ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງສະຫວັນນະເຂດ

ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງສະຫວັນນະເຂດ

ໃນວັນທີ 2 ມີນາ 2022 ທີ່ຜ່ານມາ, ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ​ ຄໍາວິໄສ ຜຸຍຍະວົງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ມີ ພະນັກງານຈາກຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ.

ໃນພິທີ ທ່ານ ຄໍາວິໄສ ຜຸຍຍະວົງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ໄດ້ລາຍງານ ສະພາບການເຄື່ອນໄຫວ ວຽກງານໂຄສະນາອົບຮົມຂອງແຂວງ ແລະ ບາງຂອດຂອງການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມແຂວງທີ່ຍັງພົບຂໍ້ຫຍຸ້ງຍາກ ຈາກນັ້ນ ທັງສອງຝ່າຍກໍ່ໄດ້ ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານທີ່ຍັງພົບຂໍ້ຫຍຸ້ງຍາກຂອງຄະນະໂຄສະນາອົບຮົມແຂວງ ພ້ອມກັນປຶກສາຫາລືແກ້ໄຂ ແລະ ວາງທິດທາງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມຂອງແຂວງໃນຕໍ່ໜ້າມີການຫັນປ່ຽນດີຂື້ນ.

ຈາກນັ້ນ, ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ສະແດງຄວາມພາກພູມໃຈເປັນຢ່າງຍີ່ງ ທີ່ໄດ້ລົງມາຢ້ຽມຢາມ ແລະ ເຮັດວຽກຢູ່ຄະນະໂຄສະຍາອົບຮົມແຂວງສະຫວັນນະເຂດ,  ທັງສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງວຽກງານໂຄສະນາອົບຮົມແຂວງທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ,  ປຶກສາຫາລືວຽກງານຈຸດສຸມ ເພື່ອພ້ອມກັນປັບປຸງວຽກງານໂຄສະນາອົບໃນໄລຍະໃໝ່ໃຫ້ດີກວ່າເກົ່າ ນຳເອົາເນື້ອໃນຈິດໃຈ ຂອງກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດທີ່ຜ່ານມາຜັນຂະຫຍາຍໃຫ້ສອດຄ່ອງກັບວຽກງານຕົວຈິງ ແລະ ທ່ານ ຍັງໄດ້ເນັ້ນໜັກຕື່ມໃຫ້ພ້ອມກັນຝຶກອົບຮົມໃຫ້ພະນັກງານ ສະມາຊິກພັກດ້ານວຽກງານການເມືອງແນວຄິດ, ພ້ອມທັງເອົາໃຈໃສ່ຍົກລະດັບຄວາມຮູ້ດ້ານທິດສະດີ, ແນວຄິດປະທານໄກສອນ ພົມວິຫານ ເພື່ອຍົກສູງວຽກງານການເມືອງແນວຄິດໃນໄລຍະໃໝ່. ໃນຕອນທ້າຍພິທີຄະນະໂຄສະນາອົບຮົມສູນກາງພັກໄດ້ມອບເງິນຈຳນວນໜື່ງ ແລະ ປຶ້ມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ແກ່ຄະນະໂຄສະນາອົບຮົມແຂວງເພື່ອຮັບໃຊ້ເປັນຄູ່ມືໃນການໂຄສະນາສຶກສາອົບຮົມຕາມເປົ້າໝາຍຕ່າງໆໃນທົ່ວແຂວງ.