ພະນັກງານຄະນະໂຄສະນາອົບຮົມສູນກາງພັກທີ່ສຳເລັດການສຶກສາຄົ້ນຄວ້າປະລິນຍາໂທໄດ້ມອບປຶ້ມວິທະຍານິພົນໃຫ້ແກ່ ຫ້ອງສະໝຸດ ຄອສພ

ພະນັກງານຄະນະໂຄສະນາອົບຮົມສູນກາງພັກທີ່ສຳເລັດການສຶກສາຄົ້ນຄວ້າປະລິນຍາໂທໄດ້ມອບປຶ້ມວິທະຍານິພົນໃຫ້ແກ່
ຫ້ອງສະໝຸດ ຄອສພ

    ໃນຕອນເຊົ້າວັນທີ 31 ສິງຫາ 2021 ພະນັກງານຄະນະໂຄສະນາອົບຮົມສູນກາງພັກທີ່ໄດ້ສຳເລັດການສຶກສາຄົ້ນຄວ້າປະລິນຍາໂທທີ່ລົງເລິກຄົ້ນຄວ້າວຽກງານໂຄສະນາອົບຮົມ ແລະ ວຽກງານວາລະສານ ມອບປຶ້ມວິທະຍານິພົນໃຫ້ແກ່ຫ້ອງສະໝຸດ ຄະນະໂຄສະນາອົບຮົມສູນກາງພັກໃຫ້ກຽດຮັບໂດຍ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ.

ໃນໂອກາດທີ່ມີຄວາມສຳຄັນນີ້ ທ່ານ ບຸນເພັງ  ຈັນທະດາລາ ຫົວໜ້າພະແນກຕິດຕາມ ແລະ ເກັບກຳຂ່າວພາຍໃນ-ຕ່າງປະເທດ, ກົມສັງລວມ ຄອສພ ໄດ້ຕາງໜ້າຂຶ້ນກ່າວມອບ ແລະ ສະແດງຄວາມຂອບໃຈທີ່ໄດ້ຮັບການຊຸກຍູ້ຊ່ວຍເຫຼືອໃນການປະກອບບັນດາຂໍ້ມູນເຂົ້າໃນບົດວິທະຍານິພົນຂອງບັນດາພະນັກງານການນຳຂັ້ນຕ່າງໆພາຍໃນ ຄອສພ ແລະ ບັນດາປຶ້ມວິທະຍານິພົນປະລິນຍາໂທທີ່ນຳມາມອບໃຫ້ໃນຄັ້ງນີ້ ມີທັງໝົດ 3 ເຫຼັ້ມ 3 ຫົວຂໍ້ຄື:

  1. ວິທະຍານິພົນ ປະລິນຍາໂທວິທະຍາສາດສັງຄົມ, ສາຂາ ວິທະຍາສາດການເມືອງ, ຫົວຂໍ້: ຍົກສູງຄຸນນະພາບການພັດທະນາບຸກຄະລາກອນຢູ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍ: ປທ ບຸນເພັງ ຈັນທະດາລາ
  2. ວິທະຍານິພົນ ປະລິນຍາໂທວິທະຍາສາດສັງຄົມ, ສາຂາ ວິທະຍາສາດການເມືອງ, ຫົວຂໍ້: ການພັດທະນາວາລະສານ ອະລຸນໃໝ່ຂອງພັກໃຫ້ມີຄຸນນະພາບ ແລະ ທັນສະໄໝ ໂດຍ: ປທ ຄຳພັດ ຄູນວີທອງ
  3. ວິທະຍານິພົນ ປະລິນຍາໂທວິທະຍາສາດສັງຄົມ, ສາຂາ ພັດທະນາສັງຄົມ, ຫົວຂໍ້: ການພັດທະນາວຽກງານໂຄສະນາອົບຮົມ ຢູ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍ: ປທ ຈິງອັ່ງ ຄຳບານນ້ອຍ

ປຶ້ມດັ່ງກ່າວແມ່ນມອບໃຫ້ຫ້ອງສະໝຸດ ຄອສພ ເພື່ອເປັນເອກະສານຄົ້ນຄວ້າຂິດຂຽນຕອບແກ້ບັນດາບັນຫາທີ່ກ່ຽວພັນກັບບັນດາຫົວຂໍ້ເຫຼົ່ານັ້ນໃຫ້ແກ່ບັນດາພະນັກງານ, ນັກຮຽນ, ນັກສຶກສາ ຫຼື ຜູ້ສົນໃຈອື່ນໆທັງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການໂຄສະນາເຜີຍແຜ່ຂໍ້ມູນທາງດ້ານທິດສະດີ, ແນວທາງຂອງພັກ ແລະ ວຽກງານການເມືອງ-ແນວຄິດຂອງພັກໃນແຕ່ລະໄລຍະ.

ໃນພິທີ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ໄດ້ມີຄຳເຫັນໂອ້ລົມເຊິ່ງກ່ອນອຶ່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍພະນັກງານໂຄສະນາອົບຮົມທັງ 3 ສະຫາຍທີ່ຍາດໄດ້ຜົນສຳເລັດໃນການຄົ້ນຄວ້າຮ່ຳຮຽນພັດທະນາຕົນເອງແລະ ໄດ້ສະແດງຄວາມຂອບໃຈ ທີ່ເຫັນໄດ້ຄວາມສຳຄັນຂອງຫ້ອງສະໝຸດພວກເຮົາ ເພື່ອເປັນແນວທາງໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ, ທິດສະດີຂອງພັກ, ແນວທາງນະໂຍບາຍຂອງພັກ ແລະ ລັດ, ແບບວິທີເຮັດວຽກເຮັດ, ການປັບປຸງວຽກງານໂຄສະນາອົບຮົມໃນໄລຍະໃໝ່ ແລະ ໄດ້ເນັ້ນໃຫ້ຮູ້ຕື່ມວ່າການຄົ້ນຄວ້າທີ່ຈະສຳເລັດໄດ້ນັ້ນຕ້ອງໄດ້ຮັບການລົງພາກປະຕິບັດຕົວຈິງໃຫ້ແທດເໝາະກັບສະພາບການປັດຈຸບັນ, ເພີ່ມທະວີສຸມໃສ່ກຳແໜ້ນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ຄອສພ ໃຫ້ປະກົດຜົນເປັນຈິງ ເພື່ອທີ່ຈະພັດທະນາຕົນເອງກ້າວຂຶ້ນເປັນພະນັກງານສືບທອດພາລະກິດຂອງພັກລັດໃນອະນາຄົດ.

ຂ່າວພາບ: ຄອນສະຫວັນ ເນົາວະລັງສີ