ພະນັກງານວິຊາການກົມຂໍ້ມູນຂ່າວສານເຂົ້າຮ່ວມຝຶກອົບຮົມທາງໄກໃນການນຳໃຊ້ແອັບ Lao kyc

ພະນັກງານວິຊາການກົມຂໍ້ມູນຂ່າວສານເຂົ້າຮ່ວມຝຶກອົບຮົມທາງໄກໃນການນຳໃຊ້ແອັບ Lao kyc

ໃນຕອນເຊົ້້າວັນທີ່ 27 ທັນວາ 2021 ເວລາ 9:00- 11:00 ພະນັກງານວິຊາການກົມຂໍ້ມູນຂ່າວສານໄດ້ເຂົ້າຮ່ວມການຝຶກອົບຮົມການ ນໍາໃຊ້ vaccine ID QR-code ຜ່ານແອັບ Lao KYC ບໍລິການລາວສູ້ສູ້ຢູ່ຫ້ອງປະຊຸມທາງໄກຊັ້ນ 4 ຄອສພ ໂດຍແມ່ນ ທ່ານ ມີນາໄຊ ພິລາວົງ  ຮັກສາການຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນປະທານກ່າວເປີດການຝືກອົບຮົມໃນຄັ້ງນີ້.

ຈຸດປະສົງເພື່ອໃຫ້ເຂົ້າໃຈຢ່າງລະອຽດວິທີການນໍາໃຊ້ ບໍລິການ ລາວ ສູ້ສູ້ ເພື່ອນຳໄປແນະນຳໃຫ້ພະນັກງານພາຍໃນ ຄອສພ ທຸກຄົນຮູ້ນໍາໃຊ້ບໍລິການລາວ ສູ້ສູ້ ໃນການບອກທາມລາຍຂອງຕົນເອງ( igo), ແລະ ບັດຂຽວ (my vac), ສາມາດສ້າງ QR code ແລະ ສາມາດໃຊ້ກວດບັດຂຽວເບິ່ງໜ້າຈໍມືຖືໄດ້ (icheck).

ການຝຶກອົບຮົມໃນຄັ້ງນີ້ແມ່ນ ທ່ານ ຈີນົວມົວ ໄຊວື, ພະນັກງານວິຊາການ, ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານເປັນຄູຝຶກ. ການຝຶກອົບຮົມໃນຄັ້ງນີ້ລວມມີຫົວຂໍ້ດັ່ງນີ້:

– ວີທີການດາວໂຫຼດ ແລະ ຕິດຕັ້ງແອບ Lao KYC ລົງໃນ ລະບົບ android ແລະ ISO ຕິດຕັ້ງໃນມືຖື,  ໃນແອບ Lao  kyc ຈະລວມມີ:

– ການນໍາໃຊ້ບໍລີການ 3 ແກັບ ລົງທະບຽນທາງເບີໂທລະສັບ;

ການນໍາໃຊ້ ລາວ ສູ້ສູ້ ເພື່ອຕິດຕາມອາການຂອງເຮົາເພື່ອສົ່ງຫາທ່ານໝໍໃນຊ່ວງໄລຍະໂຄວິດ-19ລະບາດນີ້, ໃຊ້ເພື່ອບັນທຶກທາມລາຍການເດີນທາງ, ກວດສອບສະຖານທີ່ບ້ານແດງ ແລະ ນອກຈາກນີ້ ຍັງສາມາດລົງທະບຽນອອນລາຍເພື່ອຮັບວັກຊີນໃນໂຮງຫມໍສູນກາງ, ໂຮງໝໍເມືອງຕ່າງໆໄດ້ຢ່າງວ່ອງໄວ ແລະ ປອດໄພ.

ຂໍ້ມູນ: https://laokyc.gov.la/