ສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ປະກອບສ່ວນມອບເງີນຊ່ວຍເຫຼືອຜູ້ປະສົບໄພນຳ້ຖ້ວມບັນດາແຂວງພາກເໜືອ

ສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ

ປະກອບສ່ວນມອບເງີນຊ່ວຍເຫຼືອຜູ້ປະສົບໄພນຳ້ຖ້ວມບັນດາແຂວງພາກເໜືອ

 

ໃນຕອນບ່າຍວັນທີ 21 ກໍລະກົດ 2021 ທ່ານ ປອ ວັນລາຕີ ຄຳວານວົງສາ ຮອງປະທານສະຫະພັນກຳມະບານຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ມອບເງີນຊ່ວຍເຫຼືອຜູ້ປະສົບໄພນຳ້ຖ້ວມບັນດາແຂວງພາກເໜືອ ຈຳນວນ 2,000,000 ກີບ ໃຫ້ສູນກາງສະຫະພັນກຳມະບານລາວ ໃຫ້ກຽດຮັບໂດຍ ທ່ານ ວິໄລ ວົງຄະເສີມ ຮອງປະທານ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ມີ: ຫົວໜ້າກົມ ແລະ ຮອງກົມ ຈາກສູນກາງສະຫະພັນກຳມະບານລາວ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ວິໄລ ວົງຄະເສີມ ຮອງປະທານ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງສະຫະພັນກຳມະບານຄະນະໂຄສະນາອົບຮົມສູນກາງພັກທີ່ເຫັນໄດ້ຄວາມສຳຄັນ ແລະ ໃຫ້ການຊ່ວຍເຫຼືອຜູ້ປະສົບໄພທຳມະຊາດໃນບັນດາແຂວງພາກເໜືອໃນຄັ້ງນີ້. ເຊິ່ງເປັນການປະກອບສ່ວນຊຸກຍູ້ຊ່ວຍເຫຼືອປະຊາຊົນລາວບັນດາເຜົ່າຜູ້ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ພ້ອມທັງຢືນຢັນວ່າຈະນຳເອົາເງີນຊ່ວຍເຫຼື້່ອທີ່ໄດ້ຮັບໃນຄັ້ງນີ້ໄປມອບຕໍ່ໃຫ້ເຖີງມືພໍ່ແມ່ປະຊາຊົນໝູນໃຊ້ເຂົ້າໃນການແກ້ໄຂຊີວິດການເປັນຢູ່ຂອງຕົນທີ່ໄດ້ຮັບຜົນກະທົບໃຫ້ເກີດຜົນປະໂຫຍດສູງສຸດ.