ກອງປະຊຸມປະກອບຄຳເຫັນໃສ່ 3 ຮ່າງເອກະສານສໍາຄັນຂອງກອງປະຊຸມໃຫຍ່ຄັ້ງທີ V ຂອງຄອສພແລະ ທາບທາມບຸກຄະລາກອນທີ່ຈະສະໝັກເຂົ້າເປັນຄະນະບໍລິຫານງານພັກ ຊຸດໃໝ່ຮອບ II.


ກອງປະຊຸມປະກອບຄຳເຫັນໃສ່ 3 ຮ່າງເອກະສານສໍາຄັນຂອງກອງປະຊຸມໃຫຍ່ຄັ້ງທີ V ຂອງຄອສພແລະ ທາບທາມບຸກຄະລາກອນທີ່ຈະສະໝັກເຂົ້າເປັນຄະນະບໍລິຫານງານພັກ ຊຸດໃໝ່ຮອບ II.
     ໃນຕອນເຊົ້າວັນທີ 06 ສິງຫາ 2021 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມປະກອບຄຳເຫັນໃສ່ຮ່າງລາຍງານການເມືອງ, ແຜນພັດທະ ນາວຽກງານໂຄສະນາອົບຮົມ, ບົດສຳຫຼວດການນຳພາຂອງຄະນະພັກ ແລະ ທາບທາມບຸກກອນທີ່ຈະສະໝັກເຂົ້າເປັນຄະນະບໍລິຫານງານພັກ ສະໄໝທີ V ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ; ໂດຍໃຫ້ກຽດເປັນປະທານກອງປະຊຸມ ໂດຍສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມມີ: ຮອງເລຂາຄະນະພັກ, ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະມາຊິກພັກອາວຸໂສບຳນານ ແລະ ສະມາຊິກພັກສົມບູນທັງໝົດ ເຂົ້າຮ່ວມຢ່າງພ້ອມພຽງ.


    ໃນພິທີ ສະຫາຍ ອານົງສັກ ອິນທະວົງ ຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນກ່າວຈຸດປະສົງຂອງກອງປະຊຸມຄື:
1. ເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກໃຫ້ບັນລຸຕາມແຜນການທີ່ກໍານົດວາງໄວ້.
2. ເພື່ອພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ 3 ເອກະສານໃຫ້ມີເນື້ອໃນອຸດົມສົມບູນເພື່ອຈະກະກຽມດໍາເນີນກອງປະຊຸມໃນຕໍ່ໜ້າ
3. ເພື່ອທາບທາມບຸກຄະລາກອນທີ່ຈະສະໝັກເຂົ້າເປັນຄະນະບໍລິຫານງານພັກ, ສະໄໝທີ V ຂອງອົງຄະນະພັກ, ຄະນະໂຄສະນາອົບຮົມສູນກາງພັກ ຮອບ II.
     ຫຼັງຈາກນັ້ນ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ກຽດມີຄໍາເຫັນໃຫ້ທິດຊີ້ນໍາ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ ເຊິ່ງກ່ອນອື່ນ ທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສໍາຄັນໃນການປະກອບຄໍາຄິດຄໍາເຫັນ ຢ່າງເລິກເຊິ່ງໃສ່ 3 ຮ່າງເອກະສານສໍາຄັນດັ່ງກ່າວ. ພ້ອມນັ້ນທ່ານໄດ້ເນັ້ນໜັກ ແລະ ຮຽກຮ້ອງມາຍັງຄະນະພັກ, ພະນັກງານສະມາຊິກພັກ ທົ່ວ ຄອສພ ທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈົງພ້ອມກັນຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າ, ຄິດຫງໍາໃນການປະກອບຄໍາຄິດ ຄໍາເຫັນ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ເນື້ອໃນກອງປະຊຸມໃຫຍ່ຂອງ ອົງຄະນະພັກ ຄະນະໂຄສະນາອົບຮົມ ມີເນື້ອໃນຮັດກຸ້ມ ແລະ ອຸດົມສົມບູນ. ຫຼັງຈາກນັ້ນ ທ່ານ ໄດ້ສະເໜີເນື້ອໃນສໍາຄັນເອກະສານຮ່າງລາຍການເມືອງຂອງຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ IV ຕໍ່ກອງປະຊຸມເຊິ່ງປະກອບມີ 2 ພາກໃຫຍ່ຄື:
ພາກທີ I: ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ໄລຍະ 5 ປີຜ່ານມາ (2016-2020).
ພາກທີ II: ທິດທາງລວມ ແລະ ໜ້າທີ່ຕົ້ນຕໍໃນການນຳພາຂອງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກໃນ 5 ປີຕໍ່ໜ້າ (2021-2025).
      ໃນພິທີດັ່ງກ່າວ ທ່ານ ນາງ ວິລະວອນ ພັນທະວົງ ຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ຂຶ້ນຜ່ານການຈັດຕັ້ງປະຕິບັດແຜນຍຸດທະສາດພັດທະນາວຽກງານໂຄສະນາອົບຮົມ ແຕ່ປີ (2016-2020) ແລະ ຍຸດທະສາດພັດທະນາວຽກງານໂຄສະນາອົບຮົມ ຮອດປີ 2030.
      ຫຼັງຈາກນັ້ນ ທ່ານ ລາວປາວຊົງ ນະວົງໄຊ ໄດ້ຂຶ້ນຜ່ານບົດສໍາຫຼວດການນໍາພາຂອງຄະນະບໍລິຫານງານພັກຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ IV ເຊິ່ງທ່ານໄດ້ຍົກໃຫ້ເຫັນ ສະພາບຈຸດພິເສດຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ, ການນຳພາ-ຊີ້ນຳຕໍ່ກັບວຽກງານຕ່າງໆ, ສາເຫດທີ່ພາໃຫ້ມີດ້ານດີ, ດ້ານອ່ອນ ແລະ ບາງບົດຮຽນທີຖອດຖອນໄດ້ ແລະ ທິດທາງວິທີແກ້ໄຂໃນຕໍ່ໜ້າ.
     ໃນກອງປະຊຸມໄດ້ມີການປະກອບຄໍາຄິດ ຄໍາເຫັນຕໍ່ 3 ເອກະສານດັ່ງກ່າວຢ່າງເລິກເຊິ່ງກົງໄປກົງມາ ເພື່ອເຮັດໃຫ້ເນື້ອໃນເອກະສານຄົບຖ້ວນສົມບູນ.
     ໃນຕອນບ່າຍ ແມ່ນໄດ້ມີການທາບທາມບຸກຄະລາກອນ ທີ່ສະໝັກເຂົ້າເປັນຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກຊຸດໃໝ່ ເຊິ່ງມີຕາງໜ້າຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມ ແລະ ໄດ້ຂຶ້ນຜ່ານມາດຖານ, ເງື່ອນໄຂຂອງຜູ້ສະໝັກ ແລະ ແນະນໍາວິທີການປ່ອນບັດເພື່ອຄັດເລືອກໃຫ້ໄດ້ຄະນະພັກຜູ້ທີ່ມີມາດຖານ, ເງື່ອນໄຂຄົບຖ້ວນ.