳແໜ້ນຢ່າງທົ່ວເຖິງ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈເປັນເອກກະພາບທາງດ້ານທັດສະນະ, ແນວຄິດ ແລະ ການກະທຳ ເຮັດໃຫ້ວຽກງານຂອງພັກພວກເຮົາມີການປ່ຽນແປງຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ.
    ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ເນັ້ນໜັກໃຫ້ທຸກສະຫາຍເອົາໃຈໃສ່ສືບຕໍ່ເຮັດວຽກການເມືອງ-ແນວຄິດໃຫ້ມີຄວາມໜັກແໜ້ນ, ຈັດຕັ້ງເຊື່ອມຊຶມ ແລະ ເຜີຍແຜ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃຫ້ແກ່ພະນັກງານສະມາຊິກພັກ, ນັກຄົ້ນຄວ້າວິທະຍາສາດ ແລະ ມະຫາຊົນຢ່າງເລິກເຊິ່ງ ແລະ ທົ່ວເຖິງດ້ວຍຫຼາຍຮູບຫຼາຍສີ ແລະ ຫຼາຍວິທີການເພື່ອບຸກທະລຸດ້ານຈິນຕະນາການ, ສືບຕໍ່ປັບປຸງການຈັດຕັ້ງພັກ-ລັດໃຫ້ມີຄວາມເຂັ້ມແຂງ,ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນຕາມຄຳສັ່ງເລກທີ 01 ຂອງກົມການເມືອງສູນກາງພັກ, ປັບປຸງແບບແຜນວິທີນຳພາ ແລະ ວິທີເຮັດວຽກຂອງຄະນະພັກ ກໍຄືຄະນະໜ່ວຍພັກໃຫ້ໄປຕາມຫຼັກການນຳພາຂອງພັກ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຄົ້ນຄວ້າວິທະຍາສາດສັງຄົມຂອງຕົນທີ່ພັກມອບໝາຍໃຫ້ສຳເລັດຜົນ, ເອົາໃຈໃສ່ຂອດການຄຸ້ມຄອງຂອງການຄົ້ນຄວ້າໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີ, ສ້າງ ແລະ ປັບປຸງນິຕິກຳກ່ຽວກັບການຄົ້ນຄວ້າວິທະຍາສາດສັງຄົມເພື່ອກະຕຸກຊຸກຍູ້ດ້ານຈິດໃຈໃຫ້ແກ່ນັກຄົ້ນຄວ້າ, ສ້າງໃຫ້ມີນັກຄົ້ນຄວ້າຕົວແບບດີເດັ່ນ, ນັກຄົ້ນຄວ້າໜຸ່ມດີເດັ່ນ, ນັກຄຸ້ມຄອງບໍລິຫານດີເດັ່ນ ແລະ ອື່ນໆ. (ຂ່າວ-ພາບ:ສຳນານ)