ຄະນະນຳຂອງຄະນະໂຄສະນາອົບຮົມສູນກາງພັກເຂົ້າອວຍພອນວັນຊາດ ສສ ຫວຽດນາມຄົບຮອບ 76 ປີ (02/09/1945-02/09/2021)

ຄະນະນຳຂອງຄະນະໂຄສະນາອົບຮົມສູນກາງພັກເຂົ້າອວຍພອນວັນຊາດ ສສ ຫວຽດນາມຄົບຮອບ 76 ປີ (02/09/1945-02/09/2021)

        ໃນວັນທີ 30 ສິງຫາ 2021ຜ່ານມານີ້ ຄະນະນຳຂອງຄະນະໂຄສະນາອົບຮົມສູນກາງພັກເຂົ້າອວຍພອນວັນຊາດ ສສ ຫວຽດນາມ ຄົບຮອບ 76 ປີ (02/09/1945-02/09/2021) ຢູ່ທີ່ສະຖານທູດສສ ຫວຽດນາມປະຈຳ ສ ປປລາວ ໃຫ້ກຽດນຳພາໂດຍສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ແລະ ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໂດຍ ສະຫາຍ ຫງວຽນ ບ໋າ ຮຸ່ງ ​​ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ ສາທາລະນະ​ລັດ ​​ສສ ຫວຽດນາມ ປະຈຳ ສປປ ລາວ.

ໃນໂອກາດນີ້ ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ທ່ານ ຫງວຽນ ບ໋າ ຮຸ່ງ ທີ່ໄດ້ສະລະເວລາອັນມີຄ່າໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້. ພ້ອມນັ້ນ, ທ່ານ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາຜົນສຳເລັດ ແລະ ຜົນງານອັນໃຫຍ່ຫຼວງຂອງພັກ-ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ຍາດມາໄດ້ຕະຫຼອດໄລຍະ 76 ປີ ຜ່ານມາ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ຂອງພັກກອມມູນິດ ຫວຽດນາມ ອັນໄດ້ເຮັດໃຫ້ ສສ ຫວຽດນາມ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ,ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ, ການພົວພັນຮ່ວມມືກັບສາກົນໄດ້ຮັບການເປີດກວ້າງ, ບົດບາດ ແລະ ອິດທິພົນຂອງ ຫວຽດນາມ ນັບມື້ນັບສູງເດັ່ນໃນເວທີພາກພື້ນ ແລະ ສາກົນ. ນອກນັ້ນ ຍັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃນໄລຍະຜ່ານມາ ເວົ້າລວມ, ເວົ້າສະເພາະ ແມ່ນການພົວພັນຮ່ວມມື ລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ກັບ ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ຊຶ່ງໄດ້ພ້ອມກັນປະກອບສ່ວນສ້າງສາຍພົວພັນອັນເປັນມູນເຊື້ອໃນການພົວພັນຮ່ວມມືຢ່າງສະໜິດແໜ້ນຕະຫຼອດໄລຍະຜ່ານມາ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ສະແດງຄວາມຂອບໃຈມາຍັງ ພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ຊຶ່ງຍາມໃດກໍໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ. ອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດໄປ.

ໃນໂອກາດດຽວກັນນີ້, ທ່ານ ຫງວຽນ ບ໋າ ຮຸ່ງ ກໍໄດ້ສະແດງຄວາມຂອບໃຈຕໍ່ຄະນະນຳຂອງຄະນະໂຄສະນາອົບຮົມສູນກາງພັກ ທີ່ໄດ້ມີຄຳເຫັນອວຍພອນ ເພື່ອສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 76 ປີ ຄັ້ງນີ້ຢ່າງຈົບງາມ ຕະຫຼອດໄລຍະ 76 ປີ ທີ່ພັກ-ລັດຖະບານ ແລະ ປະຊາຊົນ ຫວຽດນາມ ທີ່ຍາດຜົນງານດັ່ງກ່າວ ກໍຍ້ອນການແລກປ່ຽນໃຫ້ການສະໜັບສະໜູນຊ່ວຍເຫຼືອຈາກ ພັກ-ລັດຖະບານ ແລະ ປະຊາຊົນລາວ, ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ຫວຽດນາມ-ລາວ ໃນໄລຍະຜ່ານມາທີ່ມີຜົນສຳເລັດໃນຫຼາຍດ້ານ, ຫວັງຢ່າງຍິ່ງ ວ່າ: ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ຈະໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.