ສໍານັກພິມ ແລະ ຈໍາໜ່າຍປື້ມແຫ່ງລັດ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມອບປື້ມໃຫ້ແກ່ ຄະນະໂຄສະນາອົບຮົມສູນກາງພັກ

ສໍານັກພິມ ແລະ ຈໍາໜ່າຍປື້ມແຫ່ງລັດ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມອບປື້ມໃຫ້ແກ່ ຄະນະໂຄສະນາອົບຮົມສູນກາງພັກ

ໃນຕອນເຊົ້າ ວັນທີ 11 ກຸມພາ 2022 ທີ່ຫ້ອງສະໝຸດ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ມີການມອບ-ຮັບປື້ມ ລະຫວ່າງ ຈາກສໍານັກພິມ ແລະ ຈໍາໜ່າຍປື້ມແຫ່ງລັດ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດກ່າວມອບໂດຍ ທ່ານ ໄຊຍະພອນ ອານຸລາດ ເລຂາໜ່ວຍພັກ ຄະ ນະອໍານວຍການສໍານັກພິມ ແລະ ຈໍາໝ່າຍປື້ມແຫ່ງລັດ ກ່າວຮັບໂດຍ ທ່ານ ສາຄອນ ພົມມະລາດ ຄະນະພັກ ຫົວໜ້າຫ້ອງການຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງແມ່ນປື້ມການຮ່ວມມືສອງຝ່າຍ ລາວ-ຫວຽດນາມ. ຈຸດປະສົງຂອງການມອບປື້ມໃນຄັ້ງນີ້ ເພື່ອສົ່ງເສີມແລະປະກອບສ່ວນເຂົ້າໃນການຄົ້ນຄ້ວາຂີດຂຽນ ເຂົ້າໃນວຽກງານໂຄສະນາອົບຮົມ.

ໃນໂອກາດທີ່ມີຄວາມສຳຄັນນີ້ ທ່ານ ສາຄອນ ພົມມະລາດ ຄະນະພັກ, ຫົວໜ້າຫ້ອງການຄະນະໂຄສະນາອົບຮົມສູນກາງພັກ ໄດ້ຕາງໜ້າໃຫ້ຄະນະໂຄສະນາອົບຮົມສູນກາງພັກ ໄດ້ກ່າວສະແດງຄວາມຂອບໃຈທີ່ໄດ້ຮັບການຊຸກຍູ້ຊ່ວຍເຫຼືອ ຈາກສໍານັກພິມ ແລະ ຈໍາໜ່າຍປື້ມແຫ່ງລັດ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ທີ່ໄດ້ມອບປື້ມດັ່ງກ່າວ ໃຫ້ແກ່ຄະນະໂຄສະນາອົບຮົມສູນກາງພັກ ເພື່ອເປັນຂໍ້ມູນໃນການຄົ້ນຄ້ວາຂີດຂຽນ ໃຫ້ແກ່ພະນັກ ງານ-ລັດຖະກອນ, ນັກຮຽນ, ນັກສຶກສາ ຫຼືຜູ້ອື່ນໆ ທີ່ມີຄວາມສົນໃຈຢາກຈະສຶກສາຄົ້ນຄ້ວາ  ແລະ ຈະນໍາໃຊ້ປື້ມດັ່ງ ກ່າວໃຫ້ເກີດປະໂຫຍດສູງສຸດ.