ທ່ານ ໂກບາຢາຊິ ເຄນອິຈິ (KOBAYASHI Kenichi) ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນປະຈຳສປປ ລາວ ເຂົ້າຢ້ຽມຂ່ຳນັບຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ

ທ່ານ ໂກບາຢາຊິ ເຄນອິຈິ (KOBAYASHI Kenichi) ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນປະຈຳສປປ ລາວ ເຂົ້າຢ້ຽມຂ່ຳນັບຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ

    ໃນຕອນບ່າຍວັນທີ 17 ມັງກອນ 2022 ທ່ານ ໂກບາຢາຊິ ເຄນອິຈິ(KOBAYASHI Kenichi) ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນປະຈຳສປປ ລາວ ພ້ອມດ້ວຍຄະນະເຂົ້າຢ້ຽມຂ່ຳນັບທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກທີ່ຫ້ອງຮັບແຂກ ຄະນະໂຄສະນາອົບຮົມສູນກາງພັກ(ຫຼັກ 6).

    ໃນພິທີທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນກ່ອນອຶ່ນໝົດທ່ານໄດ້ຕີລາຄາສູງໃນການພົວພັນຮ່ວມມືລະຫວ່າງລາວ-ຍີ່ປຸ່ນ ຕະຫຼອດໄລຍະຜ່ານມາ, ທັງສະແດງຄວາມຂອບໃຈຕໍ່ການຢ້ຽມຂ່ຳນັບໃນຄັ້ງນີ້ເຊິ່ງເປັນຄັ້ງທຳອິດທີ່ມີການນຳຂັ້ນສູງສຸດຂອງສະຖານທູດຍີ່ປຸ່ນປະຈຳສປປ ລາວເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງ ຄອສພ.

    ຫຼັງຈາກນັ້ນທ່ານ ໂກບາຢາຊິ ເຄນອິຈິ(KOBAYASHI Kenichi) ເອກອັກຄະລັດຖະທູດແຫ່ງປະເທດຍີ່ປຸ່ນປະຈຳສປປ ລາວ ໄດ້ມີຄຳເຫັນກ່າວຈຸດປະສົງຂອງການເຂົ້າຢ້ຽມຂ່ຳນັບ ແລະ ປຶກສາຫາລືທິດທາງການຮ່ວມມືທີ່ມີ ຜົນປະໂຫຍດໃນຕໍ່ໜ້າທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໂດຍສະເພາະແມ່ນການສ້າງຊັບພະຍາກອນມະນຸດທັງພາກພັກ ແລະ ພາກລັດໃນຕໍ່ໜ້າ ແລະ ຊຸກຍູ້ໃຫ້ການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ, ຮັກສາໄດ້ມິດຕະພາບອັນໃກ້ຊິດ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດລາວ-ຍີ່ປຸ່ນ.

    ໃນໂອກາດນີ້, ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ສະແດງຄວາມຂອບໃຈຜ່ານທ່ານທູດໄປຍັງລັດຖະບານກໍຄືປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ລວມທັງການສະໜັບສະໜູນ ແລະ ໃຫ້ຄວາມຊ່ວຍເຫຼືອໃນທຸກໆດ້ານ ແລະ ພ້ອມກັນນັ້ນສອງພັກສອງລັດຍັງໄດ້ມີການຮ່ວມມືຊ່ວຍເຫຼືອ ໂດຍສະເພາະວຽກງານປ້ອງກັນ, ຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19, ອົງການຮ່ວມມືສາກົນຍີ່ປຸ່ນປະຈຳລາວ(ໄຈກ້າ JICA), ກ່ຽວກັບການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ອຶ່ນໆ ຊຶ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.