ຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມກອງປະຊຸມທາງໄກ ພົບປະລະຫວ່າງຄະນະລັດຖະບານ ກັບ ພາກທຸລະກິດ

ຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມກອງປະຊຸມທາງໄກ

ພົບປະລະຫວ່າງຄະນະລັດຖະບານ ກັບ ພາກທຸລະກິດ

    ໃນວັນທີ 16-17 ທັນວາ 2021 ທີ່ຜ່ານມາ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງ ຄະນະລັດຖະບານ ກັບ ພາກທຸລະກິດ ໂດຍການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ເຂົ້າຮ່ວມມີຮອງນາຍົກ, ມີຄະນະລັດຖະບານ, ກຳມາທິການສະພາແຫ່ງຊາດ, ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ບັນດາລັດຖະມົນຕີ, ຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ພ້ອມດ້ວຍບັນດານັກທຸລະກິດທີ່ກ່ຽວຂ້ອງ.

ກອງປະຊຸມຄັັ້ງນີ້ ໄດ້ຮັບຟັງການລາຍງານ ແລະ ປຶກສາຫາລື ໃນ 6 ແຜນການປະຕິບັດຕົວຈິງທີ່ສໍາຄັນຄື:

1) ແຜນການປະຕິບັດງານຕົວຈິງ ກ່ຽວກັບການປັບປຸງການບໍລິການລົງທຶນປະຕູດຽວ ຕິດພັນກັບການແບ່ງຂັັ້ນຄຸ້ມຄອງ.

2) ແຜນການປະຕິບັດຕົວຈິງໃນການຊຸກຍູ້ ແລະ ສົ່ງເສີມການຜະລິດກະສິກໍາເປັນສິນຄ້າ.

3) ແຜນການປະຕິບັດຕົວຈິງໃນການຊຸກຍູ້ ແລະ ສົ່ງເສີມອຸດສາຫະກໍາປຸງແຕ່ງ ເພືີ່ອຊົມໃຊ້ພາຍໃນ ແລະ ສົ່ງອອກ.

4) ແຜນການຈັດຕັັ້ງປະຕິບັດຕົວຈິງ ກ່ຽວກັບການສົ່ງເສີມຊຸກຍູ້ໂຄງການທີີ່ຕິດພັນກັບຂົງເຂດການບໍລິການ ແລະ ການສ້າງລາຍຮັບ.

5) ແຜນການຈັດຕັັ້ງປະຕິບັດຕົວຈິງ ໃນການສໍາຫຼວດທີີ່ດິນ ແລະ ການກໍານົດຂອບເຂດ ຢູ່ບັນດາແຂວງລຽບຕາມທາງລົດໄຟ ລາວ-ຈີນ ເພືີ່ອກໍານົດເປັນເຂດກະສິກໍາ, ເຂດອຸດສາຫະກໍາ ແລະ ເຂດການບໍລິການ ເພືີ່ອດຶງດູດການລົງທຶນ.

6) ແຜນການຈັດຕັັ້ງປະຕິບັດຕົວຈິງ ກ່ຽວກັບການພັດທະນາ, ຝຶກອົບຮົມສີມືແຮງງານ, ຈັດຫາວຽກເຮັດງານທໍາໃຫ້ບັນດາແຮງງານທັງພາຍໃນ ແລະ ຕ່າງປະເທດ.

    ເຊີິ່ງບັນດາຫົວຂໍ້ທີີ່ລາຍງານ ແລະ ປຶກສາຫາລືຄັັ້ງນີ້ ມີຄວາມສໍາຄັນຫຼາຍ ເພາະຈະປຶກສາກັນໃນແງ່ການຈັດຕັັ້ງປະຕິບັດຕົວຈິງກໍຄືການແບ່ງຄວາມຮັບຜິດຊອບລະຫວ່າງຂະແໜງການດ້ວຍກັນ, ລະຫວ່າງພາກລັດກັບພາກທຸລະກິດ. ຊິ່ງ ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານສະມາຊິກລັດຖະບານ ກໍຄືຄະນະບໍລິຫານສະພາການຄ້າ-ອຸດສາຫະກໍາຂັັ້ນສູນກາງຊຶ່ງເປັນຕົວແທນໃຫ້ແກ່ພາກທຸລະກິດ ຈົ່ງໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບ ໃນການຄົ້ນ ຄວ້າ, ປະກອບຄໍາເຫັນຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ, ສ້າງສັນ, ມີທາງອອກທີີ່ຈະແຈ້ງ ເພືີ່ອໃຫ້ກອງປະຊຸມຂອງພວກເຮົາໃນຄັັ້ງນີ້ ບັນລຸຕາມຄາດໝາຍທີີ່ກໍານົດໄວ້.

    ກອງປະຊຸມໄດ້ສຸມໃສ່ປຶກສາຫາລື, ແລກປ່ຽນຄໍາຄິດເຫັນ ແລະ ສ້າງຄວາມເປັນເອກະພາບກັນ ໃນແຜນປະຕິບັດຕົວຈິງ ເພື່ອສືບຕໍ່ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຄົງຄ້າງຕ່າງໆ ທີ່ເປັນອຸປະສັກຕໍ່ການດໍາເນີນທຸລະກິດຂອງບັນດາຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ແນໃສ່ເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃນເງື່ອນໄຂໂຄວິດ-19 ໄດ້ຮັບການຈັດ ຕັ້ງປະຕິບັດຕົວຈິງ ແລະ ປະສົບຜົນສໍາເລັດ.

    ໃນທ້າຍພິທີປະທານໄດ້ສະຫລຸບບັນຫາ, ວິທີແກ້ໄຂຕ່າງໆ ແລະ ໄດ້ເໜັ້ນໃຫ້ແຕ່ລະຂະແໜ່ງການທີ່ກ່ຽວຂ້ອງໄປຈັດຕັ້ງປະຕິບັດ ພ້ອມທັງ ສຶກສາອົບຮົມແນວຄິດພະນັກງານ ໃຫ້ມີແນວຄິດຈິນຕະການປ່ຽນແປງໃຫມ່ ຈາກຜູ້ຄຸ້ມຄອງມາເປັນຜູ້ບໍລິຫານຈັດການ ແລະ ເພື່ອອຳນວຍຄວາມສະດວກໃຫ້ວ່ອງໄວ ແລະ ຖືກຕ້ອງຕາມກົດໝາຍ.