ອົບຮົມວຽກງານ 3 ສ້າງ ໃຫ້ການນຳຫຼັກແຫຼ່ງຢູ່ເຂດບ້ານມອງນ້ຳ ເມືອງຊຽງຄໍ້, ແຂວງຫົວພັນ

ອົບຮົມວຽກງານ 3 ສ້າງ

ໃຫ້ການນຳຫຼັກແຫຼ່ງຢູ່ເຂດບ້ານມອງນ້ຳ ເມືອງຊຽງຄໍ້, ແຂວງຫົວພັນ

ໂດຍ: ສີ​ວອນ ຈັນ​ສຸ​ລີ

ໃນວັນທີ 1-2/03/2022 ຢູ່ທີ່ສະໂມສອນເຂດບ້ານມອງນ້ຳ ເມືອງ​ຊຽງຄໍ້ ແຂວງຫົວພັນ ໄດ້ຈັດຕັ້ງຊຸດອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາ ແລະ ອົບຮົມປະຊາຊົນບັນດາເຜົ່າຢູ່ລຽບຕາມຊາຍແດນ ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ນວນທອງ ສຸວັນທອນ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານການ ເມືອງ-ແນວຄິດ ເມືອງ​ຊຽງຄໍ້, ສະຫາຍ ຄໍາເຄນ ຈັນທະວົງ ຫົວໜ້າກົມອົບຮົມມີ:ສະຫາຍ ຕົງລີ ເຕັ່ງ ກຳ ມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ແລະ ຜູ້ເຂົ້າຮ່ວມອົບຮົມທັງໝົດ 44 ສະຫາຍ, ຍິງ 5 ສະຫາຍ; ຊຶ່ງມາຈາກ 6 ບ້ານ ທີ່ຂຶ້ນກັບເຂດບ້ານມອງນ້ຳ.

ເນື້ອໃນເອກະສານທີ່ຈະຝຶກອົບຮົມປະກອບມີ 2 ເອກະສານຄື:

1.ເອກະສານຄວາມ​ຮູ້​ພື້ນຖານດ້ານການ​ເມືອງ-ການ​ປົກຄອງການ​ສ້າງ​ບ້ານ​ພັດທະນາ ປະກອບມີ: 5 ບົດ ຄື:

ບົດທີ1: ຊາດລາວ, ຄົນລາວ ແລະ ມູນເຊື້ອອັນສະຫງ່າລາສີຂອງປະຊາຊົນລາວ

ບົດທີ2: ລະບົບການເມືອງ ແລະ ການປົກຄອງ ຢູ່ ສປປ ລາວ

ບົດທີ3: ຍົກສູງຄວາມສາມາດນໍາພາຂອງໜ່ວຍພັກບ້ານ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

ບົດທີ4:  ການສ້າງບ້ານພັດທະນາ

ບົດທີ5: ການແກ້ໄຂຄວາມທຸກຍາກ ດ້ວຍການຜະລິດເປັນສິນຄ້າ ແລະ ເອກະສານອົບຮົມປະຊາຊົນທີ່ຢູ່ລຽບຕາມຊາຍແດນ.

2. ເອກະສານອົບຮົມປະຊາຊົນທີ່ຢູ່ລຽບຕາມຊາຍແດນປະກອບມີ 17 ຄໍາຖາມ 17 ຄໍາຕອບ.

ຜູ້ເຂົ້າອົບຮົມລ້ວນແຕ່ແມ່ນຜູ້ທີ່ເປັນຫຼັກແຫຼ່ງສຳຄັນຂອງແຕ່ລະບ້ານ;ຜູ້ບັນຍາຍເອກະສານໄດ້ມີການອະທິບາຍ, ຊີ້ແຈງ ແລະ ສົມທຽບລະຫວ່າງທິດສະດີກັບພຶດຕິກຳຕົວຈິງໃນການຈັດຕັ້ງປະຕິບັດ, ອັນໄດ້ເຮັດໃຫ້ຜູ້ເຂົ້າອົບຮົມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບເນື້ອໃນເອກະສານເປັນຢ່າງດີ ແລະ ມີຄວາມຫ້າວຫັນ, ຕັ້ງໃຈເຂົ້າຮ່ວມອົບຮົມ ແລະ ມີການແລກປ່ຽນຄຳເຫັນກັບຜູ້ບັນຍາຍເອກະສານຟົດຟື້ນພໍສົມຄວນ.

ໃນຕອນທ້າຍຂອງຊຸດອົບຮົມ ສະຫາຍ ນວນທອງ ສຸວັນທອນ ໄດ້ໃຫ້ກຽດໂອ້ລົມ ແລະ ມອບໃບຢັ້ງຢືນ.