ພິທີປາຖະກະຖາວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ (15 ສິງຫາ 1991-15 ສິງຫາ 2021)

ພິທີປາຖະກະຖາວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ (15 ສິງຫາ 1991-15 ສິງຫາ 2021)

    ໃນຕອນເຊົ້າວັນທີ 04 ສິງຫາ 2021 ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປາຖະກະຖາວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ (15 ສິງຫາ 1991-15 ສິງຫາ 2021) ໂດຍໃຫ້ກຽດປາຖະກະຖາໂດຍ ສະຫາຍ ຈະເລີນ ເຢຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານກຳມະທິການກົດໝາຍ ເຂົ້າຮ່ວມຮັບຟັງມີ ສະຫາຍ ລາວປາວຊົງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາເລຂາ-ຮອງເລຂາພັກບັນດາກະຊວງ, ອົງການອ້ອມຂ້າງສູນກາງ, ຄະນະ ບກ ສື່ມວນຊົນຕ່າງໆ ແລະ ພະນັກງານຂັ້ນພະແນກໃນ ຄອສພ.

ໃນພິທີດັ່ງກ່າວ ສະຫາຍ ຈະເລີນ ເຢຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານກຳມະທິການກົດໝາຍ ໄດ້ຍົກໃຫ້ເຫັນ: ຄວາມເປັນມາ ແລະ ຄວາມໝາຍຄວາມສຳຄັນຂອງລັດຖະທຳມະນູນແຫ່ງ ສປປ ລາວໃນພາລະກິດປະຕິວັດແຫ່ງການຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນໃນເມື່ອກ່ອນ ແລະ ພັກປະຊາຊົນປະຕິວັດລາວໃນປັດຈຸບັນທີ່ເຕັມໄປດ້ວຍຄວາມເສຍສະຫຼະອັນໃຫຍ່ຫຼວງຈົນໄດ້ຮັບໄຊຊະນະຢ່າງສົມບູນ ໂດຍໄດ້ໂຄ່ນລົ້ມລັດທິລ່າເມືອງຂຶ້ນແບບໃໝ່ ແລະ ລະບອບສັກດີນາຢ່າງສິ້ນເຊີງ ແລະ ສະຖາປະນາ ສປປ ລາວຂື້ນຢ່າງສະຫງ່າອົງອາດໃນວັນທີ 2 ທັນວາ 1975 .ລັດຖະທຳມະນູນແຫ່ງ ສປປ ລາວ ແມ່ນໝາກຜົນລວມຍອດຂອງການປະຕິວັດຊາດປະຊາທິປະໄຕປະຊາຊົນພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ແມ່ນແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກໃນການຫັນເປັນກົດໝາຍພື້ນຖານຂອງລັດເຮົາ ຫຼື ກົດໝາຍແມ່ຂອງລະບອບປະຊາທິປະໄຕປະຊາຊົນ.ນອກຈາກນັ້ນເພີ່ນຍັງໄດ້ຕີລາຄາສະພາບການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍໃນໄລຍະ 30 ທີ່ຜ່ານມາ.

ໃນຕອນທ້າຍພິທີໄດ້ເນັ້ນໜັກໃຫ້ພົນລະເມືອງລາວທຸກຄົນຈົ່ງເພີ່ມທະວີຄວາມຮັບຜິດຊອບສູງໃນການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍຕ່າງໆໃຫ້ເຂັ້ມງວດ ແລະ ມີປະສິດທີຜົນໂດຍສະເພາະແມ່ນການນຳແຕ່ລະຂົງເຂດຈົ່ງເພີ່ມທະວີໂຄສະນາສຶກສາອົບຮົມດ້ວຍຫຼາຍຮູບຫຼາຍວິທີໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້ເຂົ້າໃຈເລິກເຊີ່ງເຫັນໄດ້ເຖີງຄວາມສຳຄັນ ແລະ ເນື້ອໃນຂອງລັດຖະທຳມະນູນ ແລະ ກົດໝາຍຕ່າງໆ, ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບ ແລະ ເປັນເຈົ້າການໃນການສືບຕໍ່ຄົ້ນຄວ້າຫັນເນື້ອໃນລັດຖະທຳມະນູນເປັນກົດໝາຍ ແລະ ນິຕິກຳ ໃນຂົງເຂດທີ່ຕົນຮັບຜິດຊອບ, ເພີ່ມທະວີການບໍລິຫານລັດດ້ວຍລັດຖະທຳມະນູນ ແລະ ກົດໝາຍໃຫ້ມີປະສິດທິພາບສູງກວ່າເກົ່າ, ເພີ່ມທະວີວຽກງານກວດກາຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍຂອງສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ ກໍຄືເຈົ້າໜ້າທີ່ສືບສວນ-ສອບສວນທຸກພາກສ່ວນ, ສືບຕໍ່ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຍົກສູງບົດບາດນຳໝ້າເປັນແບບຢ່າງຂອງສະມາຊິກພັກພະນັກງານ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍຕາມທິດຊີ້ນຳທີ່ວ່າ: “ພັກຍາມໃດກໍຕ້ອງເຄົາລົບລັດຖະທຳມະນູນ ແລະ ກົດໝາຍຂອງລັດ” ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນການປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແຫ່ງຊາດຄັ້ງທີ IX ຂອງລັດ. ໃນນີ້ໃຫ້ສຸມໃສ່ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງີນ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ປະກົດເປັນຈິງໃນອະນາຄົດ.

{"visible_panels":"4","width":"700","height":"400","orientation":"horizontal","panel_distance":"0","max_openedaccordion_size":"80%","open_panel_on":"click","shadow":"true","autoplay":"false","mouse_wheel":"true"}

————————————————————————————————————————————————

ດາວໂຫຼດເອກະສານ: 1. ເອກະສານປາຖະກະຖາວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ;
2.ຄຳສັ່ງວ່າດ້ວຍເພີ່ມທະວີການນຳພາຊີ້ນຳຂອງຄະນະພັກແຕ່ລະຂັ້ນໃນການຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມຫຍຸ່ງຍາກດ້ານເສດຖະກິດ-ການເງີນ, ເລກທີ 01/ກມສພ, ລົງວັນທີ 26 ກໍລະກົດ 2021 ແລະ ຄຳສັ່ງວ່າດ້ວຍການເພີ່ມທະວີການນຳພາຊີ້ນຳຂອງຄະນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ເລກທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021