ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຜົ້ງສາລີ

ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຜົ້ງສາລີ

ໃນວັນທີ 15 ກຸມພາ 2022 ນີ້, ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຜົ້ງສາລີ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ນາງ ຈັນມະນີ ນາມວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ ພ້ອມດ້ວຍພະນັກງານຈາກຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ

ໃນພິທີ ທ່ານ ນາງ ຈັນມະນີ ນາມວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ລາຍງານສະພາບການເຄື່ອນໄຫວເຮັດວຽກງານໂຄສະນາອົບຮົມຂອງແຂວງ ໄລຍະຜ່ານມາໂດຍສັງເຂບເຊິ່ງ ທ່ານໄດ້ຍົກໃຫ້ເຫັນເຖິງການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ທັງໄດ້ເອົາໃຈໃສ່ວຽກງານການສຶກສາອົບຮົມການເມືອງ – ນຳພາແນວຄິດຕໍ່ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນບັນດາເຜົ່າ ດ້ວຍການຈັດຕັ້ງເຊື່ອມຊຶມບັນດາມະຕິ, ຄຳສັ່ງຂອງພັກ ແລະ ລັດ; ດ້ວຍການໂຄສະນາ – ປາຖະກະຖາບັນດາມູນເຊື້ອປະຫວັດສາດ ວັນສຳຄັນຕ່າງໆຂອງພັກ, ຂອງຊາດ.

ຫຼັງຈາກນັ້ນ, ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ສະແດງຄວາມດີໃຈເປັນຢ່າງຍີ່ງ ເຊິ່ງເປັນຄັ້ງທຳອິດ ແລະ ແຂວງທຳອິດ ທີ່ໄດ້ລົງມາຢ້ຽມຢາມ ນັບຕັ້ງແຕ່ໄດ້ຮັບຕຳແໜ່ງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງວຽກງານໂຄສະນາອົບຮົມແຂວງທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ, ພ້ອມທັງປຶກສາຫາລື ແລກປ່ຽນ ບັນດາວຽກງານທີ່ຄະນະໂຄສະນາອົບຮົມຈະຈັດຕັ້ງປະຕິບັດໃນຕໍ່ໜ້າໂດຍສະເພາະແມ່ນບັນດາມະຕິ ຄຳສັ່ງ ຂອງພັກ ເພື່ອໃຫ້ສອດຄ່ອງກັບວຽກງານຕົວຈິງ.

ໃນຕອນທ້າຍພິທີຄະນະນໂຄສະນາອົບຮົມສູນກາງພັກໄດ້ມອບຄອມພິວເຕີ ແລະ ເງິນຈຳນວນໜື່ງໃຫ້ແກ່ຄະນະໂຄສະນາອົບຮົມແຂວງ ເພື່ອຮັບໃຊ້ເຂົ້າໃນວຽກງານໂຄສະນາອົບຮົມ.