ຄະນະໂຄສະນາອົບຮົມສູນກາງພັກຈັດພິທີປາຖະກະຖາວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ (01/07/1921 – 01/07/2021).

ຄະນະໂຄສະນາອົບຮົມສູນກາງພັກຈັດພິທີປາຖະກະຖາວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ (01/07/1921 01/07/2021).

ໂດຍ: ສີໄຄ ໄຊຍະວົງ

         ໃນຕອນເຊົ້າຂອງວັນທີ 29/7/2021 ທີ່​ຜ່ານ​ມາຢູ່ທີ່ສະໂມສອນໃຫຍ່ຂອງຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປາຖະກະຖາວັນສຳຄັນຂອງຊາດຂອງພັກຕິດພັນກັບວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ (01/07/1921 – 01/07/2021). ໂດຍໃຫ້ກຽດເປັນປະທານ ແລະ ປາຖະກະຖາຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ມີບັນດາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຫົວ ໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ສະມາຊິກພັກ, ພະນັກງານ – ລັດຖະກອນທົ່ວ ຄອສພ ເຂົ້າຮ່ວມຮັບຟັງ. ພິທີປາຖະກະຖາຄັ້ງນີ້ໄດ້ບັນຍາຍເຖີງ 3 ເອກະສານສຳຄັນຄື: ຫວນຄືນມູນເຊື້ອການກໍ່ຕັ້ງ, ການນຳພາຂອງພັກກອມມູນິດຈີນ ໃນໄລຍະ 100 ປີຜ່ານມາ, ວັນຄ້າຍວັນເກີດ ຄົບຮອບ 112 ປີຂອງ ປະທານ ສຸພານຸວົງ  ແລະ ເອກະສານສຸດທ້າຍແມ່ນການເຜີຍແຜ່ກ່ຽວກັບມະຕິຂອງກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ II ສະໄໝທີ XI ຂອງພັກ. ເຊິ່ງທ່ານໄດ້ເນັ້ນໜັກໃຫ້ ພະນັກງານ – ສະມາຊິກພັກ ແລະ ລັດຖະກອນ ໂດຍສະເພາະແມ່ນ ພະນັກງານຜູ້ທີ່ເຮັດວຽກງານໂຄສະນາອົບຮົມ ຕ້ອງໄດ້ກຳແໜ້ນໃນ 8 ໜ້າທີ່ຈຸດສຸມ ແລະ 2 ວາ​ລະ​ແຫ່ງ​ຊາດ​ທີ່​ໄດ້​ກຳ​ນົດ​ໄວ້ ເຊິ່ງ​ຖື​ວ່າເປັນວຽກງານອັນໜຶ່ງສຳ​ລັບ​ຜູ້ທີ່ເປັນສະມາຊິກພັກ ແລະ ພະນັກງານ – ລັດຖະກອນ ​ທີ່​ເຮັດ​ວຽກ​ງານ​ການ​ເມືອງ-ແນວ​ຄິດ ຕ້ອງໄດ້ສືບຕໍ່ນໍາໄປຈັດຕັ້ງ ໂຄສະນາສຶກສາອົບຮົມໃຫ້ແກ່ພະນັກງານ – ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າຮັບຮູ້, ເຂົ້າ​ໃຈ ພ້ອມ​ນຳ​ໄປ​ຈັດ​ຕັ້ງ​ປະ​ຕິ​ບັດ ຢ່າງທົ່ວເຖິງ ໂດຍສະເພາະແມ່ນວາລະແຫ່ງຊາດທີ່ພັກເຮົາໄດ້ກຳນົດອອກມາ ເປັນຕົ້ນແມ່ນ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ແລະ ແກ້ໄຂບັນຫາຢາເສບຕິດ.

ໃນວາລະສຸດທ້າຍຂອງພິທີປາຖະກະຖາ ທ່ານຍັງໄດ້ຮຽກຮ້ອງມາຍັງພະນັກງານ – ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ຈົ່ງນໍາເອົາເນື້ອໃນຂອງການປາຖະກະຖາຄັ້ງນີ້ ນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງໃຫ້ມີຜົນສໍາເລັດເປັນກ້າວໆ.