ບົດປະກອບຄຳເຫັນ “ການຊີ້ນໍາ-ນໍາພາຂອງອົງຄະນະພັກ- ຄະນະໂຄສະນາອົບຮົມສູນກາງພັກ ຕໍ່ອົງການຈັດຕັ້ງມະຫາຊົນ”


                                                                       ບົດປະກອບຄຳເຫັນ
                           “ການຊີ້ນໍາ-ນໍາພາຂອງອົງຄະນະພັກ- ຄະນະໂຄສະນາອົບຮົມສູນກາງພັກ ຕໍ່ອົງການຈັດຕັ້ງມະຫາຊົນ”

                                                                                                                                         ຕາງໜ້າອົງການຈັດຕັ້ງມະຫາຊົນ

              ຮຽນ: ຄະນະປະທານກອງປະຊຸມໃຫຍ່ ທີ່ເຄົາລົບ ແລະນັບຖືຢ່າງສູງ !
              ຮຽນ: ບັນດາແຂກ ທີ່ມີກຽດ, ສະມາຊິກພັກ ທີ່ນັບຖື ແລະຮັກແພງ !

    ມື້ນີ້, ຂ້າພະເຈົ້າ, ຮູ້ສຶກເປັນກຽດ ແລະພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຮັບອະນຸຍາດຈາກຄະນະປະທານ ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ຂອງຄະນະໂຄສະ ນາອົບຮົມສູນກາງພັກ ຂຶ້ນປະກອບ ຄໍາເຫັນ ໃນຫົວຂໍ້: “ການຊີ້ນໍາ-ນໍາພາຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ຕໍ່ອົງການຈັດຕັ້ງມະຫາຊົນ” ໃນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ-ຄະນະໂຄສະນາອົບຮົມສູນກາງພັກ.
    ໃນໂອກາດອັນສະຫງ່າລາສີທີ່ມີຄວາມໝາຍສໍາຄັນນີ້, ຂ້າພະເຈົ້າ ຂໍນໍາເອົາຄວາມຂໍ່ານັບຊົມເຊີຍ, ຄວາມເຄົາລົບນັບຖືຢ່າງສູງ, ຄວາມກະຕັນຍູຮູ້ບຸນຄຸນ ຕໍ່ຄະ ນະພັກ-ຄະນະໂຄສະນາອົບຮົມສູນກາງພັກ ແລະ ຄໍາອວຍພອນໄຊອັນປະເສີດ ຈາກສະມາຊິກຊາວໜຸ່ມ, ສະມາຊິກສະຫະພັນເເມ່ຍິງ ແລະສະມາຊິກສະຫະພັນກໍາ ມະບານ ຄະນະໂຄສະນາອົບຮົມສູນກາງພັກ ມາສູ່ກອງປະຊຸມໃຫຍ່ຄັ້ງນີ້ ຢ່າງສຸດໃຈ ! (ຂໍຊົມເຊີຍ).

     ບັນດາສະຫາຍທີ່ນັບຖື ແລະ ຮັກແພງ !

ເພື່ອເປັນການຢັ້ງຢືນ ຜົນສໍາເລັດໃນການຊີ້ນໍາ-ນໍາພາ ຂອງອົງຄະນະພັກ-ຄະນະໂຄສະນາອົບຮົມສູນກາງພັກ ຕະຫຼອດໄລຍະ 5 ປີຜ່ານມາ, ຂ້າພະເຈົ້າ ຂໍມີຄໍາເຫັນ ດັ່ງນີ້:
1. ອົງການຈັດຕັ້ງມະຫາຊົນ ຂອງຄະນະໂຄສະນາອົບຮົມສູນກາງພັກ ໄດ້ຮັບການຊີ້ນໍາໂດຍກົງ ຈາກຄະ ນະພັກ-ຄະນະໂຄສະນາອົບຮົມສູນກາງພັກ ໃນການເຄື່ອນໄຫວ ແລະເຕົ້າໂຮມຄວາມສາມັກຄີ ຊຶ່ງຄະນະພັກ- ຄະນະໂຄສະນາອົບຮົມສູນກາງພັກ ເວລາໃດກໍຖືວ່າ: ອົງການຈັດຕັ້ງມະຫາຊົນເປັນກໍາລັງແຮງປະຈັນບານຂອງພັກ, ເປັນບ່ອນຝຶກຝົນຫຼໍ່ຫຼອມຕົນເອງ, ເປັນແບບຢ່າງນໍາໜ້າໃນຂະບວນການເພື່ອຂະຫຍາຍພັກ ເຮັດໃຫ້ອົງ ຄະນະພັກ-ຄະນະໂຄສະນາອົບຮົມສູນກາງພັກ ເຕີບໃຫຍ່ຂະຫຍາຍຕົວຢ່າງໜັກແໜ້ນ ເຂັ້ມແຂງ. ໃນ 5 ປີ ຜ່ານມາ ສະມາຊິກອົງການຈັດຕັ້ງມະຫາຊົນ ໄດ້ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ກາຍເປັນສະມາຊິກພັກ ທັງໝົດ ຈໍານວນ 59 ສະຫາຍ, ຍິງ 36 ສະຫາຍ; ເປັນພະນັກງານນໍາພາຈາກວິຊາການເປັນຮອງຫົວໜ້າພະເເນກ ຈໍານວນ 21 ສະຫາຍ, ຍິງ 12 ສະຫາຍ; ຈາກຮອງຫົວໜ້າພະແນກເປັນຫົວໜ້າພະແນກ ຈໍານວນ 18 ສະຫາຍ, ຍິງ 07 ສະຫາຍ; ຈາກຫົວໜ້າພະແນກເປັນຮອງຫົວໜ້າກົມ ຈໍານວນ 04 ສະຫາຍ, ຍິງ 02 ສະຫາຍ, ຈາກຮອງຫົວໜ້າກົມ ເປັນຫົວໜ້າກົມ ຈໍານວນ 03 ສະ ຫາຍ, ຍິງ 01 ສະຫາຍ.
2. ຄະນະພັກ-ຄະນະໂຄສະນາອົບຮົມສູນກາງພັກ ຊີ້ນໍາ ແລະຊຸກຍູ້ຂະບວນການເຄື່ອນໄຫວວຽກງານວິ ຊາສະເພາະຕິດພັນກັບການຈັດຕັ້ງປະຕິບັດຄໍາຂວັນ ແລະຂໍ້ແຂ່ງຂັນຂອງແຕ່ລະອົງການ ມີບັນຍາກາດຟົດຟື້ນ.
1). ຂະບວນການເເຂ່ງຂັນຈັດຕັ້ງປະຕິບັດວຽກງານວິຊາສະເພາະ: ສະມາຊິກອົງການຈັດຕັ້ງມະຫາຊົນໄດ້ຕັ້ງໜ້າຄົ້ນຄວ້າຮໍ່າຮຽນ ເຊື່ອມຊຶມ ແລະຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະລະບຽບກົດໝາຍຂອງລັດ ແລະມະຕິກອງປະຊຸມໃຫຍ່ຂອງອົງການຈັດຕັ້ງຂອງຕົນ; ເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າປະຕິ ບັດວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ ຊຶ່ງສະເເດງອອກ ໃນການຂຽນ ແລະປັບປຸງເອກະສານສຶກສາອົບຮົມເປົ້າໝາຍຕ່າງໆ, ຂຽນບົດໂຄສະນາ- ປາຖະກະຖາ, ບົດຂ່າວ, ບົດຄວາມລົງໃນໜັງສືພິມ, ວາລະ ສານ, ໂທລະພາບ, ວິທະຍຸ ແລະເວບໄຊ ຂອງຄະນະໂຄ ສະນາອົບຮົມ ເປັນຈໍານວນ 940 ບົດ, ສ້າງສາລະຄະດີໄດ້ 64 ເລື່ອງ ເພື່ອໂຄສະນາເຄື່ອນທີ່, ຂຶ້ນຫ້ອງສິດສອນ ແລະບັນຍາຍເອກະສານຢູ່ບັນດາກະຊວງ-ອົງການ ແລະທ້ອງຖິ່ນ, ເຮັດວຽກງານສ່ອງແສງ ແລະຕິດຕາມ, ເກັບກໍາສະພາບເເນວຄິດ-ຫາງສຽງສັງຄົມ ໃນຂອບເຂດທົ່ວປະເທດ, ຂຽນບົດສໍາມະນາວິທະຍາສາດ, ສ້າງເວບໄຊ ແລະຝຶກອົບຮົມ ໃຫ້ຄະນະໂຄສະນາອົບຮົມແຂວງໃນທົ່ວປະເທດ, ປະສານງານວຽກງານບໍລິຫານ-ພິທີການປິ່ນອ້ອມຫ້ອງການ; ພ້ອມກັນນັ້້ນ, ກໍຈັດຕັ້ງຝຶກວິຊາສະເພາະຢູ່ພາຍໃນດ້ວຍການຂຶ້ນຫ້ອງບັນຍາຍເອກະສານ ແລະຝຶກວຽກງານໄອທີເປັນປົກກະຕິ. ຄຽງຄູ່ກັນນັ້ນ ສະມາຊິກອົງການຈັດຕັ້ງມະຫາຊົນຫຼາຍສະຫາຍ ກໍໄດ້ເອົາໃຈໃສ່ຍົກລະດັບພັດທະນາຕົນເອງ ທາງດ້ານຄວາມຮູ້, ຄວາມສາມາດ ໂດຍຖືສໍາຄັນໃນການກໍ່ສ້າງ-ບໍາລຸງຍົກລະດັບທາງດ້ານທິດສະດີ, ວິຊາສະເພາະ ແລະພາສາຕ່າງປະເທດ ຢູ່ພາຍໃນ ແລະຕ່າງປະເທດ.
2). ການຈັດຕັ້ງປະຕິບັດຄໍາຂວັນ ແລະຂໍ້ແຂ່ງຂັນຕິດພັນກັບຂະບວນການລວມດ້ານຕ່າງໆ.
      ອົງການຈັດຕັ້ງມະຫາຊົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເອົາໃຈໃສ່ຕັ້ງໜ້າໃນການຈັດຕັ້ງຂໍ້ແຂ່ງຂັນຂອງຕົນຢ່າງເປັນເຈົ້າການສະເເດງອອກຄື: ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ມີສະມາຊິກຊາວໜຸ່ມ 4 ບຸກ ກວມ 97%, ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນເເມ່ຍິງ ມີສະມາຊິກສະຫະພັນແມ່ຍິງ 3 ດີ ກວມ 97% ແລະການຈັດຕັ້ງປະຕິບັດຄໍາຂວັນ 5 ເປັນເຈົ້າ ຂອງສະຫະພັນກໍາມະບານ ກວມ 97% ສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກ ຕັ້ງໜ້າປະຕິບັດພາລະບົດບາດຂອງຕົນ ໃນການປົກປ້ອງສິດຜົນປະໂຫຍດຂອງສະມາຊິກ ດ້ວຍການຕິດຕາມການເລື່ອນຊັ້ນ, ເລື່ອນຂັ້ນ, ພັກປະຈໍາປີ ແລະອື່ນໆ. ນອກນັ້ນ, ອັນພົ້ນເດັ່ນຂອງອົງການຈັດຕັ້ງຊາວໜຸ່ມ ຂອງຄະນະໂຄສະນາອົບຮົມສູນກາງພັກ ອີກອັນໜຶ່ງກໍແມ່ນໄດ້ສ້າງຕັ້ງໜ່ວຍງານສິລະປະ ເພື່ອປະ ກອບສ່ວນຮັບໃຊ້ໃນກອງປະຊຸມສໍາຄັນຕ່າງໆໄດ້ທັງໝົດ 12 ຄັ້ງ, ເຂົ້າຮ່ວມກິດຈະກໍາບໍລິຈາກເລືອດໄດ້ທັງໝົດ ຈໍານວນ 40 ກວ່າຄັ້ງ.
3). ອົງການຈັດຕັ້ງມະຫາຊົນ ຂອງຄະນະໂຄສະນາອົບຮົມສູນກາງພັກ ເປັນເຈົ້າການໃນການເຕົ້າໂຮມຄວາມສາມັກຄີ, ຊ່ວຍເຫຼືອ, ເບິ່ງແຍງ ຫຼື ເຊິ່ງກັນ ແລະກັນ ໃນຍາມພົບຄວາມຫຍຸ້ງຍາກ, ເຈັບເປັນ, ເສຍຊີວິດ ແລະອື່ນໆ. ສະນັ້ນ, ຈຶ່ງກາຍເປັນກໍາລັງແຮງສໍາຄັນໃນການຈັດຕັ້ງປະຕິບັດວຽກງານຕາມການມອບໝາຍມີຜົນສໍາເລັດເປັນກ້າວໆ.
ຄຽງຄູ່ກັບດ້ານດີ ຜົນງານທີ່ກ່າວມານັ້ນ, ອົງການຈັດຕັ້ງມະຫາຊົນ ຄະນະໂຄສະນາອົບຮົມສູນກາງພັກ ກໍຍັງມີດ້ານອ່ອນ-ຂໍ້ຄົງຄ້າງ ຕ້ອງໄດ້ສຸມໃສ່ເເກ້ໄຂໃນຕໍ່ໜ້າຄື:
1. ການຄົ້ນຄວ້າຮໍ່າຮຽນແນວທາງນະໂຍບາຍຂອງພັກ-ລັດ ບາງຂົງເຂດ ຍັງບໍ່ທັນເລິກເຊິ່ງເທົ່າທີ່ຄວນ.
2. ການພັດທະນາຕົນເອງຢ່າງຮອບດ້ານ ເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໃນໜ້າທີ່ວຽກງານໃນໄລຍະໃໝ່ຍັງຈໍາກັດ.

      ບັນດາທ່ານຄະນະປະທານ, ແຂກທີ່ມີກຽດ ແລະ ບັນດາສະຫາຍສະມາຊິກພັກ ທີ່ນັບຖື !

ເພື່ອສຸມໃສ່ແກ້ໄຂຈຸດອ່ອນ-ຄົງຄ້າງ ທີ່ກ່າວມາຂ້າງເທິງນັ້ນ, ໃນຊຸມປີຕໍ່ໜ້າອົງການຈັດຕັ້ງມະຫາຊົນ ຂອງຄະນະໂຄສະນາອົບຮົມສູນກາງພັກ ຕ້ອງສູ້ຊົນຈັດຕັ້ງປະຕິບັດວຽກງານ ດັ່ງນີ້:

1. ເພີ່ມທະວີການສຶກສາອົບຮົມການເມືອງ-ເເນວຄິດ ໃຫ້ເເກ່ສະມາຊິກອົງການຈັດຕັ້ງມະຫາຊົນ ໃຫ້ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮັບຜິດຊອບສູງໃນໜ້າທີ່ວຽກງານ ທີ່ການຈັດຕັ້ງມອບໝາຍໃຫ້.
2. ຕັ້ງໜ້າຄົ້ນຄວ້າຮໍ່າຮຽນ ກໍາແໜ້ນມະຕິ, ຄໍາສັ່ງ, ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ເພື່ອຫັນເປັນແຜນການ, ໂຄງການ ຕິດພັນກັບວຽກງານວິຊາສະເພາະຂອງຕົນ ໃຫ້ສົມກັບຄໍາເວົ້າຂອງ ປະທານ ໄກສອນ ພົມວິຫານ ທີ່ວ່າ: “ຊາວໜຸ່ມເປັນແຂນຂວາຂອງພັກ”.
3. ສືບຕໍ່ຊຸກຍູ້ຂະບວນການປະຕິບັດຄໍາຂວັນ, ຂໍ້ແຂ່ງຂັນ ໃຫ້ມີບັນຍາກາດຟົດຟື້ນກວ່າເກົ່າ ເຊັ່ນ: ຂະບວນການແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກໍາມະບານລາວ, ຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ຂະບວນການແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ.
4. ສືບຕໍ່ເພີ່ມທະວີເຕົ້າໂຮມຄວາມສາມັກຄີ ໃຫ້ໜັກແໜ້ນ ເພື່ອເປັນກໍາລັງແຮງໃນການຈັດຕັ້ງປະຕິບັດທຸກໜ້າທີ່ວຽກງານ ທີ່ການຈັດຕັ້ງມອບໝາຍໃຫ້. 
     ໃນໂອກາດອັນສະຫງ່າລາສີນີ້ ຂ້າພະເຈົ້າຕາງໜ້າໃຫ້ 3 ອົງການຈັດຕັ້ງມະຫາຊົນ ຂອງຄະນະໂຄສະນາອົບຮົມສູນກາງພັກ ຂໍອວຍພອນໄຊແດ່ ປະທານ, ຄະນະປະທານ, ແຂກທີ່ມີກຽດ ແລະ ຜູ້ແທນກອງປະຊຸມໃຫຍ່ທັງໝົດ ຈົງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະຄອບຄົວ, ປະສົບຜົນສໍາເລັດໃນທຸກໜ້າ ທີ່ວຽກງານ.
     ອວຍພອນເເດ່ ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ-ຄະນະໂຄສະນາອົບຮົມສູນກາງພັກ ປະສົບຜົນສໍາເລັດຢ່າງຈົບງາມ.

                                                                  ຂໍຂອບໃຈ !