ຄະນະນຳ ຄອສພ ເຂົ້າຮ່ວມ ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ II ປີ 2021

ຄະນະນຳ ຄອສພ ເຂົ້າຮ່ວມ ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ II ປີ 2021

    ວັນທີ 23-24 ທັນວາ 2021 ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະເຂົ້າຮ່ວມກອງປະຊຸມທາງໄກຂອງລັດຖະບານເປີດກວ້າງປີ 2021  ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີ, ສະມາຊິກລັດຖະບານ ແລະ ບັນດາທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ຕາງໜ້າແນວລາວສ້າງຊາດ, ອົງການຈັດຕັ້ງຂອງພັກ, ອົງການຈັດຕັ້ງມະຫາຊົນ, ອົງການກວດສອບແຫ່ງລັດ ເຂົ້າຮ່ວມ ແລະ ຕິດຕາມຜ່ານລະບົບກອງປະຊຸມທາງໄກທີເປີດຂຶ້ນຢູ່ທີ່ຫໍປະຊຸມແຫ່ງຊາດ.

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານ ແລະ ປຶກສາຫາລືໃນ 3 ວາລະສານສຳຄັນຄື:

1)ຜ່ານຮ່າງສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານ ຂອງລັດຖະບານປະຈຳປີ 2021 ແລະ ທິດທາງປີ 2022; ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ;  ການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ການຈັດຕັ້ງປະຕິບັດວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໃນໄລຍະຜ່ານມາ ແລະ ທິດທາງຕໍ່ໜ້າ; ການຫຼຸດພົ້ນອອກ ຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ການກະກຽມຄວາມພ້ອມຕ້ອນຮັບນັກທ່ອງທ່ຽວ.

2)ຮ່າງດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2022 ເພື່ອເປັນການຜັນຂະຫຍາຍມະຕິ ຂອງກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX;

3)ສະຫຼຸບລາຍງານການຈັດຕັ້ງປະຕິບັດ ຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງ ເຂົ້າສູ່ລວງເລິກ ແລະ ທິດທາງແຜນການຕໍ່ໜ້າ.

    ໃນໂອກາດກ່າວໄຂກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນໃນ ສະພາບພະຍາດໂຄວິດ-19 ຢູ່ປະເທດເຮົາ ຍັງສືບຕໍ່ແຜ່ລະບາດຢູ່ໃນຊຸມຊົນເປັນວົງກວ້າງ, ດັ່ງນັ້ນ ຈຶ່ງໄດ້ຈັດຂຶ້ນທັງ ໃນຮູບແບບເຊິ່ງໜ້າກັນສຳລັບສະມາຊິກລັດຖະບານ ແລະ ຜ່ານລະບົບກອງປະຊຸມທາງໄກ ສຳລັບຫົວໜ້າອົງການພັກ-ລັດ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ບັນດາທ່ານເຈົ້າແຂວງ ໃນຂອບເຂດທົ່ວປະເທດ.

    ລັດຖະບານ ຊຸດທີ IX ພາຍຫຼັງໄດ້ຮັບໜ້າທີ່ຢ່າງເປັນທາງການໃນເດືອນເມສາ ປີ 2021 ກໍໄດ້ພະຍາຍາມຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານ ແຫ່ງລັດ ປີ 2021 ທີ່ລັດຖະບານ ຊຸດທີ VIII ໄດ້ສົ່ງຕໍ່ໃຫ້ໂດຍໄດ້ຖືເອົາການກະກຽມ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດວ່າດ້ວຍບັນຫາຢາເສບຕິດ ເປັນວຽກງານບູລິມະສິດຮີບດ່ວນ ເພື່ອແນໃສ່ຜ່ານຜ່າຄວາມຫຍຸ້ງຍາກ ແລະ ພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ໃຫ້ມີການຫັນປ່ຽນໃໝ່ ຊຶ່ງໄດ້ດໍາເນີນໄປໃນເງື່ອນໄຂສະພາບການສາກົນ, ພາກພື້ນ ແລະ ພາຍໃນປະເທດ ທີ່ມີທັງຂໍ້ສະດວກ, ກາລະໂອກາດ ແລະ ຂໍ້ຫຍຸ້ງຍາກ ທີ່ເປັນສິ່ງທ້າທາຍຫຼາຍປະການ ໂດຍສະເພາະແມ່ນສົງຄາມການຄ້າ ແລະ ເຕັກໂນໂລຊີຂອງບາງປະເທດ, ການລະບາດຂອງພະຍາດໂຄວິດ-19 ທີ່ຍັງສືບຕໍ່ເປັນໄພຄຸກຄາມຕໍ່ສັງຄົມມະນຸດ.

    ຄຽງຄູ່ກັບການປະເຊີນກັບສິ່ງທ້າທາຍດັ່ງກ່າວ ໃນປີ 2021, ລັດຖະບານໄດ້ພະຍາຍາມປະຄັບປະຄອງການແກ້ໄຂບັນຫາເສດຖະກິດ ເພື່ອບໍ່ໃຫ້ຕົກເຂົ້າສູ່ສະພາບວິກິດ ທັງໄດ້ສ້າງພື້ນຖານສຳຄັນຈຳນວນໜຶ່ງ ເພື່ອບືນຕົວກ້າວຕໍ່ໄປ ໃນປີ 2022 ເຊັ່ນ: ການເປີດເສັ້ນທາງລົດໄຟລາວ-ຈີນ, ການເປີດນຳໃຊ້ໂຄງການທ່າບົກ-ທ່ານາແລ້ງໃນຕົ້ນເດືອນນີ້ ຊຶ່ງໄດ້ສ້າງກາລະໂອກາດ ແລະ ທ່າແຮງສໍາຄັນ ທີ່ຈະຊ່ວຍຂັບເຄື່ອນເສດຖະກິດຂອງປະເທດໃຫ້ຟື້ນຕົວຄືນ ໂດຍສະເພາະໃນຂະແໜງບໍລິການຂົນສົ່ງສິນຄ້າ ແລະ ທ່ອງທ່ຽວ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ແຕ່ປີ 2020 ເປັນຕົ້ນມາ. ສຳລັບການແຜ່ລະບາດຂອງພະຍາດໂຄວິດ-19ໃນຊຸມຊົນໄລຍະທ້າຍປີ 2021 ເປັນຕົ້ນມາໄດ້ເຮັດໃຫ້ຄະນະຮັບຜິດຊອບສະເພາະກິດໂຄວິດ-19 ແຕ່ລະຂັ້ນລວມທັງປະຊາຊົນລາວຈໍານວນບໍ່ໜ້ອຍໄດ້ຮັບຮູ້, ເຂົ້າໃຈ ແລະ ມີທັດສະນະ ໃໝ່ທີ່ຖືກຕ້ອງກວ່າເກົ່າ ກ່ຽວກັບການຢູ່ຮ່ວມກັບພະຍາດໂຄວິດ-19. ນອກນັ້ນ, ອັດຕາການສັກວັກຊີນ ຢູ່ພາຍໃນປະ ເທດ ບັນລຸໄດ້ຕາມຄາດໝາຍທີ່ລັດຖະບານກໍານົດໄວ້ ກໍເປັນເງື່ອນໄຂເບື້ອງຕົ້ນທີ່ດີ ໃນການສຶກສາຄວາມເປັນໄປໄດ້ໃນການເປີດປະເທດຕົ້ນປີ 2022 ເພື່ອຮອງຮັບການທ່ອງທ່ຽວ ແລະ ຟື້ນຟູເສດຖະກິດຂອງປະເທດ ໃຫ້ກັບສູ່ສະພາບປົກກະຕິໄປຄຽງຄູ່ກັບການຮັກສາສຸຂະພາບຂອງປະຊາຊົນລາວ.

    ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະບານກໍຄືບັນດາທ່ານທີ່ເຂົ້າຮ່ວມປະຊຸມ ພ້ອມ ກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນດ້ວຍຄວາມຮັບຜິດຊອບສູງ,  ກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງໂດຍສະເພາະຂະບວນການຂອງລັດເຮົາໃຫ້ມີປະສິດພາບວ່ອງໄວທັນສະໄໝສ້າງຄວາມສະດວກໃຫ້ແກ່ຜູ້ປະກອບ, ນັກລົງທຶນ, ນັກທ່ອງທ່ຽວເພື່ອໃຫ້ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກຳນົດໄວ້.