ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມກອງປະຊຸມສໍາມະນາສາກົນສັງຄົມນິຍົມຄັ້ງທີ VIII

 

ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມກອງປະຊຸມສໍາມະນາສາກົນສັງຄົມນິຍົມຄັ້ງທີ VIII

ໃນຕອນເຊົ້າວັນທີ 20 ທັນວາ 2021 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດໄດ້ຈັດກອງປະຊຸມສໍາມະນາສາກົນສັງຄົມນິຍົມຄັ້ງທີ VIII ພາຍໃຕ້ຫົວຂໍ້ ” ການພັດທະນາຢ່າງກົມກຽວລະຫວ່າງເສດຖະກິດ ແລະ ສັງຄົມ ໃນການສ້າງສັງຄົມນິຍົມຍຸກໃໝ່ ” ໂດຍຜ່ານລະບົບກອງປະຊຸມທາງໄກ. ຕາງໜ້າ ຄອສພ ເຂົ້າຮ່ວມແມ່ນ ທ່ານ ບົວໄລ ຊົມພູແກ້ວ              ຮອງຫົວໜ້າຫ້ອງການ, ທ່ານ ນາງ ມອນສະຫວັນ ແສນໄຕ ຮອງຫົວໜ້າ ກົມຂໍ້ມູນຂ່າວສານ ແລະ ທ່ານ ນາງ ບຸນມາລີ ສິລິດາວົງ  ຮອງຫົວໜ້າກົມສັງລວມ ເຊິ່ງໄດ້ເຂົ້າຮ່ວມຜ່ານລະບົບປະຊຸມທາງໄກ ຢູ່ຫ້ອງປະຊຸມທາງໄກຊັ້ນ 4 ຂອງ ຄອສພ

ກອງປະຊຸມດັ່ງກ່າວໄດ້ຮັບຟັງການນຳສະເໜີບົດຈາກນັກວິທະຍາກອນທັງສາມຝ່າຍ ລາວ, ຈີນ, ຫວຽດນາມ ທີ່ພົວພັນເຖິງການພັດທະນາຫຼາຍດ້ານເຊັ່ນ: ການພັດທະນາເສດຖະກິດທີ່ສົ່ງຜົນຕໍ່ວັດທະນະທຳ-ສັງຄົມ, ການເຕີບໂຕເສດຖະກິດ ຕິດພັນກັບການພັດທະນາຊີວິດການເປັນຢູ່ຂອງວົງຄະນາຍາດ ແລະ ການເຕີບໂຕເສດຖະກິດ ຕິດພັນກັບການພັດທະນາສັງຄົມສາມັກຄີປອງດອງ. ເຊິ່ງແຕ່ລະວາລະນັ້ນບັນດານັກວິທະຍາສາດທັງສາມຝ່າຍກໍ່ໄດ້ນຳສະເໜີບົດພ້ອມທັງມີຄຳເຫັນ ປຶກສາຫາລືແລກປ່ຽນບົດຮຽນໃນຂໍ້ສະດວກ ຂໍ້ຫຍຸ້ງຍາກ ແລະ ຈຸດພິເສດຂອງປະເທດຕົນໃນການສ້າງສັງຄົມນິຍົມຍຸກໃໝ່ ພ້ອມທັງຮ່ວມກັນປຶກສາກ່ຽວກັບຫົວຂໍ້ ສຳລັບກອງປະຊຸມສຳມະນາສາກົນສັງຄົມນິຍົມຄັ້ງທີ IX ທີ່ຈະຈັດຂື້ນໃນຄັ້ງຕໍ່ໄປໂດຍການເປັນເຈົ້າພາບຂອງຝ່າຍຫວຽດນາມ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ກິເແກ້ວ ຈັນທະບູລີ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ສະແດງຄວາມຊົມເຊີຍ ບັນດານັກວິທະຍາສາດ ທີ່ໄດ້ກະກຽມບົດນຳສະເໜີໃນຫຼາຍໆຫົວຂໍ້ ເຊິ່ງເປັນບົດທີ່ມີຄວາມຄັນໃນການສ້າງສັງຄົມນິຍົມຍຸກໃໝ່ ທັງໄດ້ແລກປ່ຽນບົດຮຽນນຳເພື່ອນຫຼາຍໆບັນຫາ ໂດຍລວມກໍ່ແມ່ນພື້ນຖານອັນດຽວກັນໃນການພັດທະນາເພື່ອເຮັດໃຫ້ປະຊາຊົນຢູ່ດີກິນດີຖືຜົນປະໂຫຍດຂອງປະຊາຊົນເປັນກົກຕາມທິດສັງຄົມນິຍົມ ແລະ ກອງປະຊຸມກໍ່ໄດ້ເຫັນດີເປັນເອກະພາບຮັບຮອງເອົາຫົວຂໍ້ສຳລັບກອງປະຊຸມສຳມະນາສາກົນສັງຄົມນິຍົມຄັ້ງທີ IX ພ້ອມສະເໜີໃຫ້ທັງສາມຝ່າຍມີການສະໜອງຂໍ້ມູນໃຫ້ເຊິ່ງກັນ ແລະ ກັນຢ່າງກົມກຽວ ເພື່ອເປັນທິດທາງໃນການພັດທະນາຄວາມກ້າວໜ້າທາງສັງຄົມນິຍົມ.