ພິທີເປີດຊຸດຝຶກອົບຮົມການໂຄສະນາສື່ມວນຊົນ ແລະ ເຕັກນິກການເຜີຍແຜ່ ສື່ມວນຊົນຂອງ ສປປ ລາວ ຜ່ານລະບົບປະຊຸມທາງໄກ.


ພິທີເປີດຊຸດຝຶກອົບຮົມການໂຄສະນາສື່ມວນຊົນ ແລະ ເຕັກນິກການເຜີຍແຜ່ ສື່ມວນຊົນຂອງ ສປປ ລາວ ຜ່ານລະບົບປະຊຸມທາງໄກ.
     ໃນຕອນເຊົ້າຂອງ ວັນທີ 3 ພະຈິກ 2021 ນີ້, ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໄດ້ມີພິທີເປີດຊຸດຝຶກອົບຮົມ ກ່ຽວກັບການໂຄສະນາສື່ມວນຊົນ ແລະ ເຕັກນິກການເຜີຍແຜ່ ສື່ມວນຊົນຂອງ ສປປ ລາວ ຜ່ານລະບົບປະຊຸມທາງໄກ ເຊິ່ງຈັດໂດຍ ກົມໃຫຍ່ວິທະຍຸ ແລະ ໂທລະພາບແຫ່ງຊາດຈີນ; ໃຫ້ກຽດເຂົ້າ ຮ່ວມມີ: ທ່ານ ຊາງ ຈິນ ຮອງຫົວໜ້າກົມຮ່ວມມືສາກົນແຫ່ງລັດ ວິທະຍຸກະຈາຍສຽງ ສປ ຈີນ, ທ່ານ ລິວລິງໄຫ ຮອງຄະນະບໍດີ ສະຖາບັນຄົ້ນຄ້ວາກົມໃຫຍ່ວິທະຍຸ ແລະ ໂທລະພາບແຫ່ງຊາດຈີນ, ທ່ານ ຣັດສະໝີ ດວງສັດຈະ ເລຂາທິການ ສະມາຄົມນັກຂ່າວແຫ່ງ ສປປ ລາວ, ພ້ອມດ້ວຍສື່ມວນຊົນລາວເຂົ້າຮ່ວມ ແລະ ພະນັກງານຕາງໜ້າ ຈາກບັນດາກະຊວງ, ອົງການ ອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ.


     ຈຸດປະສົງໃນການຈັດຊຸດຝຶກອົບຮົມຄັ້ງນີ້ແມ່ນເພື່ອ ຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ແກ່ພະນັກງານ, ບັນດານັກຂ່າວໃນການພັດທະນາສື່ແບບໃໝ່ ໂດຍຈະໄດ້ຮ່ວມກັນປຶກສາຫາລື ໃນຫົວຂໍ້ຕ່າງໆກ່ຽວກັບສິ່ງທ້າທ້າຍ ແລະ ກາລະໂອກາດໃນການນໍາໃຊ້ສື່ແບບໃໝ່ ( ສື່ສັງຄົມອອນລາຍ ) ເພື່ອສາມາດນຳໃຊ້ເຂົ້າໃນວຽກງານຕົວຈິງ. ການຝຶກອົບຮົມຄັ້ງນີ້ຈະດຳເນີນໄປຈົນເຖິງ ວັນທີ 16 ພະຈິກ 2021 ຈຶ່ງຈະສໍາເລັດຕາມຫຼັກສູດ.
     ໃນພິທີ ທ່ານ ຊາງ ຈິນ ຮອງຫົວໜ້າກົມຮ່ວມມືສາກົນແຫ່ງລັດ ວິທະຍຸກະຈາຍສຽງ ສປ ຈີນ ໄດ້ກ່າວວ່າ: ເມື່ອຫວນຄືນ 60 ປີຜ່ານມາ ຂອງການສ້າງຕັ້ງສາຍພົວພັນການ ທູດ ຈີນ-ລາວ ທີ່ມີໝາກຜົນອັນອຸດົມສົມບູນນັ້ນ, ສປ ຈີນ ແລະ ສປປ ລາວ ຍາມໃດກໍເຊີດຊູຍົກສູງຄັນທຸງແຫ່ງການຮ່ວມມື ແລະ ການພັດທະນາ, ການແລກປ່ຽນ ແລະ ການຮ່ວມມືໃນຂະແໜງວິທະຍຸ-ໂທລະພາບ ໄດ້ສ້າງຄວາມອຸດົມສົມບູນໃນຫລາຍຂົງເຂດ ລວມທັງການປຶກສາຫາລືດ້ານນະໂຍບາຍ, ການນຳເອົາລາຍການຂອງກັນ ແລະ ກັນໄປເຜີຍແຜ່, ຮ່ວມກັນຖ່າຍທຳຜະລິດລາຍການຕ່າງໆ, ການບໍາລຸງສ້າງບຸກຄະລາກອນ ແລະ ການແລກປ່ຽນດ້ານເຕັກໂນໂລຊີ. ພ້ອມນີ້, ຍັງມີຜົນງານຂອງປະເທດຈີນ ເປັນຕົ້ນສຽງ ແລະ ວີດີໂອ ໄດ້ອອກອາກາດຢູ່ປະເທດລາວ, ການຮ່ວມມືຖ່າຍທຳຜະ ລິດລາຍການກໍນັບມື້ນັບຫລາຍຂຶ້ນ, ເຊິ່ງເປັນການສ່ອງແສງໃຫ້ເຫັນເຖິງຄວາມສາມັກຄີ ແລະ ມິດຕະ ພາບຂອງສອງຝ່າຍ, ການແລກປ່ຽນລະຫວ່າງປະຊາຊົນກໍຫລາຍຂຶ້ນ, ການຮ່ວມມືດ້ານເຕັກໂນໂລຊີ ກໍໄດ້ຮັບການພັດທະນາເຂົ້າສູ່ລ່ວງເລິກຢ່າງຕໍ່ເນື່ອງ.
      ພ້ອມນີ້, ທ່ານ ຣັດສະໝີ ດວງສັດຈະ ເລຂາທິການ ສະມາຄົມນັກຂ່າວແຫ່ງ ສປປ ລາວ ກໍໄດ້ກ່າວວ່າ: ການຈັດຕັ້ງຊຸດຝຶກອົບຮົມ ວ່າດ້ວຍໂຄສະນາສື່ມວນຊົນ ແລະ ເຕັກ ນິກການເຜີຍແຜ່ ໃຫ້ແກ່ສື່ມວນຊົນຂອງລາວ ເປັນວຽກງານທີ່ມີຄວາມສໍາຄັນທີ່ສຸດ ຕໍ່ນັກຂ່າວລາວຂອງພວກເຮົາ ເຊິ່ງຖືວ່າເປັນການຊ່ວຍຍົກລະດັບ ແລະ ພັດທະນາສື່ແບບໃໝ່ ໂດຍຈະໄດ້ຮ່ວມກັນປຶກສາຫາລື ໃນຫົວຂໍ້ຕ່າງໆກ່ຽວກັບສິ່ງທ້າທ້າຍ ແລະ ກາລະໂອກາດໃນການນໍາໃຊ້ສື່ແບບໃໝ່ (ສື່ສັງຄົມອອນລາຍ); ການສ້າງສື່ແບບໃໝ່ ໃຫ້ເປັນສື່ກະແສຫລັກ ແລະ ເປັນທີ່ນິຍົມ; ການຊົມໃຊ້ຜະລິດຕະພັນ ສື່ມວນຊົນລາວ; ທິດທາງໃນການພັດທະນາ ສື່ມວນຊົນລາວໃນອະນາຄົດ (ເນື້ອໃນ ແລະຮູບແບບ); ບົດຮຽນຕົວຈິງສື່ຫລັກຂອງຈີນ ທີ່ໃຊ້ສື່ແບບໃໝ່; ການຮ່ວມມືລາວ-ຈີນ ດ້ານສື່ມວນຊົນ ແລະ ດ້ານອື່ນໆ. ນອກນີ້, ຍັງຈະໄດ້ຮັບຟັງການສົນທະນາ, ແລກປ່ຽນຄໍາຄິດຄຳເຫັນຫລາຍແງ່ມູມຈາກນັກຝຶກອົບຮົມ ແລະ ຈາກບັນດາຜູ້ຊ່ຽວຊານດ້ານຂ່າວສານ ແລະ ເຕັກນິກ ສ.ປ ຈີນ ທີ່ຕິດພັນກັບສື່ມວນຊົນ ແລະ ວຽກອື່ນໆ ທີ່ປິ່ນອ້ອມ.